ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ປະທານາທິບໍດີລັດເຊຍຈະພົບປະ ກັບປະທານາທິບໍດີສະຫະລັດ


ປະທານາທິບໍດີລັດເຊຍ ທ່ານ DIMITRI MEDVEDEV
ມີກຳນົດທີ່ຈະພົບປະ ກັບປະທານາທິບໍດີສະຫະລັດ
ທ່ານບາຣັກ ໂອບາມາ ທີ່ກຸງວໍຊິງຕັນ ໃນວັນພະຫັດມື້ນີ້
ໃນມື້ທີ 2 ຂອງການຢ້ຽມຢາມສະຫະລັດເປັນເວລາ 3 ມື້
ຂອງຜູ້ນຳຣັດ ເຊຍ.

ເຈົ້າໜ້າທີ່ສະຫະລັດກ່າວວ່າ ພວກຜູ້ນຳທັງ 2 ຈະຊອກ
ຫາຊ່ອງທາງ ​ເພິ່ມທະວີ ການຮ່ວມມືທາງດ້ານການຄ້າ
ການລົງທຶນແລະການປະດິດຄິດຄົ້ນໃນລະຫວ່າງ ການ
ພົບປະທີ່ທຳນຽບຂາວ.

ໃນມື້ວານນີ້ ປະທານາທິບໍດີ MEDVEDEV ໄດ້ໄປຢ້ຽມເຂດຮ່ອມພູຊີລີກອນ ໃນລັດ
ຄາລີຟໍເນຍ ທາງພາກຕາເວັນຕົກຂອງສະຫະລັດ ຊຶ່ງເປັນບ່ອນຕັ້ງຂອງ ບໍລິສັດ
ຮາຍເທັກ ຫຼາຍໆບໍລິສັດ ໂດຍໄດ້ພົບປະກັບຫົວໜ້າບໍລິສັດ APPLE, CISCO
SYSTEMS, GOOGLE ແລະ TWITTER.

ລຸນຫຼັງການພົບປະໃນວັນພະຫັດມື້ນີ້ ທ່ານ MEDVEDEV ແລະທ່ານໂອບາ ມາ ກໍຈະເດີນທາງໄປການາດາ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດຂອງກຸ່ມປະ ເທດມະຫາອຳນາດຈີ 8 ແລະຈີ 20 ໃນມື້ວັນສຸກແລະວັນເສົາຈະມານີ້.

XS
SM
MD
LG