ລັດຖະບານວັງ Kremlin ກ່າວວ່າ “ມັນຍັງໄວເກີນໄປ” ທີ່ຈະຮູ້ໄດ້ວ່າ ຄວາມ ສຳພັນ
ລະຫວ່າງສະຫະລັດ ແລະຣັດເຊຍ ຈະດີຂຶ້ນຫລືບໍ່ ພາຍຫລັງຫລາຍຊົ່ວໂມງທີ່ມີການ
ການສົນທະນາກັນຢ່າງເຄັ່ງຄຽດ ລະຫວ່າງປະທານາທິບໍດີຣັດເຊຍ ທ່ານ Vladimir
Putin ແລະລັດຖະມົນຕີ ກະຊວງຕ່າງປະເທດຣັດເຊຍ ທ່ານ Sergei Lavrov ທີ່ໄດ້
ຈັດຂຶ້ນໃນວັນພຸດຜ່ານມາ ກັບລັດຖະມົນຕີການຕ່າງປະເທດສະຫະລັດ
ທ່ານ Rex Tillerson.
ໂຄສົກຂອງທ່ານ Putin ຄືທ່ານ Dmitry Peskov ກ່່າວໃນວັນພະຫັດວານນີ້ວ່າ ນໍ້າ
ສຽງການພົບປະທີ່ມົສກູ ແມ່ເປັນໄປ “ຢ່າງມີລັກສະນະສ້າງສັນພໍສົມຄວນ” ແລະສະ
ທ້ອນໃຫ້ເຫັນເຖິງຈໍາເປັນທີ່ສອງປະເທດມະຫາອຳນາດທີ່ມີ ອາວຸດນິວເຄລຍທີ່ໃຫຍ່
ສຸດຂອງໂລກ “ສືບຕໍ່ໂອ້ລົມກັນເພື່ອຊອກຫາທາງແກ້ໄຂ.” ແຕ່ທ່ານກໍກ່າວວ່າ ທ່ານ
Putin ໄດ້ໃຊ້ການປະຊຸມດັ່ງກ່າວເພື່ອບອກໃຫ້ ລັດຖະບານນະຄອນວໍຊິງຕັນຮູ້ວ່າ
ເປັນຫຍັງຈຶ່ງມີ “ສິ່ງກີດຂວາງ” ຄວາມ ສຳພັນຂອງສອງປະເທດຢູ່ໃນປັດຈຸບັນນີ້ ຊຶ່ງ
ສ່ວນໃຫຍ່ແມ່ນການຂັດແຍ່ງກັນກ່ຽວກັບການໂຈມຕີີດ້ວຍອາວຸດເຄມີໃນຊີເຣຍອາ
ທິດແລ້ວນີ້ ແລະການໂຈມຕີລູກສອນໄຟ ທີ່ສັ່ງການໂດຍປະທານາທິບໍດີສະຫະລັດ
ທ່ານດໍໂນລ ທຣໍາ ເປັນການຕອບໂຕ້ຄືນນັ້ນ.
ປະທານາທິບໍດີທຣໍາ ໄດ້ປະກາດໃນວັນພຸດແລ້ວນີ້ວ່າ ຄວາມສຳພັນສະຫະລັດ ກັບ
ຣັດເຊຍ “ອາດຢູ່ໃນລະດັບທີ່ຕໍ່າສຸດ” ຊຶ່ງເປັນຄວາມຮູ້ສຶກທ່ານ Tillerson ໄດ້ກ່າວ
ຢໍ້າໃຫ້ຮູ້ກັນດີຢູ່ກອງປະຊຸມນັກຂ່າວ ພາຍຫລັງທີ່ໄດ້ພົບປະຊຸມກັບທ່ານ Putin ແລະ
ທ່ານ Lavrov. ທ່ານ Tillerson ໄດ້ຊີ້ແຈງວ່າ ທັງນີ້ກໍຍ້ອນບໍ່ມີຄວາມໄວ້ເນື້ອເຊື່ອໃຈກັນລະຫວ່າງສອງປະເທດ.
ໃນວັນພະຫັດວານນີ້ ທ່ານທຣໍາ ໄດ້ມີສໍານຽງທີ່ມີຄວາມຫວັງຂຶ້ນຫລາຍກວ່າເກົ່າ ໂດຍ
ໄດ້ກ່າວຢູ່ໃນໜ້າ Twitter ຂອງທ່ານວ່າ “ບັນຫາຕ່າງໆ ລະຫວ່າງສະຫະລັດ ແລະ
ຣັດເຊຍ ຈະແກ້ໄຂໄດ້ຢູ່. ເມື່ອເຖິງເວລາ ແຕ່ລະຄົນກໍຈະ ຮູ້ສຶກຕົວ ແລະກໍຈະມີສັນ
ຕິພາບອັນຍາວນານ.”
ປະທານາທິບໍດີ Putin ກ່າວຢູ່ໃນການສຳພາດໂທລະພາບລັດຖະບານຣັດເຊຍ ໃນ
ວັນພຸດທີ່ຜ່ານມາວ່າ ຄວາມສຳພັນລະຫວ່າງສອງປະເທດໄດ້ເຊື່ອມໂຊມລົງໃນປີນີ້
ນັບແຕ່ທ່ານທຣຳ ໄດ້ເຂົ້າຕຳແໜ່ງໃນສາມເດືອນທີ່ຜ່ານມາ.
ຈຸດຂອງການໂຕ້ແຍ້ງທີ່ຮີບດ່ວນ ລະຫວ່າງ ລັດຖະບານນະຄອນມົສກູ ແລະວໍຊິງ
ຕັນນັ້ນກໍຄື ການໂຈມຕີດ້ວຍອາວຸດເຄມີ ໃນວັນທີ 6 ເດືອນເມສາ ທີ່ເຮັດໃຫ້ຫລາຍ
ກວ່າ 85 ຄົນ ເສຍຊີວິດ ແລະ ຫລາຍຮ້ອຍຄົນໄດ້ຮັບບາດເຈັບ ທີ່ເກີດຂຶ້ນຢູ່ໃນຊີເຣຍ.
ທ່ານ Tillerson ກ່າວວ່າສະຫະລັດ “ຂ້ອນຂ້າງມີຄວາມແນ່ໃຈ” ວ່າການໂຈມຕີນັ້ນ
ໄດ້ “ຖືກວາງແຜນສັ່ງຫານໂດຍຕົງ ແລະດໍາເນີນກງານໂດຍກອງກຳລັງທະຫານ
ຂອງລະບອບປົກຄອງຊີເຣຍ.” ສ່ວນທ່ານ Lavrov ບໍ່ໄດ້ໃຫ້ເຫດຜົນຫຍັງຕໍ່ການ
ກ່າງອ້າງຂອງຣັດເຊຍທີ່ວ່າ ການໂຈມຕີໂດຍໃຊ້ແກັສ sarin ອາດຈະເປັນການກໍ່
ກວນໂດຍພວກຕໍ່ຕ້ານລັດຖະບານຊີເຣຍ ຫລື ບໍ່ກໍ່ເກີດຂຶ້ນໄດ້ໃນເວລາທີ່ເຮືອບິນ
ລົບຊີເຣຍທໍາການໂຈມຕີສາງອາວຸດຂອງພວກຕໍ່ຕ້ານລັດຖະບານທີ່ເກັບຮັກສາ
ແກັສ sarin ໄວ້.