ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຣັດ​ເຊຍ​ວ່າ ປັນຍາ​ປະດິດເປັນ ກຸນແຈສໍາຄັນ ຊ່ວຍໃຫ້ຄຸ້ມຄອງໂລກໄດ້


ທ່ານ Vladimir Putin ປະທານາທິບໍດີຣັດ​ເຊຍກ່າວຄໍາປາໃສ ຕໍ່​ນັກ​ສຶກສາໃນເມືອງ Yaroslavl ຂອງຣັດ​ເຊຍ​ໃນ​ວັນ​ສຸກ​ທີ 1 ກັນຍາ, 2017
ທ່ານ Vladimir Putin ປະທານາທິບໍດີຣັດ​ເຊຍກ່າວຄໍາປາໃສ ຕໍ່​ນັກ​ສຶກສາໃນເມືອງ Yaroslavl ຂອງຣັດ​ເຊຍ​ໃນ​ວັນ​ສຸກ​ທີ 1 ກັນຍາ, 2017

ການ​ເຂ່ງຂັນ​ອາວຸດ​ແບບ​ດີ​ຈີ​ຕອລ ຫລື​ອາວຸດ​ໃຊ້​ໃນການ​ຮັບ​ສົ່ງ​ຂໍ້​ມູນລະບົບ​ຄອມ​ພີ​ວ​ເຕີ ລະຫວ່າງ​ສະຫະລັດ ​ແລະຣັດ ​ເຊຍຈະ​ເພີ້ມທະວີ​ຂຶ້ນ ຊຶ່ງ​ໄດ້​ຮັບ​ການ​ກະຕຸ້ນສ່ວນໜຶ່ງໂດຍ​ຄໍາ​ເຫັນ​ໃໝ່ຂອງທ່ານ Vladimir Putin ປະທານາທິບໍດີຣັດ​ເຊຍ.

​ໃນ​ການໂອ້​ລົ​ມກັບ​ນັກ​ສຶກສາຣັດ​ເຊຍ​ໃນ​ວັນ​ສຸກ​ວານ​ນີ້ ທ່ານ Putin ​ເອີ້ນ ປັນຍາ
​ປະດິດວ່າ “ມັນ​ບໍ່​ພຽງ​ແຕ່​ “ເປັນ​ອ​ະນາ​ຄົດຂອງຣັດ​ເຊຍເທົ່າ​ນັ້ນ” ​ແຕ່ “ມັນ​ຍັງ​ເປັນ​
ອະນາຄົດ​ຂອງ ມວນ​ມະນຸດ​ທັງໝົດ."

ທ່ານ​ກ່າວເພີ້ມວ່າ "ຜູ້​ໃດ​ຫາກ​ເປັນ​ຜູ້​ນໍາໃນ​ຂົງ​ເຂດນີ້ ຜູ້ນັ້ນກໍ​ຈະ​ເປັນ​ຜູ້​ປົກຄອງ​ໂລກ."
"​ໂອກາດດ້ານ​ນີ້​ແມ່ນ​ມີ​ຢ່າງ​ມະຫາສານ ​ແລະ​ໄພ​ນາບ​ຂູ່ ກໍ​ຍາກ​ທີ່​ຈະ​ຄາດ​ເດົາ​ໄດ້
ປັດຈຸບັນນີ້."

​ພວກເຈົ້າໜ້າສືບ​ລັບລະດັບ​ສູງ​ໄດ້​ເຕືອນ​ສະ​ເໝີມາກ່ຽວກັບ "ການ​ແຂ່ງຂັນ​ທີ່​ເປັນ​ໄປ
​ຢ່າງ​ຕະຫລອດ​ການ" ລະຫວ່າງ​ສະຫະລັດ ​ແລະຣັ​ດເຊຍ, ​ໂດຍ​ທີ່​ການ​ແຂ່ງຂັນ​ນັ້ນ
ສ່ວນ​ໃຫຍ່​ຈະ​ຢູ່​ໃນຂົງ​ເຂດດີ​ຈີ​ຕອລ ຫລື​ການ​ຮັບ​ສົ່ງ​ຂໍ້​ມູນຜ່ານ​ລະບົບ​ຄອມ​ພີ​ວ​ເຕີ.

​ອົງການ​ສືບ​ລັບ​ທາງ​ທະຫານ ຫລື DIA ​ໄດ້​ຊອກ​ຫາ​ທາງ​ເພີ້ມຄວາມ​ສາມາດຂອງ​ຕົນ
​ໃຫ້​ຫລາຍ​ທີ່​ສຸດໃນ​ການ​ໃຊ້​ໃນ​ການ​ນໍາ​ໃຊ້​ປັນຍາ​ປະດິດ ຫລື AI ​ເປັນ​ການ​ສະເພາະ ​
ໂດຍ​ການຍື່ນມືອອກໄປຫາຂະແໜງອຸດສະຫະກໍາເອກະຊົນແລະຂະແໜງການສຶກສາ ເພື່ອຊ່ວຍຮັກສາຄວາມໄດ້ປຽບຂອງສະຫະລັດ.

ທີ່ເຫັນໆກໍຄືຣັດເຊຍ ແລະຈີນແມ່ນເປັນປະເທດຕູ່ແຂ່ງສໍາຄັນຂອງສະຫະລັດໃນຂົງ
ເຂດດີຈີຕອລ ແລະໄດ້ອອກແຮງພະຍາຍາມຊອກຫາວິທີນໍາໃຊ້ເທັກໂນໂລຈີ ເຊັ່ນປັນ
ຍາປະດິດ ແລະການ​ຄໍານວນ​ເລກ​ເຂົ້າໃນຫລັກການ​ຕໍ່ສູ້​-ສົງຄາມ​ຂອງຕົນ.

ນາຍ​ພົນ Vincent Stewart ອໍານວຍ​ການ​ອົງການ DIA ທີ່​ກໍາ​ລັງ​ຈະ​ລົງ​ຈາກ​ຕໍາ​ແໜ່ງ
ກ່າວ​ຕໍ່ກຸ່ມນັກ​ຂ່າວນ້ອຍໆກຸ່ມໜຶ່ງ ຊຶ່ງ​ລວມທັງ VOA ​ໃນ​ເດືອນ​ແລ້ວນີ້ວ່າ "ພວກ​ເຂົາ​ເຈົ້າ​
ຈໍາ​ໄວ້​ໃນ​ສະໝອງສະ​ເໝີໃນ​ຄວາມ​ຄິດ​ທີ່​ວ່າ ການ​ທໍາ​ສົງຄາມ​ໃນ​ສັດຕະວັດ 21 ​ແມ່ນ​
ການ​ໃຊ້​ຄວາມ​ສະຫລາດ​ຂອງສະໝອງຫລາຍ​ເທົ່າ​ກັນ​ກັບການ​ເຄື່ອນ​ໄຫວ​ທາງຮ່າງ ກາຍ."

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG