ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​​ສູ້​ລົບ​ລະ​ຫວ່າງ ຣັດ​ເຊຍ ກັບ ຢູ​ເຄ​ຣນ ໄດ້​ກາຍ​ມາ​ເປັນ​ການ​ຕໍ່​ສູ້​ດ້ວຍ​ມື​ຕໍ່​ມື


ທະ​ຫານ​ຢູ​ເຄ​ຣນ ໃຊ້​ໂດ​ຣນ ເພື່ອ​ຊອກ​ຫາ​ຕຳ​ແໜ່ງ​ຂອງ​ທະ​ຫານ ຣັດ​ເຊຍ ໃກ້​ກັບ​ເມືອງ ບາກ​ມຸດ, ໃນ​ພາກ​ພື້ນ ດອນ​ບາ​ສ, ຢູ​ເຄ​ຣນ, 05 ມີ​ນາ 2023.
ທະ​ຫານ​ຢູ​ເຄ​ຣນ ໃຊ້​ໂດ​ຣນ ເພື່ອ​ຊອກ​ຫາ​ຕຳ​ແໜ່ງ​ຂອງ​ທະ​ຫານ ຣັດ​ເຊຍ ໃກ້​ກັບ​ເມືອງ ບາກ​ມຸດ, ໃນ​ພາກ​ພື້ນ ດອນ​ບາ​ສ, ຢູ​ເຄ​ຣນ, 05 ມີ​ນາ 2023.

ສະ​ຖາ​ນະ​ການ​ສ່ວນຫຼາຍ​ ຂອງ​ການ​ບຸກ​ລຸກ​ໝົດ​ປີ​ຂອງ ຣັດ​ເຊຍ ໃນ ຢູ​ເຄ​ຣນ ແມ່ນ​ໄດ້​ກາຍ​ມາ​ເປັນ​ການ​ຕໍ່​ສູ້ໂດ​ຍ​ທະ​ຫານ​ບົກ​ໃນ​ພາກ​ຕາ​ພື້ນ​ຕາ​ເວັນ​ອອກ​ຂອງ​ປະ​ເທດ, ສ່ວນ​ນຶ່ງ​ກໍ​ເພາະ​ວ່າ ​ກອງ​ກຳ​ລັງ​ຂອງ ມົ​ສ​ກູ ແມ່ນ​ຂາດ​ແຄນ​ລູກ​ປືນ​ໃຫຍ່, ອີງ​ຕາມ​ການ​ກ່າວ​ຂອງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ອັງ​ກິດ​ ເມື່ອ​ວັນ​ອາ​ທິດ​ວານນີ້.

ໃນ​ການ​ປະ​ເມີນ​ຜົນ​ຄັ້ງຫຼ້າ​ສຸດ​ຂອງ​ເຂົາ​ເຈົ້າ​ນັ້ນ, ລອນດອນ ໄດ້​ກ່າວ​ວ່າ, “ຫຼັກ​ຖານຫຼ້າ​ສຸດນີ້​ໄດ້​ຊີ້​ໃຫ້​ເຫັນ​ການ​ເພີ່ມຂຶ້ນ​ໃນ​ການ​ຕໍ່​ສູ້​ທີ່​ໃກ້​ຊິດກັນໃນ ຢູ​ເຄ​ຣນ. ນີ້​ຄົງ​ເປັນ​ຜົນ​ຂອງ​ກອງ​ບັນ​ຊາ​ການ ຣັດ​ເຊຍ ສືບ​ຕໍ່​ທີ່​ຈະ​ຢືນ​ຢັດ​ຕໍ່​ການ​ດຳ​ເນີນ​ການ​ໂຈມ​ຕີ​ທີ່​ສ່ວນ​ໃຫຍ່​ປະ​ກອບ​ມີ​ການ​ຕໍ່​ສູ້​ທະ​ຫານ​ບົກ.”

ກະ​ຊວງ​ໄດ້​ກ່າວ​ວ່າ​ໃນ​ທ້າຍ​ເດືອນ​ແລ້ວນີ້, ຣັດ​ເຊຍ ໄດ້​ໃຊ້​ທະ​ຫານ​ເກນ​ເຄື່ອນ​ທີ່​ຜູ້​ທີ່​ໄດ້​ອະ​ທິ​ບາຍ​ວ່າ “ຖືກ​ສັ່ງ​ໃຫ້​ໂຈ​ມ​ຕີຈຸ​ດ​ທີ່​ແໜ້ນ​ແກ່ນ​ຂອງ​ຢູ​ເຄ​ຣນ, ທີ່ຕິດ​ອາ​ວຸດ​ດ້ວຍ “ປືນ ແລະ ຊ້ວນ​ເທົ່າ​ນັ້ນ.” ຊ້ວນ ເບິ່ງ​ຄື​ວ່າ​ຈະ​ເປັນ​ອຸ​ປະ​ກອນ​ທີ່​ຖືກ​ໃຊ້​ສຳ​ລັບ​ການ​ຕໍ່​ສູ້​ດ້ວຍ​ມື​ຕໍ່​ມື.”

ເຂົາ​ເຈົ້າ​ໄດ້​ກ່າວ​ວ່າ “ຄວາມ​ອັນ​ຕະ​ລາຍ​ຂອງ​ຊ້ວນ MPL-50 ແມ່ນ​ລ້າ​ສະ​ໄໝ​ແລ້ວ​ໃນ ຣັດ​ເຊຍ,” ແຕ່ “ມັນ​ໄດ້​ມີ​ການ​ປ່ຽນ​ແປງ​ພຽງ​ເລັກ​ນ້ອຍ​ ນັບ​ຕັ້ງ​ແຕ່​ການ​ອອກ​ແບບ​ຂອງ​ມັນ​ໃນ​ປີ 1869.”

ບັນ​ດາ​ເຈົ້າ​ໜ້າ​ທີ່​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ໄດ້​ກ່າວ​ວ່າ “ພວກ​ເຂົາ​ໄດ້​ສືບ​ຕໍ່​ໃຊ້​ອາ​ວຸດ​ທີ່​ເນັ້ນ​ໃຫ້​ເຫັນ​ການ​ຕໍ່​ສູ້​ທີ່​ໂຫດ​ຮ້າຍ ແລະ ເທັກ​ໂນ​ໂລ​ຈີ​ຊັ້ນ​ຕ່ຳ ເຊິ່ງ​ໄດ້​ສ​ະ​ແດງ​ໃຫ້​ເຫັນ​ລັກ​ສະ​ນະ​ສ່ວ​ນຫຼາຍຂອງ​ສົງ​ຄາມ. ນຶ່ງ​ໃນ​ທະ​ຫານ​ທີ່​ຖືກ​ເກນ​ໄດ້​ອະ​ທິ​ບາ​ຍວ່າ “ລາວບໍ່​ໄດ້​ທຳ​ການ​ກະ​ທຽມ​ຕົວ​ຈິງ ຫຼື ທາງ​ຈິດ​ຕະ​ວິ​ທະ​ຍາ” ສຳ​ລັບ​ການ​ຕໍ່​ສູ້​ເລີຍ.”

ໃນ​ຂະ​ນະ​ດຽວ​ກັນ, ກຳ​ລັງ​ທະ​ຫານ ຢູ​ເຄ​ຣນ ທີ່​ທຳ​ການ​ຕ້ານ​ຢັນ​ໃນ​ເມືອງ ບາກ​ມຸດ ແມ່ນ​ໄດ້​ປະ​ເຊີນ​ກັບ​ການ​ກົດ​ດັນ ​ຈາກກອງ​ກຳ​ລັງ ຣັດ​ເຊຍ ໃນ​ວັນ​ເສົາ​ທີ່​ຜ່ານ​ມາ ໃນ​ຂະ​ນະ​ທີ່​ພົນ​ລະ​ເຮືອນ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ໃນ​ການຫຼົບ​ໜີ​ອອກ​ຈາກ​ເມືອງ​ທີ່​ຖືກ​ປິດ​ລ້ອ​ມ​ດັ່ງ​ກ່າວ.

ຕອນນີ້​ມັນ​ອັນ​ຕະ​ລາຍ​ໂພດ​ທີ່​ຈະ​ໜີ​ອອກ​ຈາກ​ເມືອງ ບາ​ກ​ມຸດ ດ້ວຍ​ຍານ​ພາ​ຫະ​ນະ, ອີງ​ຕາມ​ການ​ກ່າວ​ຂອງ​ຜູ້​ແທນກອງ​ທັບ​ບົກ ຢູ​ເຄ​ຣນ ​ຕໍ່​ອົງ​ການ​ຂ່າວ AP, ສະ​ນັ້ນ​ຕອນນີ້​ພົນ​ລະ​ເຮືອນ​ຕ້ອງ​ໄດ້ຫຼົບ​ໜີ​ດ້ວຍ​ການ​ຍ່າງ. ທະ​ຫານ ຢູ​ເຄ​ຣນ ໄດ້​ຕິດ​ຕັ້ງ​ຂົວ​ບັກ​ໃນ​ວັນ​ເສົາ​ວານນີ້ ເພື່ອ​ຊ່ວຍ​ເຫຼືອ​ພົນ​ລະ​ເຮືອນ​ໃຫ້​ໄປ​ຮອດ​ບ້ານ ໂຄ​ຣ​ໂມ​ຟ ທີ່​ຢູ່​ໃກ້​ຄຽງ, ອີ​ງ​ຕາມ​ອົງ​ການ​ຂ່າວ AP.

ແມ່​ຍິງ​ຄົນ​ນຶ່ງ​ໄດ້​ເສຍ​ຊີ​ວິດ ແລະ ຜູ້​ຊາຍ​ສອງ​ຄົນ​ໄດ້​ຮັບ​ບາດ​ເຈັບ​ຢ່າງ​ໜັກ​ໃນ​ຂະ​ນະ​ທີ່​ພະ​ຍາ​ຍາມຫຼົບ​ໜີ​ຂ້າມ​ຂົວ​ຊົ່ວ​ຄາວ, ອີງ​ຕາມກອງ​ທະ​ຫານ ຢູ​ເຄ​ຣນ ທີ່​ໄດ້​ຊ່ວຍ​ເຫຼືອ​ເຂົາ​ເຈົ້າ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG