ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຣັດເຊຍ ຕ້ອງ​ການ​ຄຳ​ອະ​ທິ​ບາຍ​ຈາກ​ອາ​ເມ​ຣິ​ກາ ກ່ຽວກັບການ​ຖອນ​ໂຕ​ອອກ​ຈາກ​ສົນ​ທິ​ສັນ​ຍາອາວຸດ


ໃນ​ວັນ​ທີ 27 ມິ​ຖຸ​ນາ 2018, ປະທານາທິບໍດີວລາດິເມຍ ປູຕິນ(ຊ້າຍ) ກັບ​ທີ່ປຶກສາດ້ານຄວາມປອດໄພແຫ່ງຊາດ
ຂອງສະຫະລັດ ທ່ານຈອນ ໂບລຕັນ ທັກທາຍ​ກັນ ໃນຂະ
ນະທີ່ລັດຖະມົນຕີການຕ່າງປະເທດ ທ່ານເຊີເກ ລາວຣອຟ
ຢືນເບິ່ງຢູ່ ໃນ ມົ​ສ​ກູ.
ໃນ​ວັນ​ທີ 27 ມິ​ຖຸ​ນາ 2018, ປະທານາທິບໍດີວລາດິເມຍ ປູຕິນ(ຊ້າຍ) ກັບ​ທີ່ປຶກສາດ້ານຄວາມປອດໄພແຫ່ງຊາດ ຂອງສະຫະລັດ ທ່ານຈອນ ໂບລຕັນ ທັກທາຍ​ກັນ ໃນຂະ ນະທີ່ລັດຖະມົນຕີການຕ່າງປະເທດ ທ່ານເຊີເກ ລາວຣອຟ ຢືນເບິ່ງຢູ່ ໃນ ມົ​ສ​ກູ.

​ທີ່​ປຶກ​ສາ​ດ້ານ​ຄວາມ​ປອດ​ໄພ​ແຫ່ງ​ຊາດຂອງ​ສະ​ຫະ​ລັດ ທ່ານ​ຈອນ ໂບ​ລ​ຕັນ
ປະ​ເຊີນ​ໜ້າ​ກັບ​ຄຳ​ຖາມ​ຍາກໆ ໃນ​ສັບ​ປະ​ດາ​ນີ້ ໃນ​ມົ​ສ​ກູ ຫຼັງ​ຈາກ​ປະທານາ
ທິບໍດີສະຫະລັດ ທ່ານ ດໍໂນລ ທຣຳ ໄດ້​ກ່າວ​ວ່າ ທ່ານ​ຈະ​ຖອນ​ຕົວ​ອອກ​ຈາກ
ຂໍ້​ຕົກ​ລົງ​ອາ​ວຸດ​ທີ່​ເປັນ​ກະ​ແຈ​ສຳ​ຄັນ​ຂອງ​ສົງ​ຄາມ​ເຢັນ ກັບ​ຣັດ​ເຊຍ.

ທ່ານ​ໂບ​ລ​ຕັນ ຈະ​ພົບ​ກັບ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ທ່ານ​ເຊີ​ເກ ລາວ​ຣ​ອຟ
ໃນ​ວັນ​ຈັນ​ມື້​ນີ້ ແລະ​ປະ​ທາ​ນາ​ທິ​ບໍ​ດີວ​ລາ​ດິ​ເມຍ ປູ​ຕິນ ໃນ​ວັນ​ອັງ​ຄານ​ມື້​ອື່ນ​.

ທ່ານ​ທ​ຣຳ ໄດ້ກ່າວຫາ​ຣັດ​ເຊຍ ວ່າສ້າງ​ແລະ​ທົດ​ລອງ​ລູກ​ສອນ​ໄຟ ທີ່​ລະ​ເມີດ
ສົນ​ທິ​ສັນ​ຍານິວ​ເຄ​ລຍ​ໄລ​ຍະປານ​ກາງ ທີ່​ຮູ້​ກັນ​ໃນ​ຊື່ຂອງ ຂໍ້​ຕົກ​ລົງວ່າ INF ນັ້ນ.

ຂໍ້​ຕົກ​ລົງ​ທີ່​ສຳ​ຄັນ​ດັ່ງ​ກ່າວ ແມ່ນ​ເກືອດ​ຫ້າມ​ສະ​ຫະ​ລັດ ແລະ​ຣັດ​ເຊຍ
ບໍ່ໃຫ້​ສ້າງ, ທົດ​ລອງ ສະ​ສົມລູກສອນໄຟນິວເຄຼຍໄລຍະໄກຕັ້ງແຕ່ 500 ຫາ
5,000 ກິ​ໂລ​ແມັດໄວ້ໃນສາງ.

ວັງ​ແຄລມ​ລິນ ຍັງ​ບໍ່​ທັນ​ໄດ້​ໃຫ້​ຄວາມ​ເຫັນ​ຢ່າງ​ເປັນ​ທາງ​ການ ຕໍ່​ຄຳ​ປະ​ກາດ
​ຂອງ​ທ່ານ​ທ​ຣຳ ນອກ​ຈາກກ່າວວ່າ “​ຕ້ອງ​ມີການ…​ໃຫ້ຄຳ​ອະ​ທິ​ບາຍ​ມາ.”

ມື້​ລາງ​ປະ​ທາ​ນາ​ທິ​ບໍ​ດີ​ຣອນ​ໂນ​ລ​ດ໌ ເຣ​ເກິນ (ຂວາ) ​ກັບອະດີດປະທານາທິບໍດີມີແຄລ ກອກບາຊອບ ໄດ້ລົງນາມໃນສົນທິສັນຍາ (INF) ທີ່​ທຳ​ນຽບ​ຂາວ, 8 ທັນ​ວາ 1987.
ມື້​ລາງ​ປະ​ທາ​ນາ​ທິ​ບໍ​ດີ​ຣອນ​ໂນ​ລ​ດ໌ ເຣ​ເກິນ (ຂວາ) ​ກັບອະດີດປະທານາທິບໍດີມີແຄລ ກອກບາຊອບ ໄດ້ລົງນາມໃນສົນທິສັນຍາ (INF) ທີ່​ທຳ​ນຽບ​ຂາວ, 8 ທັນ​ວາ 1987.

ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ມີ​ແຄ​ລ ກອກ​ບາ​ຊອບ ໄດ້ລົງ​ນາມ​ໃນ​ສົນ​ທິ​ສັນ​ຍາ​
ກັບ​ມື້​ລາງ​ປະ​ທາ​ນາ​ທິ​ບໍ​ດີ​ຣອນ​ໂນ​ລ​ດ໌ ເຣ​ເກິນ ໃນ​ທຳ​ນຽບ​ຂາວ ໃນ​ປີ 1987.

“ຄື​ວ່າ​ພວກ​ເພິ່ນ​ບໍ່​ເຂົ້າ​ໃຈ​ເລີຍ​ບໍ ໃນ​ວໍ​ຊີງ​ຕັນ ທີ່​ວ່າ ​ມັນ​ອາດຈະ​ນຳ​ໄປ​ສູ່
ຫຍັງ?”
ອົງ​ການ​ຂ່າວ​ອິນ​ເຕີ​ແຟກສ໌ ຂອງ​ຣັດ​ເຊຍ ອ້າງ​ເອົາ​ຄຳ​ເວົ້າ​ຂອງ​
ທ່ານກອກ​ບາ​ຊອບ ວ່າ “ວໍ​ຊີງ​ຕັນ ຢາກ​ຈະ​ຕ່າວ​ປິ້ນ​ ການ​ເມືອງ​ທີ່​ບໍ່​ສະ​ມາດ
​ໃຫ້​ການສະ​ໜັບ​ສະ​ໜຸນ​ໄດ້​. ບໍ່​ພຽງ​ແຕ່​ຢູ່​ໃນ​ຣັດ​ເຊຍ ເທົ່າ​ນັ້ນ, ແຕ່​ແມ່ນ
ສຳ​ລັບ​ພວກ​ທີ່​ຮັກຫອມໂລກທັງໝົດນຳ, ໂດຍ​ສະ​ເພາະ ໂລກ​ທີ່​ປາດ​ສະ​ຈາກ
​ອາ​ວຸດ​ນິວ​ເຄລຍ, ຕ້ອງໄດ້ປະກາດ​ອອກ​ໄປ.”

ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດຣັດ​ເຊຍ ທ່ານເຊີ​ເກ ຣີ​ອາ​ຄອ​ຟ ໄດ້​ບອກ​
ອົງ​ການ​ຂ່າວ Tass ວ່າ ການ​ເອົາ​ບາດ​ກ້າວ​ຂອງສະ​ຫະ​ລັດ “ຈະ​ເປັນ​ບາດ​
ກ້າວ​ທີ່​ເປັນ​ອັນ​ຕະ​ລາຍ.”

ໂດຍປາດ​ສະ​ຈາກ​ລາຍ​ລະ​ອຽດ​ທີ່​ວ່າ​ຣັດ​ເຊຍ​ລະ​ເມີດ​ສົນ​ທິ​ສັນ​ຍາ​ຢ່າງ​ໃດ​ນັ້ນ,
ທ່ານ​ທ​ຣຳ ໃນ​ວັນ​ເສົາ​ຜ່ານ​ມາ​ນີ້ ກ່າວ​ວ່າ ເບິ່ງ​ຄື​ວ່າມົ​ສ​ກູຈະ​ບໍ່​ສາ​ມາດ​ໜີ
​ໄປໄດ້.

“ຣັດ​ເຊຍ ໄດ້ລະ​ເມີດ​ສົນ​ທິ​ສັນ​ຍາດັ່ງກ່າວ. ພວກ​ເຂົາ​ເຈົ້າ​ໄດ້ລະ​ເມີດ​ສົນ​ທິ
​ສັນ​ຍາ ມາ​ເປັນ​ເວ​ລາ​ຫຼາຍໆ​ປີ​ແລ້ວ. ແລະ​ພວກ​ເຮົາ ກໍ​ຈະ​ບໍ່​ໃຫ້​ພວກ​ເຂົາ​ເຈົ້າ
ລະ​ເມີດຂໍ້​ຕົກ​ລົງ ແລ້ວອອກ​ໄປ​ສ້າງ​ອາ​ວຸດ​ນິວ​ເຄ​ລຍ ແລະ​ພວກ​ເຮົາ​ຈະ​ບໍ່​
ອະ​ນຸ​ຍາດ​ໃຫ້​ມັນ​ເກີດ​ຂຶ້ນ​ໄດ້,”
ຊຶ່ງ​ທ່ານ​ໄດ້ກ່າວ​ໄປ.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ມີ​ແຄ​ລ ກອກ​ບາ​ຊອບ (Mikhail Gorbachev) ຢ້ຽມ​ຢາມ​ເຂດກ​ວດ​ກາ ຊາ​ລີ, ໃນ​ນະ​ຄອນ​ເບີ​ຣ໌​ລິນ, 7 ພະ​ຈິກ 2014.
ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ມີ​ແຄ​ລ ກອກ​ບາ​ຊອບ (Mikhail Gorbachev) ຢ້ຽມ​ຢາມ​ເຂດກ​ວດ​ກາ ຊາ​ລີ, ໃນ​ນະ​ຄອນ​ເບີ​ຣ໌​ລິນ, 7 ພະ​ຈິກ 2014.

XS
SM
MD
LG