ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ວິກິດການຣັດເຊຍ ແລະຢູເຄຣນ ປະເດັນສູງໃນກອງປະຊຸມດ້ານຄວາມປອດໄພ ໃນຂະນະທີ່ ຮອງປະທານາທິບໍດີ ແຮຣິສ ໄປນະຄອນມິວນິກ


ຮອງປະທານາທິບໍດີ ສະຫະລັດ ຄາມາລາ ແຮຣິສ ກ່າວຖະແຫລງ ຢູ່ທີ່ ກອງປະຊຸມ ສະຫະພັນພະນັກງານໂຮງງານເຫຼັກ ເລກ 5 ຂອງທ້ອງຖິ່ນ ໃນເມືອງອັບເປີ ມາຣໂບໂຣ ລັດແມຣີແລນ ເມື່ອວັນທີ 4 ກຸມພາ 2022.
ຮອງປະທານາທິບໍດີ ສະຫະລັດ ຄາມາລາ ແຮຣິສ ກ່າວຖະແຫລງ ຢູ່ທີ່ ກອງປະຊຸມ ສະຫະພັນພະນັກງານໂຮງງານເຫຼັກ ເລກ 5 ຂອງທ້ອງຖິ່ນ ໃນເມືອງອັບເປີ ມາຣໂບໂຣ ລັດແມຣີແລນ ເມື່ອວັນທີ 4 ກຸມພາ 2022.

ຮອງປະທານາທິບໍດີ ສະຫະລັດ ຄາມາຣາ ແຮຣິສ ໃນວັນພະຫັດມື້ນີ້ ພວມເດີນທາງໄປຍັງນະຄອນ ມິວນິກ (Munich) ບ່ອນທີ່ບັນດາເຈົ້າໜ້າທີ່ກ່າວວ່າ ທ່ານນາງຈະເພັ່ງເລັງໃສ່ເລື້ອງການປຶກສາຫາລືກັບບັນດາພັນທະມິດ ກ່ຽວກັບວິກິດການລະຫວ່າງຣັດເຊຍ ແລະຢູເຄຣນ.

ຂະນະຢູ່ໃນປະເທດເຢຍຣະມັນ ບ່ອນທີ່ທ່ານນາງແຮຣິສຈະນຳພາຄະນະຜູ້ແທນ ສະຫະລັດ ຢູ່ທີ່ກອງປະຊຸມດ້ານຄວາມປອດໄພຢູ່​ມິວ​ນິກ ທ່ານນາງມີກຳນົດຈະພົບປະກັບປະທານາທິບໍດີຂອງຢູເຄຣນ ທ່ານໂວໂລດີເມຍ ເຊເລນສກີ ເລຂາທິ ການໃຫຍ່ອົງການເນໂຕ້ ທ່ານເຈນສ໌ ສໂຕລເຕັນເບີກ ແລະບັນດາຜູ້ນຳຈາກ ລັດເວຍ ລີທົວເນຍ ແລະແອັສໂທເນຍ.

ທ່ານນາງແຮຣິສ ຍັງມີກຳນົດຈະໄດ້ກ່າວຄຳປາໄສໃນວັນເສົາ ທີ່ເຈົ້າໜ້າທີ່ຄະ ນະລັດຖະບານ ໄດ້ກ່າວວ່າ ຈະເປັນການຊີ້ໃຫ້ເຫັນເຖິງລະດັບຂອງຄວາມສາ ມັກຄີພາຍໃນບັນດາປະເທດຕາເວັນຕົກ ແລະສະມາຊິກທັງຫຼາຍຂອງອົງການເນໂຕ້ ກ່ຽວກັບດ້ານການທູດ ການທະຫານ ແລະເສດຖະກິດ.

ເຈົ້າໜ້າທີ່ອະວຸໂສໃນຄະນະລັດຖະບານ ໄດ້ກ່າວຕໍ່ບັນດານັກຂ່າວໃນກອງປະ ຊຸມຖະແຫລງຂ່າວເມື່ອວັນພຸດວານນີ້ ວ່າ “ຮອງປະທານາທິບໍດີ ຈະເນັ້ນໜັກເຖິງວິທີທີ່ຄວາມສາມັກຄີກັນນັ້ນ ເປັນແຫລ່ງຂອງກຳລັງທີ່ຈະອຳນວຍໃຫ້ພວກເຮົາຕອບໂຕ້ຢ່າງວ່ອງໄວ ແລະໜັກໜ່ວງຕໍ່ການຮຸກຮານໃດໆຂອງຣັດເຊຍທີ່ມີ ຢູ່ຕໍ່ເນື່ອງ.” ທ່ານກ່າວຕໍ່ໄປວ່າ “ຄຳປາໄສຂອງທ່ານນາງ ຍັງຈະເພັ່ງເລັງໃສ່ເລື້ອງການຄ້ຳປະກັນຂອງພວກເຮົາຕໍ່ພັນທະມິດແລະຄູ່ພາຄີທັງຫຼາຍໃນຄວາມ ໝັ້ນໝາຍຂອງພວກເຮົາ ແລະຄວາມໝັ້ນໝາຍຂອງພວກເຮົາ ທີ່ຈະຊຸກຍູ້ອົງ ການເນໂຕ້ດ້ວຍວິທີໃດ ແລະເສີມຂະຫຍາຍກຳລັງພັນທະມິດຂອງພວກເຮົາ ໃນການປະເຊີນໜ້າກັບການຮຸກຮານຂອງຣັດເຊຍ. ແລະທ່ານນາງຈະກ່າວກ່ຽວ ການຮຸກຮານຕໍ່ຢູເຄຣນຢ່າງຕໍ່ເນື່ອງນັ້ນ ຈະຄືແນວໃດ ພວກເຮົາເຊື່ອວ່າ ຈະເຮັດໃຫ້ຣັດເຊຍ ອ່ອນແອລົງກວ່າເກົ່າ ແລະບໍ່ເຂັ້ມແຂງກວ່າເກົ່າ.”

ບັນດາເຈົ້າໜ້າທີ່ ໄດ້ກ່າວວ່າ ຈຸດປະສົງໂດຍລວມຂອງການເດີນທາງໃນຄັ້ງນີ້ ແມ່ນເຮັດໃຫ້ແນ່ໃຈວ່າ ປະເທດຕາເວັນຕົກທີ່ເປັນພັນທະມິດທັງຫຼາຍ ແມ່ນ “ໃຫ້ການສະໜັບສະໜຸນຢ່າງເຕັມສ່ວນ” ແລະສົ່ງຂໍ້ຄວາມອັນຊັດເຈນໄປຍັງຣັດເຊຍ ກ່ຽວກັບເສັ້ນທາງໄປໜ້າ.

“ຄວາມຕ້ອງການຂອງພວກເຮົາແມ່ນດ້ານການທູດ ແລະການສະກັດກັ້ນ ແຕ່ຖ້າຣັດເຊຍ ເລືອກການຮຸກຮານ ພວກເຮົາແມ່ນພ້ອມແລ້ວ” ນັ້ນແມ່ນຄຳເວົ້າຂອງເຈົ້າໜ້າທີ່ທ່ານນີ້.

ຣັດເຊຍໄດ້ປະຕິເສດວ່າ ຕົນບໍ່ໄດ້ມີແຜນການທີ່ຈະບຸກລຸກຢູເຄຣນ ແລະເມື່ອມໍ່ໆມານີ້ ໄດ້ປະກາດວ່າ ມີການຖອນກຳລັງທະຫານອອກຈາກພື້ນທີ່ຕາມຊາຍແດນຂອງຕົນ ທີ່ຢູ່ຕິດກັບຢູເຄຣນ ຫຼາຍຮອບແລ້ວ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG