ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣັດເຊຍ ໄດ້ໃຫ້ຮ່ອງຮອຍວ່າຈະລວມ ສະຫະລັດ ເຂົ້າໃນ ການເຈລະຈາ ກ່ຽວກັບ ອັຟການິສຖານ


ລັດຖະມົນຕີ ການຕ່າງປະເທດ ຣັດເຊຍ ທ່ານ Sergei Lavrov ແລະ ຄູ່ຮ່ວມຕຳແໜ່ງຈາກ ອັຟການິສຖານ ທ່ານ Salahuddin Rabbani ເດີນທາງຮອດກອງປະຊຸມຖະແຫຼງ
ຂ່າວຫຼັງຈາກການປົບປະກັນໃນນະຄອນຫຼວງ ມົສກູ, ຣັດເຊຍ. 7 ກັນຍາ, 2017.
ລັດຖະມົນຕີ ການຕ່າງປະເທດ ຣັດເຊຍ ທ່ານ Sergei Lavrov ແລະ ຄູ່ຮ່ວມຕຳແໜ່ງຈາກ ອັຟການິສຖານ ທ່ານ Salahuddin Rabbani ເດີນທາງຮອດກອງປະຊຸມຖະແຫຼງ ຂ່າວຫຼັງຈາກການປົບປະກັນໃນນະຄອນຫຼວງ ມົສກູ, ຣັດເຊຍ. 7 ກັນຍາ, 2017.

ຣັດເຊຍ ໄດ້ໃຫ້ຮ່ອງຮອຍວ່າໄດ້ຮ່ວມມືກັບ ສະຫະລັດ ໃນການສົນທະນາພາກພື້ນທີ່ຫາກໍ ເປີດໃໝ່ ທີ່ ຣັດເຊຍ ກ່າວວ່າ ໄດ້ເພັ່ງເລັງໃສ່ການພະຍາຍາມເຈລະຈາເພື່ອຮັບມືກັບ ຄວາມຂັດແຍ້ງໃນ ອັຟການິສຖານ. ການເຄື່ອນໄຫວດັ່ງກ່າວ ໄດ້ມີຂຶ້ນໃນຂະນະທີ່ຜູ້ຊີ້ນຳ ດ້ານຄວາມປອດໄພແຫ່ງຊາດ ອັຟການິສຖານ ມີກຳນົດທີ່ຈະໄປຢ້ຽມຢາມ ມົສກູ ເພື່ອປຶກ
ສາຫາລືໂອກາດ ສຳລັບການສົ່ງເສີມຄວາມປອງດອງກັນກັບກຸ່ມກະບົດຕິດອາວຸດໃນປະ ເທດຂອງທ່ານ.

ມົສກູ ໄດ້ເພີ່ມການສະໜັບສະໜູນທາງດ້ານການທູດກັບ ອັຟການິສຖານ ຈາກຄວາມ
ເປັນຫ່ວງຂອງພວກເຂົາເຈົ້າ ທີ່ຄວາມຂັດແຍ້ງອັນຍືດເຍື້ອຍາວນານ ໄດ້ຊ່ວຍໃຫ້ພວກ
ຫົວຮຸນແຮງລັດອິສລາມ ສ້າງຈຸດທີ່ໝັ້ນໃນປະເທດທີ່ຖືກທຳລາຍໂດຍສົງຄາມ ແລະ ສົ່ງ
ອອກລັດທິກໍ່ການຮ້າຍໄປປະເທດທີ່ຢູ່ໃກ້ຄຽງໃນ ເອເຊຍ ກາງ ເຊິ່ງມັນອາດເປັນໄພຂົ່ມຂູ່
ຢ່າງຍິ່ງຕໍ່ຄວາມປອດໄພຂອງ ຣັດເຊຍ.

ໃນເດືອນທັນວາ ທີ່ຜ່ານມາ, ລັດຖະບານ ຣັດເຊຍ ໄດ້ຕ້ອນຮັບບັນດາເຈົ້າໜ້າທີ່ອາວຸໂສ
ກະຊວງການຕ່າງປະເທດຈາກ ຈີນ ແລະ ປາກິສຖານ ເປັນຄັ້ງທຳອິດເພື່ອປຶກສາຫາລືວິ
ທີທາງ ເພື່ອສົ່ງເສີມການເຈລະຈາໂດຍກົງ ລະຫວ່າງ ລັດຖະບານ ອັຟການິສຖານ ແລະ
ພວກ ຕາລີບານ. ບັນດາຜູ້ເຂົ້າຮ່ວມກໍໄດ້ແລກປ່ຽນຄວາມຄິດເຫັນ ກ່ຽວກັບ ວິທີທີ່ຈະເຮັດ ວຽກຮ່ວມກັນ ເພື່ອຍັບຢັ້ງຜົນກະທົບຈາກ “ການກະແຈກກະຈາຍ” ຂອງລັດທິກໍ່ການຮ້າຍ.

ນະຄອນຫຼວງ ກາບູລ ໄດ້ຕໍ່ວ່າຢ່າງແຮງໃນການບໍ່ຖືກລວມເຂົ້າໃນກອງປະຊຸມສາມຝ່າຍ, ແນວໃດກໍຕາມ, ບັນດາເຈົ້າໜ້າທີ່ ສະຫະລັດ ກໍໄດ້ສົງໄສຕໍ່ເຈຕະນາ ສຳລັບການຈັດ ການເຈລະຈານີ້ຂຶ້ນ ຂອງ ຣັດເຊຍ ເຊັ່ນກັນ.

ການຕ້ອງຕິ ແລະ ຄວາມສົງໄສໄດ້ກະຕຸ້ນໃຫ້ ມົສກູ ຕ້ອງຂະຫຍາຍໂຄງຮ່າງຂອງການ
ສົນທະນາກັນເພື່ອລວມເອົາ ອັຟການິສຖານ, ພ້ອມກັບ ອີຣ່ານ ແລະ ອິນເດຍ ເຂົ້າໃນ
ກອງປະຊຸມຄັ້ງຕໍ່ມາ ທີ່ພວກເຂົາເຈົ້າໄດ້ຈັດຂຶ້ນໃນເດືອນແລ້ວນີ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG