ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຣັດ​ເຊຍ ​ເຕືອນ​ວ່າ ຕົນຈະເອົາບາດກ້າວ ​ຕາມລຳພັງ​ ເພື່ອ ຄວບຄຸມການຢຸດຍິງ ໃນຊີເຣຍ


ຮູບເຮືອບິນລົບ SU-24M ຂອງຣັດເຊຍ
ຮູບເຮືອບິນລົບ SU-24M ຂອງຣັດເຊຍ

ຣັດ​ເຊຍ ​ໄດ້​ເຕືອນ​ວ່າ ຕົນ​ຈະ​ເອົາ​ບາດກ້າວ​ຕາມລຳພັງ​ ຊຶ່ງ​ຈະ​
ເລີ້​ມຂຶ້ນ​ໃນວັນອັງຄານມື້ນີ້​ ​ຕໍ່​ພວກ​ທີ່​ລະ​ເມີດ​ໃດ​ໆກໍ​ຕາມ ຕໍ່​ການ
​ຍຸດຕິ​ຄວາມເປັນປໍ​ລະ​ປັກ ທີ່​ດຳ​ເນີນ​ມາ​ເປັນ​ເວລາ​ໄດ້​ເກືອບ​ນຶ່ງ​
ເດືອນ​ ​ໃນ​ຊິ​ເຣຍ ນັ້ນ.

ການ​ເອົາ​ບາດກ້າວ​ທີ່​ວ່າ​ນີ້ ມີ​ຂຶ້ນ​ຫຼັງ​ຈາກ​ການ​ຕຳ​ນິທີ່​ວ່າ​ ສະຫະ
ລັດ​ນັ້ນ​ໄດ້​ເຮັດ​ວຽກແບບ​ຊັກ​ຊ້າ​ກັບຣັດ​ເຊຍ ​ໃນ​ກົດ​ລະບຽບ
​ກ່ຽວ​ກັບ​ການ​ສັງ​ເກດ​ການ​ເບິ່ງ​ຄວາມ​ບໍ່​ສະ​ງົບ​ທັງຫຼາຍ​ນັ້ນ.
ປະ​ເທດ​ທັງ​ສອງ ​ແມ່ນ​ກະແຈສຳຄັນ​ໃນ​ການ​ເຮັດ​ໃຫ້​ມີການ​ຢຸດ
​ຍິງ​ແລະຍຸຕິ​ການ​ສູ້​ລົບ​ກັນ​ລະຫວ່າງ​ພວກ​ທີ່​ສະໜັບສະໜຸນ​ລັດ
ຖະບານ​ແລະ​ພວກ​ຕໍ່ຕ້ານ ​ແຕ່ວ່າ​ ບໍ່ໄດ້​ຮວມ​ເຖິງ​ການໂຈມ​ຕີ​
ພວກ​ກໍ່​ການ​ຮ້າຍທັງຫຼາຍ​ນັ້ນ.

ທູດ​ພິ​ເສດ​ຂອງ​ອົງການ​ສະຫະ​ປະຊາ​ຊາດ ກ່ຽວ​ກັບ​ຊິ​ເຣຍ ທ່ານ Staffan de Mistura ຊຶ່ງ​ເປັນ​ຜູ້ນຳ​ພາ​ການ​ເຈລະຈາ​ສັນຕິ​ພາບ​ກັບ​ພັກ​ຝ່າຍ​ຕ່າງໆຂອງ​ຊີ​ເຣຍ ​ມາ​ເປັນ​ສັບປະດາທີ​ສອງ ​ໄດ້​ກ່າວ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ທ່ານເປັນ​ຫ່ວງ​ເປັນໃຍກ່ຽວກັບ​ການ​ແຕກ​ຫັກ​ລົງ​ໃນ​ການ ປະສານ​ງານ​ລະຫວ່າງຣັດ​ເຊຍ ກັບສະຫະລັດ.

ທ່ານ de Mistura ​ໄດ້​ກ່າວ​ວ່າ “​ໃນຂະນະ​ນີ້ ພວກ​ເຂົາ​ເຈົ້າ​ບໍ່ໂອ້ລົມ​ກັນ​ແບບ​ມີ​ສາລະ ພວກ​ເຮົາກັບຄືນ​ໄປ​ຍັງ​ອະດີດ ​ແລະ​ພວກ​ເຮົາ​ກໍ​ບໍ່​ສາມາ​ເຮັດ​ຫຍັງໄດ້ ​ແລະ​ພວກ​ເຂົາ​ເຈົ້າ​ກໍ​ຮູ້​ດີ​ຄື​ກັນ.”

ທ່ານ​ຍັງໄດ້ກ່າວ​ອີກ​ວ່າ ການ​ຢຸດ​ຍິງ ​ແລະ​ການ​ຈັດ​ສົ່ງ​ການ​ຊ່ອຍ​ເຫຼື​ອທາງ​ດ້ານ​ມະນຸດສະທຳ ​ແມ່ນ​ຍັງ​ໄດ້​ຮັບ​ການ​ເຄົາລົບ​ແລະ​ມີ​ຢູ່​ຕໍ່​ມາ ​ແຕ່​ວ່າ​ທ່ານ​ເປັນ​ຫວ່ງ​ເປັນ​ໃຍ ວ່າ​ພວກ​ເຂົາ​ເຈົ້າ​ຈະ​ບໍ່​ສາມາດດຳ​ເນີນຕໍ່​ໄປ​ແບບ​ຍືນ​ຍົງ​ໄດ້ ພາຍ​ໃຕ້​ສະຖານະ​ການ​ເຊັ່ນ​ນັ້ນ ຖ້າ​ຫາກ​ວ່າ​ມັນ​ບໍ່​ມີ​ຄວາມ​ກ້າວໜ້າ​ໃນ​ການ​ປ່ຽນ​ແປງ​ທາງ​ການ​ເມືອງ​ ຢູ່​ໃນ​ຊິ​ເຣຍ ນັ້ນ.

ອົງການ​ສະຫະ​ປະຊາ​ຊາດ ​ໄດ້​ເຮັດ​ວຽກ​ໃນ​ຂັ້ນ​ຕອນ​ພື້ນຖານ ທີ່ຮວມ​ເອົາ​ລັດຖະທຳ​ມະນູນ
ສະບັບ​ໃໝ່ ​ແລະ​ການ​ເລືອກ​ຕັ້ງ​. ອານາ​ຄົດ​ຂອງ​ປະທານາທິບໍດີ Bashar al-Assad ​ແມ່ນ
ເປັນ​ບັນຫາ​ຫຼັກ ລະຫວ່າງ​ລັດຖະບານ​ຊິ​ເຣຍ ​ແລະ​ພັນທະ​ມິດ​ອື່ນໆ ຜູ້​ທີ່​ກ່າວ​ວ່າ ທ່ານ​ບໍ່​ຈຳ
ເປັນ​ທີ່​ຈະ​ຕ້ອງລົງ​ຈາກ​ອຳນາດ ​ເພື່ອໃຫ້​ປະ​ເທດມີ​ສັນຕິພາບ ​ໃນ​ຂະນະ​ທີ່​ພວກ​ຕໍ່ຕ້ານ ​ແລະ​ພວກ​ທີ່​ສະໜັບສະໜຸນ​ນັ້ນ​ກ່າວ​ວ່າ ທ່ານ​ຕ້ອງ​ອອກ​ຈາກ​ຕຳ​ແໜ່​ງນັ້ນ.

XS
SM
MD
LG