ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຣັດເຊຍ ວີໂຕ້ ຮ່າງຍັດຕິ ຕໍ່ອາຍຸ ການສືບສວນ ການໂຈມຕີ ດ້ວຍແກັສພິດ ຢູ່ຊີເຣຍ


ຜູ້ຊາຍຊີເຣຍຄົນນຶ່ງ ພວມເກັບກຳໂຕຢ່າງ ຈາກບ່ອນໂຈມຕີ ທີ່ສົງໄສວ່າ ເປັນແກັສພິດ ທີ່ເມືອງ Khan Sheikhun ໃນແຂວງອິລິບ ໃນປະເທດຊີເຣຍ. (5 ເມສາ 2017)
ຜູ້ຊາຍຊີເຣຍຄົນນຶ່ງ ພວມເກັບກຳໂຕຢ່າງ ຈາກບ່ອນໂຈມຕີ ທີ່ສົງໄສວ່າ ເປັນແກັສພິດ ທີ່ເມືອງ Khan Sheikhun ໃນແຂວງອິລິບ ໃນປະເທດຊີເຣຍ. (5 ເມສາ 2017)

ຣັດເຊຍ ໄດ້ໃຊ້ສິດຢັບຢັ້ງຂອງຕົນ ຢູ່ທີ່ອົງການສະຫະປະຊາຊາດ ໃນວັນອັງຄານວານ
ນີ້ ເພື່ອຂັດຂວາງຮ່າງຍັດຕິທີ່ຈະຕໍ່ເວລາການສືບສວນກ່ຽວກັບການໂຈມຕີດ້ວຍອາວຸດ
ເຄມີຢູ່ປະເທດຊີເຣຍ.

ໃນການລົງຄະແນນສຽງຢູ່ສະພາຄວາມໝັ້ນຄົງນັ້ນ ມີ 11 ປະເທດໃຫ້ການສະໜັບສະ
ໜຸນໃນການຕໍ່ເວລາການສືບສວນດັ່ງກ່າວອອກໄປອີກນຶ່ງປີ​ໃນຂະນະທີ່ຣັດເຊຍແລະ ໂບລີເວຍລົງຄະແນນສຽງຄັດຄ້ານຕໍ່ຍັດຕິດັ່ງກ່າວ ສ່ວນຈີນແລະກາຊັກສະຖານ​ບໍ່ໄດ້
ອອກສຽງ.

ຄະນະສືບສວນ ຊຶ່ງຮູ້ກັນໃນຊື່ ກົນໄກການສືບສວນຮ່ວມ ຄາດວ່າ ຈະອອກລາຍງານ ໃນວັນພະຫັດມື້ອື່ນນີ້ ຊຶ່ງອາດຈະລະບຸພັກຝ່າຍ ທີ່ຮັບຜິດຊອບໃນການໂຈມຕີທີ່ຮ້າຍ
ແຮງ ເມື່ອວັນທີ 4 ເມສາຜ່ານມາ ຢູ່ເມືອງ Khan Sheikhoun ຊຶ່ງເປັນເຂດຄວບຄຸມ
ຂອງພວກຕໍ່ຕ້ານລັດຖະບານ ໃນພາກໃຕ້ຂອງແຂວງອິດລິບ ທີ່ເຮັດໃຫ້ພົນລະເຮືອນ ເສຍຊີວິດແລະລົມປ່ວຍເປັນຈຳນວນຫຼວງຫຼາຍນັ້ນ.

UN Syria Chemichal Weapons
please wait

No media source currently available

0:00 0:01:04 0:00

ສາມມື້ຕໍ່ມາ ສະຫະລັດໄດ້ທຳການໂຈມຕີທາງອາກາດຕໍ່ຖານທັບຂອງຊີເຣຍທີ່ວໍຊິງ
ຕັນກ່າວຫາວ່າ ອຳນາດການປົກຄອງຂອງ Bashar al-Assad ໃຊ້ເປັນບ່ອນໂຈມ
ຕີດ້ວຍແກັສພິດນັ້ນ.

ໃນຂະນະທີ່ຄຳຖາມກ່ຽວກັບວ່າ ສານຊາຣິນ ຫຼືວັດຖຸທີ່ມີລັກສະນະຄ້າຍຄືກັບສານ
ຊາຣິນນັ້ນ ບໍ່ໄດ້ເປັນທີ່ຖົກຖຽງກັນ ແຕ່ຜູ້ໃດແທ້ ເປັນຜູ້ໃຊ້ນັ້ນ ແມ່ນຍັງບໍ່ທັນໄດ້ຮັບ
ການຢືນຢັນຢ່າງເປັນທາງການເທື່ອ ແລະເປັນທີ່ຄາດວ່າ ລາຍງານຂອງຄະນະສືບ
ສວນຮ່ວມ ອາດຈະໃຫ້ຄວາມກະຈ່າງແຈ້ງກ່ຽວກັບເລື່ອງນີ້.

ມັນອາດຈະສ້າງຄວາມອັບອາຍທາງການເມືອງໃຫ້ແກ່ຣັດເຊຍ ຊຶ່ງເປັນພັນທະມິດ
ທີ່ແຂງຂັນ ຂອງປະທານາທິບໍດີ Assad ຖ້າຫຼັກຖານຫາກສະແດງໃຫ້ເຫັນວ່າ ອຳ
ນາດການປົກຄອງຊີເຣຍ ແລະບໍ່ແມ່ນພວກຫົວຮຸນແຮງລັດອິສລາມເປັນຜູ້ຮັບຜິດ ຊອບໃນການໂຈມຕີ. ຢູ່ຊີເຣຍ ລັດຖະບານ ແມ່ນພັກຝ່າຍດຽວເທົ່ານັ້ນ ທີ່ມີຄວາມ
ສາມາດໃນການໃຊ້ເຮືອບິນຢູ່ໃນບັນຫາຂັດແຍ້ງນີ້ໄດ້. ກ່ອນໜ້ານີ້ຣັດເຊຍໄດ້ສະ
ເໜີແນະວ່າ ແກັສພິດດັ່ງກ່າວ ແມ່ນປ່ອຍອອກມາຈາກລະເບີດ ທາງພາກພື້ນດິ້ນ ບໍ່ແມ່ນການໂຈມຕີທາງອາກາດ.

ເອກອັກຄະລັດຖະທູດຣັດເຊຍ ປະຈຳອົງການສະຫະປະຊາຊາດ ທ່ານ Vassily
Nebenzia ທຳອິດຢາກຂໍໃຫ້ເລື່ອນເວລາ ໃນການລົງຄະແນນສຽງ ເມື່ອວັນອັງ
ຄານວານນີ້ໄປຈົນກວ່າມີການເປີດເຜີຍລາຍງານຂອງຄະນະສືບສວນຮ່ວມໂດຍ
ເວົ້າວ່າ ການຮຽກຮ້ອງໃຫ້ລົງຄະແນນສຽງ ຢ່າງວ່ອງໄວນັ້ນ ແມ່ນເປັນຄວາມພະ
ຍາຍາມຂອງວໍຊິງຕັນ ເພື່ອຈະສ້າງຄວາມອັບອາຍຂາຍໜ້າ ໃຫ້ແກ່ມົສກູ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG