ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໗ ທັນວາ ໒໐໒໕

ຣັດເຊຍຈັບຊາວໜຸ່ມຫົວຊາດນິຍົມ ຫລາຍຮ້ອຍຄົນ ເພື່ອປ້ອງກັນ ບໍ່ໃຫ້ເກີດຄວາມຮຸນແຮງ


ຕໍາຫລວດຣັດເຊຍ ຈັບພວກປະທ້ວງ ທີ່ນະຄອນຫລວງມອສໂຄ ເມື່ອວັນພຸດ ທີ 15 ທັນວາ 2010.
ຕໍາຫລວດຣັດເຊຍ ຈັບພວກປະທ້ວງ ທີ່ນະຄອນຫລວງມອສໂຄ ເມື່ອວັນພຸດ ທີ 15 ທັນວາ 2010.

ທີ່ປະເທດຣັດເຊຍ ວັນເສົາວານນີ້ ຕໍາຫລວດໃນນະຄອນ
ຫລວງມອສໂຄ ໄດ້ຈັບກຸມຊາວໜຸ່ມຫົວຊາດນິຍົມຫລາຍ
ຮ້ອຍຄົນ ເພື່ອປ້ອງກັນບໍ່ໃຫ້ເກີດຄວາມຮຸນແຮງລະ​ຫວ່າງ
ຊົນເຜົ່າ ໃນລະຫວ່າງການປະທ້ວງທີ່ໄດ້ວາງແຜນໄວ້ແລ້ວ.

ຂ່າວສື່ມວນຊົນຂອງທາງການຣັດເຊຍເວົ້າວ່າ ມີປະມານ
500 ຄົນຖືກຈັບກຸມ ແຕ່ພວກນັກຂ່າວຕ່າງປະເທດ​ໃຫ້​
ໂຕ​ເລກ ທີ່​ສູງເກືອບຮອດ 1,000 ຄົນ ຊຶ່ງ ສ່ວນຫລາຍ
ແມ່ນພວກຊາວ​ຣັດເຊຍພື້ນ​ເມືອງ ແລະພວກຊົນກຸ່ມນ້ອຍ.

ເຈົ້າໜ້າທີ່ຕໍາຫລວດກ່າວວ່າ ໄດ້ມີການອະນຸຍາດໃຫ້ທໍາ​
ການປະທ້ວງຢ່າງສັນຕິ ​ໃນວັນເສົາວານນີ້ ຢູ່ສວນສາທາ
ລະນະແຫ່ງນຶ່ງ ​ໃກ້ກັບ​ສໍານັກງານຂອງບໍລິສັດ ໂທລະພາຍ Ostankino ແລະວ່າ ພວກ
ຊາວໜຸ່ມຣັດເຊຍໄດ້ພາກັນຮ້ອງໂຮ ຄໍາຂວັນທີ່​ມີ​ເນື້ອ​ໃນຊາດນິຍົມ. ແລະພວກເຈົ້າໜ້າທີ່
ຕໍາຫລວດກ່າວວ່າ ບາດ​ແລ້ວ ມີບາງກຸ່ມໄດ້ແຍກອອກ​ໄປ ​ແລະ​ພາກັນໄຕ້ທວນໄຟ ແລ້ວ
ເລີ່ມຍ່າງໄປຍັງສະຖານີ ລົດໄຟ​ແຫ່ງ​ນຶ່ງ ຊຶ່ງບໍ່​ມີ​ຢູ່​ໃນ​ໃບອະນຸຍາດ​ນັ້ນ.

ການປະທ້ວງເມື່ອວັນເສົາວານນີ້ ມີຂຶ້ນນຶ່ງອາທິດ ຫລັງຈາກທີ່ພວກແຟນບານເຕະ ຊາວ
ຣັດເຊຍ ແລະພວກຫົວຊາດນິຍົມຈັດ ໄດ້​ໂຮມຊຸມນຸມກັນຢູ່ໃນເຂດໃຈກາງນະຄອນຫລວງ
ມອສໂຄ ຫລັງຈາກແຟນບານເຕະທີ່ເປັນຊົນເຜົ່າຣັດເຊຍຄົນນຶ່ງ ຖືກຂ້າຕາຍໃນການຕ່ອຍ
ຕີກັນບັ້ນນຶ່ງ ກັບພວກຜູ້ຊາຍກຸ່ມນຶ່ງຈາກເຂດ Caucasus ທາງພາກເໜືອຂອງ​ປະ​ເທດ.

ເມື່ອວັນພຸດອາທິດ​ແລ້ວນີ້ ຕໍາຫລວດກໍໄດ້ຈັບກຸມ ປະມານ 700 ຄົນຢູ່​ໃກ້ສະຖານີລົດໄຟ​
ໃນເຂດໃຈກາງມອສໂຄ ອັນເປັນພາກສ່ວນນຶ່ງຂອງຄວາມພະຍາຍາມ ​ເພື່ອປ້ອງກັນບໍ່ໃຫ້ ເກີດຄວາມຮຸນແຮງໃນລະຫວ່າງຊົນເຜົ່ານັ້ນ.

XS
SM
MD
LG