ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣັດເຊຍ ຈະສົ່ງ ລູກສອນໄຟ ຕໍ່ຕ້ານ ອາກາດ ສະຍານ ໄປຍັງ ຄຣາຍເມຍ ຕື່ມອີກ


ປະທານາທິບໍດີ ຣັດເຊຍ ທ່ານວລາດີເມຍ ປູຕິນ ກ່າວຖະແຫລງ ໃນລະຫວ່າງກອງປະຊຸມ ທີ່ວັງເຄຣມລິນ ນະ​ຄອນ​ຫຼວງມົສກູ, ຣັດເຊຍ, ວັນອັງຄານ ທີ 27 ພະຈິກ 2018.
ປະທານາທິບໍດີ ຣັດເຊຍ ທ່ານວລາດີເມຍ ປູຕິນ ກ່າວຖະແຫລງ ໃນລະຫວ່າງກອງປະຊຸມ ທີ່ວັງເຄຣມລິນ ນະ​ຄອນ​ຫຼວງມົສກູ, ຣັດເຊຍ, ວັນອັງຄານ ທີ 27 ພະຈິກ 2018.

ກອງທັບຂອງຣັດເຊຍ ກ່າວໃນວັນພຸດມື້ນີ້ ວ່າ ຕົນຈະເພີ້ມລູກສອນໄຟ ຕໍ່ຕ້ານທາງ
ອາກາດ ໃສ່ລະບົບປ້ອງກັນຂອງຕົນຫຼາຍຂຶ້ນ ຢູ່ໃນແຫຼມຄຣາຍເມຍ ທີ່ຣັດເຊຍ ໄດ້
ຍຶດເອົານັ້ນ.

ການເຄື່ອນໄຫວດັ່ງກ່າວ ມີຂຶ້ນໃນຂະນະທີ່ ຣັດເຊຍ ແລະ ຢູເຄຣນ ກຳລັງຂັດແຍ້ງກັນ
ກ່ຽວກັບເຫດການທີ່ເກີດຂຶ້ນ ໃນວັນອາທິດຜ່ານມານີ້ ຊຶ່ງກຳລັງຂອງຣັດເຊຍ ໄດ້ຍຶດ ເອົາກຳປັ່ນລົບຂອງຢູເຄຣນ 3 ລຳ ແລະ ພວກລູກເຮືອ ຢູ່ໃນທະເລດຳ.

ຣັດເຊຍ ໄດ້ກ່າວຫາພວກທະຫານເຮືອ ທີ່ປະຈຳການຢູ່ໃນກຳປັ່ນລົບຂອງຢູເຄຣນ
ທັງ 3 ລຳ ນັ້ນ ວ່າ ແລ່ນເຂົ້າ​ໄປໃນນ່ານນ້ຳຂອງຣັດເຊຍ ຢ່າງຜິດກົດໝາຍ ແລະບໍ່ເອົາ
ຫົວຊາ ຕໍ່ການເຕືອນຕ່າງໆ ຈາກໜ່ວຍທະຫານຍາມຝັ່ງຂອງຣັດເຊຍ ເຊິ່ງ ເປັນການ
ກ່າວຫາ ທີ່ຢູເຄຣນ ໄດ້ປະຕິເສດ.

ໃນວັນອັງຄານວານນີ້ ສານແຫ່ງນຶ່ງຢູ່ໃນເຂດຄຣາຍເມຍ ໄດ້ສັ່ງໃຫ້​ຄຸມ​ຂັງ ທະຫານ
ເຮືອ​ຢູ​ເຄ​ຣນ ທີ່ຖືກຈັບ​ໄດ້ 12 ຄົນ ໃນຈຳນວນ​ທັງ​ໝົດ 24 ຄົນເປັນເວລາ 2 ເດືອນ.
ສ່ວນທີ່ເຫຼືອ ແມ່ນມີກຳນົດຈະໄປປາກົດໂຕຢູ່ສານ ໃນວັນພຸດມື້ນີ້.

ຢູເຄຣນ ໄດ້ປະ​ກາດໃຊ້ກົດໄອຍະການເສິກໃນບາງຂົງເຂດຕາມຊາຍແດນຂອງຕົນ
ເພື່ອ​ເປັນການຕອບໂຕ້ຕໍ່ເຫດການດັ່ງກ່າວ ແລະ ໃນຂະນະດຽວກັນ ມີບັນດາປະເທດ
ໃນຢູໂຣບ ຈຳນວນນຶ່ງ ໄດ້ຮຽກຮ້ອງເຖິງປະເທດຕາເວັນຕົກ ທີ່ເປັນພັນທະມິດ ໃຫ້ວາງ
ມາດຕະການລົງໂທດຕໍ່ຣັດເຊຍ ເພີ້ມອີກ.

ປະທານາທິບໍດີ ເປໂຕຣ ໂປໂຣເຊັງໂກ ໄດ້ກ່າວວ່າ ກົດໄອຍະການເສິກ ຈະຊ່ອຍ“ເສີມ
ກຳລັງຄວາມອາດສາມາດ ໃນການປ້ອງກັນຂອງຢູເຄຣນ ທ່າມກາງການຮຸກຮານ
ທີ່ມີເພີ້ມຂຶ້ນ ແລະ ອີງ​ຕາມກົດໝາຍສາກົນແລ້ວ ແມ່ນ​ເປັນການຮຸກຮານ​ແບບ​ເລືອດ
​ເຢັນໂດຍສະຫະພັ​ນ ຣັດເຊຍ.”
ທ່ານໄດ້ຮຽກຮ້ອງໃຫ້ຣັດເຊຍ ປ່ອຍໂຕພວກທະຫານ
ເຮືອ ແລະ ກຳປັ່ນລົບຂອງຕົນ.

ປະທານາທິບໍດີ ຣັດເຊຍ ທ່ານວລາດີເມຍ ປູຕິນ ໄດ້ສະແດງຄວາມເປັນຫ່ວງ ກ່ຽວກັບ
ການຕັດສິນໃຈ ປະ​ກາດ​ໃຊ້ກົດໄອຍະການເສິກ ແລະ ໄດ້ກ່າວ​ຕໍ່ ນາຍົກລັດຖະມົນຕີ
ເຢຍຣະມັນ ທ່ານນາງ ແອັງເກີລາ ເມີຣໂກລ ວ່າ ທ່ານຫວັງວ່າ ເຢຍຣະມັນ ອາດຈະຊັກ
ຊວນ ໃຫ້ຢູເຄຣນ ຫລີກເວັ້ນ “ການກະທຳໃດໆທີ່ປາດສະຈາກການໄຕ່ຕອງ.”

ທ່ານ ປູຕິນ ແມ່ນມີກຳນົດ ຈະພົບປະກັບ ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ
ທຣຳ ໃນສັບປະດານີ້ ໃນຂະນະທີ່ບັນດາຜູ້ນຳຈາກກຸ່ມ ຈີ-20 ຈະໄປ ເຕົ້າໂຮມກັນ ເພື່ອ
ກອງປະຊຸມສຸດຍອດ ​ທີ່ປະເທດອາເຈັນຕິນາ.

ແຕ່ໃນການໃຫ້ສຳພາດ ກັບ ໜັງສືພິມ ວໍຊິງຕັນ ໂພສຕ໌ ທ່ານ ທຣຳ ໄດ້ກ່າວ ວ່າ “ບາງ
ທີ ຂ້າພະເຈົ້າ ຈະບໍ່ໄດ້ພົບປະກັນ​ເລີຍ.”

ທ່ານ​ກ່າວ​ວ່າ ການ​ຕັດ​ສິນ​ໃຈ​ແມ່ນ​ຈະ​ຂຶ້ນ​ຢູ່​ກັບ​ການ​ອ່ານ​ລາຍ​ງານ​ໂດຍ​ລະ​ອຽດ ກ່ຽວ
​ກັບ​ສະ​ຖາ​ນະ​ການ​ທີ່​ທ່ານ​ຈະ​ໄດ້​ຮັບ​ໃນ​ແລງວັນ​ອັງ​ຄານ ແລະ​ກ່າວ​ຕື່ມ​ວ່າ “ຂ້າ​ພະ​ເຈົ້າ​
ບໍ່​ມັກ​ການ​ຮຸກ​ຮານ.”

ໂຄ​ສົກ​ຂອງວັງ​ເຄ​ຣັມ​ລິນ ທ່ານດ​ມີ​ຕ​ຣີ ເພັ​ສ​ຄັອບ ກ່າວ​ຕໍ່​ພວກ​ນັກ​ຂ່າວ​ໃນ​ວັນ​ພຸດມື້ນີ້​ວ່າ
ຣັດ​ເຊຍ​ບໍ່​ໄດ້​ຮັບ​ຂໍ້​ມູນ​ໃດໆ​ກ່ຽວ​ກັບ​ການ​ຍົກ​ເລີກ ການ​ພົບ​ປະ​.

US Asks Europeans for More Support for Ukraine Amid Russian Aggression
please wait

No media source currently available

0:00 0:02:26 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG