ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣັດ​ເຊຍ ສະ​ຫະ​ລັດ ບໍ່​ມີ​ຄວ​າມ​ຄືບໜ້າ ໃນ​ການ​ເຈ​ລະ​ຈາ ເລື່ອງ ສົນ​ທິ​ສັນ​ຍາ ອາ​ວຸດນິວ​ເຄ​ລຍ ປີ 1987


ພາບນີ້​ເຊິ່ງ​ໄດ້​ມາ​ຈາກ​ເວັບ​ໄຊ​ກະ​ຊວງ​ປ້ອ​ງ​ກັນ​ປະ​ເທດ ຣັດເຊຍ​ ໃນ​ວັນ​ທີ 19 ກັນ​ຍາ 2017 ສະ​ແດງ​ໃຫ້​ເຫັນລູກ​ສອນ​ໄຟ​ຖືກ​ຍິງ​ຂຶ້ນ ໃນ​ລະ​ຫວ່າງ​ການ​ຊ້ອມ​ຮົບ.
ພາບນີ້​ເຊິ່ງ​ໄດ້​ມາ​ຈາກ​ເວັບ​ໄຊ​ກະ​ຊວງ​ປ້ອ​ງ​ກັນ​ປະ​ເທດ ຣັດເຊຍ​ ໃນ​ວັນ​ທີ 19 ກັນ​ຍາ 2017 ສະ​ແດງ​ໃຫ້​ເຫັນລູກ​ສອນ​ໄຟ​ຖືກ​ຍິງ​ຂຶ້ນ ໃນ​ລະ​ຫວ່າງ​ການ​ຊ້ອມ​ຮົບ.

ຣັດ​ເຊຍ ແລະ ສະ​ຫະ​ລັດ ໄດ້​ກ່າວ​ໃນ​ວັນ​ອັງ​ຄານ​ວານນີ້​ວ່າ ມັນ​ບໍ່​ມີ​ຄວາມ​ກ້າວ​ໃນ​ການ
ເຈລະຈາ ກ່ຽວກັບ ຄວາມຕັ້ງໃຈຂອງວໍຊິງຕັນ ທີ່ຈະຖອນຕົວອອກຈາກສົນທິສັນຍາອາ
ວຸດນິວເຄລຍ ສະບັບປີ 1987 ເພາະເຂົາເຈົ້າເວົ້າວ່າ ມົສກູ ໄດ້ລ່ວງລະເມີດເງື່ອນໄຂ
ຂອງມັນ.

ອົງ​ການ​ຂ່າວ Tass ໄດ້​ອ້າງ​ຄຳ​ເວົ້າ​ ຂອງ​ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ ຣັດ​ເຊຍ
ທ່ານ ເຊີເກ ຣີຢາບຄັອຟ ທີ່ທ່ານໄດ້ກ່າວ ຫຼັງຈາກການເຈລະຈາກັບ ຮອງລັດຖະມົນຕີ
ການຕ່າງປະເທດ ສະຫະລັດ ທ່ານ ອານເດຣ ທັອມສັນ ໃນນະຄອນ ເຈນີວາ ວ່າ “ໂດຍ
ທົ່ວໄປແລ້ວ, ພວກເຮົາໄດ້ຖືກບັງຄັບ ໃຫ້ເວົ້າວ່າ ມັນບໍ່ມີຄວາມກ້າວໜ້າຫຍັງ. ນະໂຍ
ບາຍ ສະຫະລັດ ໄດ້ຢຸດຊະງັກ ໃນການບໍ່ປະຕິບັດຕາມ ແລະ ການຮຽກຮ້ອງຢ່າງເດັດ
ຂາດຂອງເຂົາເຈົ້າ.”

ຝ່າຍ​ ສະ​ຫະ​ລັດ ໄດ້​ອະ​ທິ​ບາຍກ່ຽວ​ກັບກອງ​ປະ​ຊຸມ​ດັ່ງ​ກ່າ​ວວ່າ “ຜິດ​ຫວັງ.”

ສົນ​ທິ​ສັນ​ຍາ​ກຳ​ລັງ​ນິວ​ເຄ​ລຍ​ໄລຍະ​ປານ​ກາງ ທີ່​ມີ​ອາ​ຍຸ​ສາມ​ສິບ​ປີນັ້ນ​ ໄດ້​ຫ້າ​ມ ການ​
ຜະລິດ, ທົດລອງ ແລະ ສົ່ງເຂົ້າປະຈຳການລູກສອນໄຟທີ່ຍິງຈາກພື້ນດິນ ແລະ ລູກສອນ
ໄຟຂີປະນາວຸດທີ່ມີໄລຍະ 500 ຫາ 5,500 ກິໂລແມັດ. ປະທານາທິບໍດີ ດໍໂນລ ທຣຳ
ໄດ້ກ່າວວ່າ ສະຫະລັດ ຈະອອກຈາກສົນທິສັນຍາດັ່ງກ່າວໃນວັນທີ 2 ກຸມພານີ້ ເພາະ
ວ່າ ຣັດເຊຍ ໄດ້ລະເມີດມັນ.

ທ່ານ ຣີ​ຢາບ​ຄັອ​ຟ ໄດ້​ໂຕ້​ແຍ້ງວ່າ “ຄວາມ​ຮັບ​ຜິດ​ຊອບ​ສຳ​ລັບ​ການ​ສິ້ນ​ສຸດ​ສົນ​ທິ​ສັນ​ຍາ​
ດັ່ງກ່າວຢ່າງເຕັມທີ່ ແລະ ຢ່າງສິ້ນເຊີງນັ້ນ ແມ່ນຂຶ້ນຢູ່ກັບຝ່າຍ ອາເມຣິກາ.” ທ່ານໄດ້
ກ່າວວ່າ ທັງສອງຝ່າຍບໍ່ສາມາດທີ່ຈະຕົກລົງກັນໄດ້ ກ່ຽວກັບ ທຸກຢ່າງ ແລະ ວ່າລັດຖະ
ບານ ວໍຊິງຕັນ ບໍ່ປາກົດວ່າມີຄວາມຍິນດີທີ່ຈະທຳການເຈລະຈາຕໍ່ໄປ.

ສະ​ຫະ​ລັດ ໄດ້​ຮຽກ​ຮ້ອງໃຫ້ ຣັດ​ເຊຍ ​ທຳ​ລາຍລູກ​ສອນ​ໄຟ​ຕ່າງໆ ທີ່​ວໍ​ຊິງ​ຕັນ ໄດ້​ອ້າງ
ວ່າ ລ່ວງລະເມີດຕໍ່ສົນທິສັນຍາ.

ທ່ານ ຣີ​ຢາບ​ຄັອ​ຟ ໄດ້​ກ່າວ​ວ່າ ຣັດ​ເຊຍ ໄດ້​ສະ​ເໜີ​ຈັດ​ການ​ເຈ​ລ​ະ​ຈາ​ເພີ່ມ​ເຕີມ ແຕ່ບໍ່​
ໄດ້ຮັບຄຳຕອບໃດໆຈາກ ສະຫະລັດ.

ທ່ານ ຣີ​ຢາບ​ຄັອ​ຟ ໄດ້​ກ່າວ​ວ່າ “ພວກ​ເຮົາ​ພ້ອມ​ແລ້ວ​ສຳ​ລັບ​ການ​ເຈ​ລະ​ຈາ ໃນ​ພື້ນ​
ຖານຂອງຄວາມເທົ່າທຽມ, ເຄົາລົງເຊິ່ງກັນແລະກັນ, ແລະ ປາສະຈາກການຍື່ນຄຳ
ຂາດໃດໆ.

ທ່ານ ຣີ​ຢາບ​ຄັອ​ຟ ໄດ້​ກ່າວ​ວ່າ ໃນ​ວັນ​ສຸກຈະ​ມານີ້ ຣັດ​ເຊຍ ຈະ​ຈັດ​ກອງ​ປະ​ຊຸມ​ລາຍ​
ງານໃຫ້ບັນດານັກການທູດ ຢູໂຣບ ຮູ້ ກ່ຽວກັບ ສະຖານະພາບຂອງການເຈລະຈານັ້ນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG