ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວຣັດເຊຍ ມີຄວາມເຫັນ ໄປໃນແງ່ລົບ ຫຼາຍຂຶ້ນ ຕໍ່ສະຫະລັດ


Ռուսաստանն ու մարզիկները նախապատրաստվում են Օլիմպիադային
Ռուսաստանն ու մարզիկները նախապատրաստվում են Օլիմպիադային
ການສຳຫຼວດຫາງສຽງເທື່ອໃໝ່ ຂອງປະຊາຊົນຊາວຣັດເຊຍ
ສະແດງໃຫ້ເຫັນວ່າ ທັດສະນະຄະຕິ ຂອງຊາວຣັດເຊຍ ຕໍ່ສະ
ຫະລັດ ໄດ້ຊຸດໂຊມລົງໃນຮອບປີຜ່ານມາ.

ການຢັ່ງຫາງສຽງທີ່ຈັດຂຶ້ນໂດຍສູນກາງ Levada ຊຶ່ງເປັນອົງ
ການຈັດຕັ້ງບໍ່ຂຶ້ນກັບລັດຖະບານຣັດເຊຍສະແດງໃຫ້ເຫັນວ່າ
ພວກທີ່ໃຫ້ຄຳຕອບແບບມີຄວາມເຫັນໄປໃນທາງບວກ ຕໍ່ສະ
ຫະລັດໄດ້ຫຼຸດລົງຈາກ 67% ໃນປີກາຍນີ້ມາເປັນ 46%. ສັດ
ສ່ວນຂອງການມີຄວາມເຫັນໄປໃນທາງລົບໄດ້ເພີ້ມຂຶ້ນຈາກ
27% ມາເປັນ 38% ໃນໄລຍະດຽວກັນ.

ປະມານສອງສ່ວນສາມຂອງພວກທີ່ຕອບຄຳຖາມຊາວຣັດ
ເຊຍກ່າວວ່າ ສະຫະລັດ ມັກຈະທຳການກົດດັນ ຕໍ່ຣັດເຊຍ
ແທນທີ່ຈະປະຕິບັດຕໍ່ປະເທດເຂົາເຈົ້າ ດ້ວຍຄວາມເຄົາລົບ. ໃນສັດສ່ວນ ທີ່ຄ້າຍຄືກັນນີ້ ເຊື່ອວ່າວໍຊິງຕັນແມ່ນ ໜ້າໄຫວ້ຫຼັງຫຼອກ ໃນການກົດດັນໃຫ້ປະເທດຕ່າງໆປະຕິບັດຕາມ ກົດໝາຍນາໆຊາດຂະນະທີ່ຕົນເອງກໍບໍ່ໄດ້ປະຕິບັດຕາມກົດໝາຍເຫຼົ່ານີ້ສະເໝີໄປ.

ສູນກາງຄົ້ນຄວ້າ Levada ກ່າວວ່າ ຕົນໄດ້ທຳການສຳຫຼວດຫາງສຽງຢູ່ໃນຫົວເມືອງນ້ອຍ ໃຫຍ່ 130 ແຫ່ງ ໃນ 45 ເຂດຂອງຣັດເຊຍ ເມື່ອເດືອນແລ້ວນີ້.

ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ໄດ້ພະຍາຍາມທີ່ຈະຕັ້ງຕົ້ນໃໝ່ກ່ຽວກັບ ຄວາມສຳພັນກັບປະເທດຣັດເຊຍ ໃນໄລຍະສອງສາມປີຜ່ານມານີ້.

ແຕ່ປະເທດມະຫາອຳນາດທັງສອງຂອງໂລກມັກມີຄວາມເຫັນບໍ່ລົງຮອຍກັນກ່ຽວກັບວ່າຈະ ຮັບມືແບບໃດກັບສົງຄາມກາງເມືອງໃນຊີເຣຍແລະໂຄງການນິວເຄລຍທີ່ເປັນບັນຫາຖົກຖຽງ ໂຕ້ແຍ້ງຂອງອີຣ່ານ.
XS
SM
MD
LG