ຢູເຄຣນ ກຳລັງເຮັດວຽກ “ຢ່າງຂຸ້ນຂ້ຽວ ” ເພື່ອຟື້ນຟູການເດີນທາງທາງອາກາດ ທີ່ໄດ້ຖືກໂຈະມາເປັນເວລາເກືອບ 2 ປີ, ເຈົ້າໜ້າທີ່ຂອງປະທານາທິບໍດີ ກ່າວໃນວັນພະຫັດວານນີ້.
ບູລິມະສິດຕົ້ນຕໍແມ່ນສະຫນາມບິນສາກົນ ບໍຣີສປີລ (Boryspil), ເຊິ່ງຢູ່ນອກນະຄອນຫຼວງ ກີຢິບ.
ການຮຸກຮານຢູເຄຣນ ຂອງຣັດເຊຍ ໃນເດືອນກຸມພາປີ 2022 ໄດ້ເຮັດໃຫ້ເຂດນ່ານຟ້າຂອງປະເທດ ຖືກບັງຄັບໃຫ້ປິດລົງຢ່າງກະທັນຫັນ. ນັບແຕ່ນັ້ນມາ, ຜູ້ທີ່ມີຈຸດປະສົງຈະເຂົ້າປະເທດ ຕ້ອງເດີນທາງໂດຍທາງຖະໜົນ ຫຼືທາງລົດໄຟ.
ຢູເຄຣນ ໃນປັດຈຸບັນນີ້ ເບິ່ງວ່າ ການເປີດການເດີນທາງ ທາງອາກາດ ຄືນໃໝ່ແມ່ນບາດກ້າວນຶ່ງ ໃນການຊ່ວຍເຫຼືອເສດຖະກິດ.
ທ່ານ ໂຣສຕີສະລາຟ ເຊີຣະມາ (Rostyslav Shurma), ຮອງຫົວໜ້າຫ້ອງ ການປະທານາທິບໍດີ ຢູເຄຣນ ກ່າວໃນກອງປະຊຸມການສົນທະນາເພື່ອແລກປ່ຽນ ຢູ່ທີ່ຫ້ອງການຂອງຢູເຄຣນ ໃນເມືອງດາວອສ ປະເທດສະວິດເຊີແລນ ວ່າ "ຂ້າພະເຈົ້າບໍ່ຕ້ອງການສ້າງຄວາມຄາດຫວັງທີ່ຫຼາຍເກີນໄປ". "ແຕ່ຂ້າພະເຈົ້າ ສາມາດບອກພວກທ່ານ ໄດ້ເລີຍວ່າ ພວກເຮົາກຳລັງເຮັດວຽກຢ່າງຂຸ້ນຂ້ຽວ ເພື່ອຟື້ນຟູການເຊື່ອມຕໍ່ທາງອາກາດໃນຢູເຄຣນ."
ຟໍຣັມສະແດງຄວາມຄິດເຫັນ