ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣັດເຊຍ ໄດ້ເຕືອນວ່າຈະຈຳກັດ​ຮັດ​ແຄບ​ສື່ມວນຊົນ ວິທະຍຸ RFE/RL ທີ່ສະຫະລັດ ໃຫ້ທຶນ


ປ້າຍ Radio Free Europe/Radio Liberty ຕິດຢູ່ຂ້າງໆ
ທຸງຊາດສະຫະລັດ ທີ່ເປັນຜູ້ໃຫ້ທຶນ ໃນນະຄອນ Prague, Czech Republic, 5 ຕຸລາ 2005.
ປ້າຍ Radio Free Europe/Radio Liberty ຕິດຢູ່ຂ້າງໆ ທຸງຊາດສະຫະລັດ ທີ່ເປັນຜູ້ໃຫ້ທຶນ ໃນນະຄອນ Prague, Czech Republic, 5 ຕຸລາ 2005.

ວັງ Kremlin ​ເຕືອນ​ວ່າ ຕົນ​ຈະ​ຕອບ​ໂຕ້ ຕໍ່ການປະຕິບັດງານຂອງ​ວິ​ທະຍຸ Radio
Free Europe ​ແລະ Radio Liberty ​ໃນຣັດ​ເຊຍ ຖ້າ​ຫາກ​ວ່າ ວໍ​ຊີງ​ຕັນ ຈະສືບ​ຕໍ່​
ຈຳກັດ​ຮັດ​ແຄບ​ຕໍ່​ສື່ມວນຊົນຂອງຣັດ​ເຊຍ ໃນ​ສະຫະລັດ.

“ກິດຈະກຳ​ຕ່າງໆ​ຂອງ​ອົງການ​ຂອງ​ທ່ານ ອາດ​ຈະ​ໄດ້​ຖືກ​ເພັ່ງ​ເລັງ​ ໃນ​ການຈຳກັດ
​ຮັດ​ແຄບ​ໃນ​ດ້ານ​ລັດຖະທຳ​ມະນູນ​ຂອງລັດຖະບານ​ກາງຣັດ​ເຊຍ,”
ຊຶ່ງ​ແມ່ນ​ຄຳ​ເວົ້າ​
ທີ່​ຂຽນ​ໃນ​ຈົດໝາຍ​ທີ່​ສົ່ງ​ໄປ​ໃຫ້ Current Time, RFE/RL ທີ່​ເປັນ​ພາສາຣັດ​ເຊຍ
​ໃນ​ຕາໜ່າງ​ໂທລະພາບທີ່​ຖ່າຍ​ທອດ​ກັບ​ສື່​ທີ່ປະສານ​ງານກັບ Voice of America.

3 ສະຖາ​ນີຂອງ RFE/RL ວິທະຍຸ Svoboda, RFE/RL ທີ່​ເປັນ​ພາສາຣັດ​ເຊຍ
ພະ​ແນ​ກ Tatar-Baskkir ​ Idel Realii ແລະ​ໂຕະ Crimean ຂອງ​ຜະ​ແນ​ກຢູ​ເຄລນ
ກໍ​ໄດ້​ຮັບ​ຈົດໝາຍ​ພວກ​ນີ້​ເຊັ່ນ​ກັນ.

ພວກ​ເຂົາ​ເຈົ້າ ບໍ່​ໄດ້ໃຫ້​ລາຍ​ລະອຽດ​ ວ່າບາດກ້າວ​ຕ່າງໆ ທີ່​ຈະນຳ​ອອກ​ມາ ຈະເປັນ
ຢ່າງໃດ.

ຣັດ​ເຊຍ ​ໄດ້​ກ່າວ​ຫາ ສະຫະລັດວ່າ ໃຫ້​ຈັດ​ແຈງ ​ໃຫ້​ອັນ​ທີ່​ລະບຸ​ວ່າ ​ເປັນ​ການ​ກົດ​ດັນ​
ທີ່​ບໍ່​ໄດ້​ຮັບ​ການ​ເຕືອນ​ໃຫ້​ແກ່ທັງ​ສອງສື່ ທັງສື່​ທີ່ Kremlin ​ໃຫ້​ທຶນ ​ໃນ​ສະຫະລັດ
ອັນ​ມີ ​ໂທລະພາບດາວ​ທຽມ RT ​ແລະ website Sputnik ນັ້ນ.

ສື່​ທີ່​ໃຫ້​ທຶນ​ໂດຍລັດຖະບານຣັດ​ເຊຍ ຄື RT ​ແມ່ນ​ໄດ້​ຖືກ​ກ່າວ​ຫາ ​ໃນ​ລາຍ​ງານ​ສືບ​ລັບ​
ສະຫະ​ລັດ ວ່າ ​ເປັນ​ຊ່ອງ​ທາງ​ສຳຄັນ​ອັນ​ດັບ​ຕົ້ນ ​ໂດຍ​ວັງ Kremlin ທີ່ປະກາດ​ວ່າ ​
​ມີ​ອິດ​ທິພົນໃນ​ການເລືອກຕັ້ງ​ປະທານາທິບໍດີ​ສະຫະລັດ ປີ 2016 ຊຶ່ງ​ເປັນ​ການ​ກ່າວ​ຫາ
ທີ່ຣັດ​ເຊຍ ​ໄດ້ປະຕິ​ເສດຕະຫຼອດມາ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG