ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

​ຣັດ​ເຊຍເຕືອນ​ວ່າ ສ​ຫລ “ຈະໄດ້​ຮັບຜົນ​ຕາມ​ມາ​ ທີ່ຮ້າຍ​ແຮງ​ທີ່​ສຸດ” ຖ້າ​ວ່າ​ໃຊ້​ການ​ທະ​ຫານ ຢູ່ໃນ​ເວ​ເນ​ຊູ​ເອລາ


ສະ​ພາບ​ວຸ້ນ​ວາຍ​ຢູ່​ໃນ​ເວ​ເນ​ຊູ​ເອ​ລາ ໄດ້​ກາຍ​ເປັນສະ​ໜາມ​ລົບທີ່​ສູ້ຢັນ​ກັນ​ໂດຍ​ໃຊ້ຄຳ​ເວົ້າຕ່າງໆ ​ລະ​ຫວ່າງ​ສະ​ຫະ​ລັດ ກັບ​ຣັດ​ເຊຍ.

ພາຍ​ຫລັງທີ່ມີ​ການ​ສົນ​ທະ​ນາ​ກັນ​ທາງ​ໂທ​ລະ​ສັບ​ລະ​ຫວ່າງ ທ່ານ ໄມ​ຄ໌ ພອມ​ພຽວ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ກັບ​ທ່ານ ເຊີ​ເກ ລາ​ວ​ຣັອ​ຟ (Sergey Lavrov) ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດຂອງ​ຣັດ​ເຊຍ ໃນ ວັນ​ພຸດ​ວານນີ້​ແລ້ວ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດຂອງຣັດ​ເຊຍກໍ​ໄດ້​ເຕືອນ​ວ່າ “ຈະ​ມີ​ຜົນ​ຕາມ​ມາ​ທີ່ຮ້າຍ​ແຮງ​ທີ່​ສຸດ” ຖ້າ​ສະ​ຫະ​ລັດຫາກ​ຍັງ​ສືບ​ຕໍ່​ກະ​ທຳ​ໃນ​ສິ່ງ​ທີ່ກະ​ຊວງ​ດັ່ງ​ກ່າວ​ເອີ້ນ​ວ່າ "ເອົາ​ບາດ​ກ້າວ​ທີ່ຮຸນ​ແຮງ."

​ສ່ວນກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ແມ່ນ​ມິດ​ງຽບ​ກວ່າ ພຽງ​ແຕ່​ໄດ້ເວົ້າ​ວ່າ ການ​ແຊກ​ແຊງ​ຂອງ​ຣັ​ດ​ເຊຍ ແລະ​ຄິວ​ບາເປັນ​ການ "ເຮັດ​ໃຫ້​ເວ​ເນ​ຊູ​ເອ​ລາຂາດ​ສະ​ຖຽນ​ລະ​ພາບ."

ທີ່​ປຶກ​ສາ​ດ້ານ​ຄວາມ​ໝັ້ນ​ຄົງ​ຂອງ​ສະ​ຫະ​ລັດ, ທ່ານຈອນ ບອ​ລ​ຕັນ (John Bolton) ກ່າວ​ຕໍ່​ພວກ​ນັກ​ຂ່າວ ຢູ່​ທຳ​ນຽບ​ຂາວໃນ​ວັນ​ທີ 1 ພຶດ​ສະ​ພາ, 2019
ທີ່​ປຶກ​ສາ​ດ້ານ​ຄວາມ​ໝັ້ນ​ຄົງ​ຂອງ​ສະ​ຫະ​ລັດ, ທ່ານຈອນ ບອ​ລ​ຕັນ (John Bolton) ກ່າວ​ຕໍ່​ພວກ​ນັກ​ຂ່າວ ຢູ່​ທຳ​ນຽບ​ຂາວໃນ​ວັນ​ທີ 1 ພຶດ​ສະ​ພາ, 2019

ແຕ່​ວ່າ ທີ່​ປຶກ​ສາ​ດ້ານ​ຄວາມ​ໝັ້ນ​ຄົງ​ຂອງ​ສະ​ຫະ​ລັດ, ທ່ານຈອນ ບອ​ລ​ຕັນ (John Bolton) ກ່າວ​ວ່າ "ອັນ​ນີ້​ແມ່​ນ​ຊີກ​ໂລກ​ຂອງພວກ​ເຮົາ. ມັນ​ບໍ່​ແມ່ນ​ບ່ອນ​ທີ່​ຣັດ​ເຊຍ​ຄວນຈະ​ເຂົ້າ​ມາ​ແຊກ​ແຊງ. ອັນ​ນີ້​ເປັນຄວາມ​ຜິດ​ພາດຂອງ​ພວກ​ເຂົາ​. ມັນ​ຈະ​ບໍ່​ນຳ​ໄປ​ສູ່​ການ​ປັບ​ປຸ​ງ​ສາຍ​ສຳ​ພັນໃຫ້​ດີ​ຂຶ້ນເລີຍ.”

ທ່ານ​ພອມ​ພຽວ​ກ່າວໃນ​ວັນ​ພຸດ​ວານນີ້​ອີກວ່າ ສະ​ຫະ​ລັດ​ກຽມພ້ອມທີ່​ຈະ​ປະ​ຕິ​ບັດ​ການ​ທາງ​ທະ​ຫານຢູ່​ໃນ​ເວ​ເນ​ຊູ​ເອ​ລາ "ຖ້​າ​ຫາກວ່າ​ມັນ​ຮຽກ​ຮ້ອງ​ໃຫ້​ເຮັດ​ເຊັ່ນ​ນັ້ນ, ນີ້​ຄື​ສິ່ງ​ທີ່​ສະ​ຫະ​ລັດຈະ​ເຮັດ.”

ແຕ່​ທ່ານ​ພອມ​ພຽວ ແລະ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ກໍ​ບໍ່​ໄດ້​ເວົ້າ​ຢ່າງ​ເຈາະ​ຈົງ ວ່າ​ ແມ່ນ​ຫຍັງ​ກັນ​ແທ້ ​ທີ່ຈະ​ເປັນ​ເລື້ອງ​ເຮັດ​ໃຫ້​ສະ​ຫະ​ລັດ​ເຂົ້າ​ໄປ​ແຊກແຊງ​ທາງ​ທະ​ຫານ.

ຂະ​ນະ​ດຽວ​ກັນ, ຫົວ​ໜ້າ​ດ້ານ​ການ​ທູດ​ຂອງ​ຄິວ​ບາ​ ກໍໄດ້​ປະ​ຕິ​ເສດ​ຕໍ່ການ​ກ່າວ​ຫາ​ຂອງ​ສະ​ຫະ​ລັດ​ທີ່​ເວົ້າ​ວ່າ ​ມີ​ທະ​ຫານ​ຂອງ​ຄິວ​ບາ​ໄປ​ປະ​ຈຳ​ຢູ່​ພາກ​ພື້ນ​ດິນ​ຂອງ​ເວ​ເນ​ຊູ​ເອ​ລານັ້ນ.

ທ່ານ​ກ່າວ​ວ່າຊາວ​ຄິວ​ບາ 20,000 ຄົນ​ທີ່ຢູ່​ໃນເວ​ເນ​ຊູ​ເອ​ລານັ້ນ ຕົ້ນ​ຕໍແມ່ນພະ​ນັກ​ງານ​ການ​ແພດ.

​ເບິ່ງວີ​ດິ​ໂອ​ກ່ຽວ​ກັບ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ:

Trump Administration Warns Military Action in Venezuela 'Possible'
please wait

No media source currently available

0:00 0:02:31 0:00

Cuba denies troops in Venezuela

ແຕ່​ທ່ານ​ກໍ​ເວົ້າ​ວ່າ ໃນ​ນາມ​ທີ່​ເປັນ​ພາ​ຄີຢູ່​ຮ່ວມ​ຊີກ​ໂລກ​ດຽວ​ກັນ ຄິວ​ບາ ແລະເວ​ເນ​ຊູ​ເອ​ລາມີ​ສິດ​ທາງ​ດ້ານ​ອະ​ທິ​ປະ​ໄຕ ທີ່​ຈະ​ມີ​ການ​ຮ່ວມ​ມື​ກັນ​ໃນ​ດ້ານການ​ທະ​ຫານ ແລະ​ດ້ານ​ການ​ສືບ​ລັບ.

ຄິວ​ບາແລະ​ຣັດ​ເຊຍ ເປັນ​ພັນ​ທະ​ມິດຂອງເວ​ເນ​ຊູ​ເອ​ລາ ແລະ​ລັດ​ຖະ​ບານ​ສັງ​ຄົມ​ນິ​ຍົມ​ຂອງ​ປະ​ເທດນັ້ນມາ​ເປັນ​ເວ​ລາ​ດົນ​ນານ. ຣັດ​ເຊຍ​ໄດ້​ສະ​ໜອງ​ການ​ສະ​ໜັບທາງ​ເສດ​ຖະ​ກິດ ແລະ​ຍຸດ​ໂທ​ປະ​ກອນ​ທາງ​ທະ​ຫານ​ໃຫ້​ແກ່​ລັດ​ຖະ​ບານ​ທ່ານ ມາ​ດູ​ໂຣ ໃນ​ຂະ​ນະ​ທີ່ເວ​ເນ​ຊູ​ເອ​ລານັ້ນ ສົ່ງ​ນ້ຳ​ມັນ​ທີ່​ມີ​ມູນ​ຄ່າ​ຫລາຍ​ພັນ​ຕື້​ໂດ​ລາ ໄປ​ໃຫ້​ຄິວ​ບາເພື່ອ​ເປັນ​ການ​ແລກ​ປ່ຽນ​ກັບ​ການ​ຊ່ວຍ​ເຫລືອ​ດ້ານ​ການ​ແພດ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG