ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣັດເຊຍ ແລະ ສຫລ ຕິຕຽນກັນວ່າ ໃຊ້ກໍາລັງທະຫານ ເພື່ອສ້າງອິດທິພົນ ໃນອັຟການິສຖານ


ລົດຫຸ້ມເກາະຄັນນຶ່ງຂອງສະຫະລັດ ລາດຕະເວນ ຢູ່ເມືອງ Kabul ປະເທດອັຟການິສຖານໃນວັນທີ 23, 2017.
ລົດຫຸ້ມເກາະຄັນນຶ່ງຂອງສະຫະລັດ ລາດຕະເວນ ຢູ່ເມືອງ Kabul ປະເທດອັຟການິສຖານໃນວັນທີ 23, 2017.

ເຈົ້າໜ້າທີ່ຣັດ​ເຊຍ ​ແລະ​ສະຫະລັດ ຕ່າງ​ກໍ​ກ່າວ​ຫາ​ຊຶ່ງ​ກັນ​ແລະ​ກັນ ​ໃນ​ວັນ​ພະຫັດ​ວານ​
ນີ້ ກ່ຽວ​ກັບ​ນະ​ໂຍບ​າຍຂອງ​ເຂົາ​ເຈົ້າຕໍ່ອັຟກາ​ນິສຖານ ​ໂດຍ​ໄດ້​ຕິ​ຕຽນ​ຊຶ່ງ​ກັນ​ແລະ​ກັນ.

ຢູ່​ນະຄອນຫລວງ​ມົສກູ ລັດຖະມົນຕີ​ກະຊວງ​ຕ່າງປະ​ເທດຣັດ​ເຊຍ ​ໄດ້​ສະ​ແດງ​ຄວາມ
​ເສຍ​ໃຈ​ທີ່​ເຫັນວ່າ ​ສິ່ງ​ທີ່​ເນັ້ນ​ໜັກ​ໃສ່​ສຳຄັນ​ທີ່​ສຸດ​ໃນຍຸດ​ທະ​ສາດ​ໃໝ່ກ່ຽວກັບ​ອັຟກາ​ນິສຖານຂອງ ປະທານາທິບໍດີ​ສະຫະລັດ ທ່ານ​ດໍ​ໂນ​ລ ທຣໍາ ກໍ​ຄື “ການ​ຄຸ້ມ​ຄອງ​ໂດຍ​ວິ
ທີການ​ໃຊ້​ກຳລັງ.” ທ່ານ Sergey Lavrov ກ່າວ​ວ່າ “ພວກ​ເຮົາ​ແນ່​ໃຈວ່າ​ ນີ້​ແມ່ນທິດ​
ທາງ​ທີ່​ບໍ່ເປັນ​ຜົນ​ຫຍັງ​ດີເລີຍ."

ເມື່ອຖືກ​ຖາມ​ໂດຍ ວີ​ໂອ​ເອ, ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ​ລັດຖະບານສະຫະລັດ​ຄົນ​ນຶ່ງ​ກ່າວ
​ວ່າ ອັນ​ທີ່​ປະທານາທິບໍດີ​ໄດ້​ວາງອອກ​ຢູ່ໃນ​ຖະ​ແຫລ​ງການ​ຜ່ານ​ທາງໂທລະ​ພາບທີ່ເບິ່ງ
ກັນທົ່ວປະ​ເທດໃນ​ວັນ​ຈັນທີ່ຜ່ານ​ມານັ້ນ “ມັນບໍ່ມີ​ພຽງ​ແຕ່​ເປັນ​ຍຸດ​ທະ​ສາດ​ທາງ​ທະຫານ
​ເທົ່ານັ້ນ. ມັນມີ​ທັງ​ພາກສ່ວນ​ທີ່​ເປັນການ​ທູດ, ການ​ເມືອງ ​ແມ່ນ​ກະ​ທັງ​ດ້ານເສດຖະກິດ​
ປະກອບ​ຢູ່​ນໍາຍຸດ​ທະ​ສາດ​ທີ່​ວ່າ​ນັ້ນ. ​ເພາະສະ​ນັ້ນ ​ມັນບໍ່​ຖືກຕ້ອງ​ຕາມ​ຕົວ​ຈິງ ທີ່ເວົ້າ
ວ່າ ນີ້​ແມ່ນ​ພຽງ​ແຕ່​ຍຸດ​ທະ​ສາດ ​ທີ່​ເຕັມ​ໄປ​ດ້ວຍ​ການ​ທະຫານ​ເທົ່າ​ນັ້ນ.”

ພວກ​ເຈົ້າ​ໜ້າທີ່​ສະຫະລັດ​ໄດ້​ກ່າວ​ເພີ້ມອີກວ່າ ພວກ​ຣັດ​ເຊຍ “​ໄດ້ມີ​ການ​ໂຄສະນາ​ຊວນ
ເຊື່ອ​ຈຳນວນ​ນຶ່ງ ​ທີ່​ບໍ່ເປັນ​ການ​ດີ​ກ່ຽວກັບ​ບົດບາດ​ຂອງສະຫະລັດຢູ່​ໃນ​ອັ​ຟກາ​ນິສຖານ.”

ທະຫານມາຣິນ ສະຫະລັດ ຈັບມືກັບ ທະຫານກອງທັບແຫ່ງຊາດອັຟການິສຖານ (ANA) ໃນລະຫວ່າງການເຝິກຊ້ອມຮ່ວມກັນ.
ທະຫານມາຣິນ ສະຫະລັດ ຈັບມືກັບ ທະຫານກອງທັບແຫ່ງຊາດອັຟການິສຖານ (ANA) ໃນລະຫວ່າງການເຝິກຊ້ອມຮ່ວມກັນ.

ຣັດ​ເຊຍ​ຍັງ​ພະຍາຍາມ​ອ້າງ​ວ່າ ສະຫະລັດ​ກຳລັງ​ໃຫ້ການ​ສະໜັບສະໜູນ​ອັນ​ທີ່​ຮ້ອງ​ວ່່າ
​ລັດ​ອິສລາມ ຫລື IS ​ຢູ່​ໃນ​ອັ​ຟກາ​ນິສຖານ “ຊຶ່ງເປັນ​ເລື່ອງ​ເສກ​ສັນ​ປັ້ນຂຶ້ນມາ.”

​ເ​ຈົ້າໜ້າ​ທີ່ຄົນ​ນັ້ນ​ໄດ້​ກ່າວ​ເພີ້​ມ​ອີກ​ວ່າ “​ເຂົາ​ເຈົ້າ​ກຳລັງ​ຊອກການ​ທຳ​ລາຍຊື່​ສຽງ​ຂອງ
ພວກ​ເຮົາຢູ່​ໃນ​ຂົ​ງ​ເຂດດັ່ງກ່າວ ​ແລະປັ້ນ​ຂໍ້​ມູນ​ທີ່​ບໍ່​ມີ​ຄວາມ​ຈິງ​ກ່ຽວ​ກັບຈຸດປະສົງຂອງ
​ສະຫະລັດຂຶ້ນມາ. ສິ່ງ​ນັ້ນ ບໍ່​ເປັນ​ທີ່​ແປ​ກໃຈແກ່​ຂ້າພະ​ເຈົ້າ​ເລີຍ ​ເພາະວ່າ​ ຂ້າພະ​ເຈົ້າ
ຄິດ​ວ່າ​ຣັດ​ເຊຍ​ເຫັນ​ຕົນ​ເອງ​ວ່າ ​ເປັນຄູ່​ແຂ່ງຂອງສະຫະລັດ​ເພື່ອສ້າງ​ອິດ​ທິພົນ​ຢູ່ໃນ
​ຂົງ​ເຂດ.”

ພວກ​ເຈົ້າ​ໜ້າ​ທີ່​ສະຫະລັດ​ກ່າວ​ວ່າ ຄວາ​ມ​ເປັນ​ຫ່ວງ​ຂອງ​ມົສກູ​ກ່ຽວ​ກັບກຸ່ມ IS ​ເຮັດ
​ໃຫ້​ເຂົາ​ເຈົ້າ ​ພິຈາລະນາໃຫ້ການສະໜັບສະໜູນ​ແກ່​ກຸ່ມຕານລາບານ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

ເບິ່ງວີດິໂອກ່ຽວກັບຂ່າວນີ້ ເປັນພາສາອັງກິດ

Afghanistan US Russia
please wait
Embed

No media source currently available

0:00 0:01:17 0:00

XS
SM
MD
LG