ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ການໂຈມຕີເຂື່ອນ ໃນ ພາກໃຕ້ຣັດເຊຍ


ເຈົ້າໜ້າທີ່ ໃນເຂດພາກເໜືອ ພູໂກກາຊັສ ຂອງຣັດເຊຍ ກ່າວວ່າ ມີເຈົ້າໜ້າທີ່ ຮັກສາຄວາມສະຫງົບ 2 ຄົນ ເສຍຊີວິດ ໃນລະຫວ່າງ ການບຸກໂຈມຕີ ເຂື່ອນໄຟຟ້າ ພະລັງນໍ້າແຫ່ງນຶ່ງ.

ຕຳຫຼວດກ່າວວ່າ ພວກໂຈມຕີ ໄດ້ບຸກເຂົ້າໄປ ໃນເຂື່ອນໄຟຟ້າ BAKSAN ທີ່ຕັ້ງຢູ່ໃນເຂດ KABARDINO-BALKARIA ໃນຕອນເຊົ້າ ຂອງວັນພຸດມື້ນີ້ ແລະກໍໄດ້ຍິງ 2 ຄົນຕາຍ ແລະອີກ 2 ຄົນບາດເຈັບ. ຫຼັງຈາກນັ້ນ ພວກໂຈມຕີ ກໍໄດ້ທຳການ ລະເບີດຈຳນວນນຶ່ງ ທີ່ເຂື່ອນໄຟຟ້າ ຊຶ່ງໄດ້ພາໃຫ້ເກີດ ໄຟໄໝ້.

ຍັງບໍ່ທັນມີກຸ່ມໃດ ອ້າງເອົາ ຄວາມຮັບຜິດຊອບ ໃນການໂຈມຕີ ຄັ້ງນີ້ເທື່ອ. ໂຄສົກຄົນນຶ່ງ ຂອງອົງການ ໄຟຟ້າພະລັງນໍ້າ ຣັດເຊຍ ຊຶ່ງເປັນຜູ້ ບໍລິຫານເຂື່ອນ ດັ່ງກ່າວ ເວົ້າວ່າ ມັນອາດເປັນການໂຈມຕີ ຂອງພວກກໍ່ການຮ້າຍ ກໍເປັນໄດ້.

ເຂື່ອນ ໄຟຟ້າພະລັງນໍ້າແຫ່ງນີ້ ຕັ້ງຢູ່ໃນເຂດ ທີ່ມີຊາວມຸສລິມ ອາໄສຢູ່ ເປັນຈຳນວນຫຼວງຫຼາຍ ໃນພາກໃຕ້ ຂອງຣັດເຊຍ ທີ່ຮວມທັງ​ເຂດ DAGESTAN, INGUSHETIA ແລະ CHECHNYA. ຣັດເຊຍ ໄດ້ເຮັດສົງຄາມ 2 ຄັ້ງ ກັບພວກ ແບ່ງແຍກດິນແດນ ໃນ CHECHNYA ນັບແຕ່ປີ 1994 ເປັນຕົ້ນມາ.

XS
SM
MD
LG