ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

Twitter ກ່າວວ່າ ຕົນໄດ້​ປິດ​ບັນຊີ ທີ່ເຊື່ອມໂຍງ ກັບຣັດເຊຍ​ ຫຼາຍ​ກວ່າ 200 ບັນຊີ


ທ່ານນາງ Emily Horne (ຊ້າຍ), ອໍານວຍການການວາງນະໂຍບາຍດ້ານສື່ສານລະດັບໂລກ, ທ່ານ Colin Crowell (ກາງ), ຫົວໜ້າດ້ານນະໂຍບາຍໂລກ; ແລະທ່ານນາງ Elizabeth Banker, ທີ່ຮອງປຶກສາໃຫຍ່ຂອງ ບໍລິສັດ Twitter ກໍາລັງລໍຖ້າເຂົ້າໄປໃຫ້ການແບບປິດລັບ ຕໍ່ຄະນະກໍາມະການສືບລັບ
ຂອງ ສະພາຕໍ່າທີ່ຫ້ອງການລັດຖະສະພາສະຫະລັດ.
ທ່ານນາງ Emily Horne (ຊ້າຍ), ອໍານວຍການການວາງນະໂຍບາຍດ້ານສື່ສານລະດັບໂລກ, ທ່ານ Colin Crowell (ກາງ), ຫົວໜ້າດ້ານນະໂຍບາຍໂລກ; ແລະທ່ານນາງ Elizabeth Banker, ທີ່ຮອງປຶກສາໃຫຍ່ຂອງ ບໍລິສັດ Twitter ກໍາລັງລໍຖ້າເຂົ້າໄປໃຫ້ການແບບປິດລັບ ຕໍ່ຄະນະກໍາມະການສືບລັບ ຂອງ ສະພາຕໍ່າທີ່ຫ້ອງການລັດຖະສະພາສະຫະລັດ.

ບໍລິສັດ Twitter ຊຶ່ງໃຫ້​ບໍລິການ​ທາງສື່​ສັງຄົມ​ອອນ​ລາຍບໍລິສັດ​ນຶ່ງ ​ໄດ້​ບອກ​ຄະນະ​
ກໍາມະການ​ສືບ​ລັບ​ຂອງ​ສະພາ​ຕໍ່າ ​ແລະ​ສະພາ​ສູງ​ຂອງ​ສະຫະລັດ​ວ່າ ຕົນ​ໄດ້​ປິດ​ບັນ
ຊີ​ຫລາຍ​ກວ່າ 200 ບັນຊີ ຫລັງ​ຈາກພົບເຫັນ​ວ່າ​ບັນຊີ​ເຫລົ່ານັ້ນ ມີ​ການ​ເຊື່ອມ​ໂຍງ
​ກັບຣັດ​ເຊຍ​ແລະ​ພະຍາ ຍາມທີ່​ຈະແຊກ​ແຊງ​ເຂົ້າ​ໃນ​ການ​ເມືອງ​ຂອງ​ສະຫະລັດ.

​ການ​ໃຫ້ການແບ​ບປິດ​ລັບດັ່ງກ່າວ ​ມີ​ຂຶ້ນຫລັງ​ຈາກ​ການ​ໃຫ້ການທີ່​ຄ້າຍ​ຄື​ກັນນີ້ ​
ໃນ​ຕອນ​ຕົ້ນໆຂອງເດືອນນີ້ ​ກັບບໍລິສັດ Facebook ທີ່​ໄດ້​ຕົກລົງ ​ທີ່​ຈະເອົາການ
​ໂຄສະນາທີ່​ມີ​ການ​ເຊື່ອມ​ໂຍງ​ກັບຣັດ​ເຊຍ 3,000 ເລື່ອງ ທີ່​ກ່ຽວຂ້ອງ​ກັບ​ການ
​ສ້າງ​ຄວາມ​ແຕກ​ແຍກ​ໃນ​ສັງຄົມ ​ແລະ​ການ​ເມືອງ ​ທີ່​ໄດ້ລົງ​ໃນໜ້າ​ເວັບ​ໄຊ​ຂອງ​ບໍ
ລິສັດ​ຕົນນັ້ນ ໃຫ້​ແກ່​ສະມາຊິກ​ສະພາ.

ເຄື່ອງໝາຍ ຫລື logo ຂອງ Twitter
ເຄື່ອງໝາຍ ຫລື logo ຂອງ Twitter

ຄະນະ​ກໍາມະການ​ທັງ​ສອງກໍາລັງ​ກວດກາ​ເບິ່ງ ​ການ​ເຜີຍ​ແຜ່​ຂ່າວທີ່​ບໍ່​ມີ​ມູນ​ຄວາມ​ຈິງ
​ແລະ​ກວດ​ເບິ່ງ​ວ່າ ມີ​ໃຜ​ຢູ່​ສະຫະລັດ​ໄດ້​ຊ່ວຍ​ໃນ​ການ​ສົ່ງ​ເນື້ອ​ໃນ​ຂອງ​ເລື່ອງທີ່​ບໍ່ຈິງ​
ດັ່ງກ່າວ ​ໄປ​ໃຫ້​ກຸ່ມ​ຜູ້ຊົມ​ໃຊ້ Facebook ໃດ​ນຶ່ງ​ເປັນ​ການສະ​ເພາະ ຫລືບໍ່. ​ໃນ​ກໍລະນີ
ຂອງ Twitter ນັ້ນ​ ວຽກງານ​ກວດກາ​ນີ້ ແມ່ນ​ລວມທັງ​ການ​ກວດກາ​ເບິ່ງສິ່ງ​ທີ່​ເອີ້ນວ່າ ບັນຊີ​ຂີ້​ໂກງທີ່​ຕັ້ງຂຶ້ນ​ເພື່ອ ທໍາການກະຈາຍ​ຂໍ້​ມູນ​ຢ່າງ​ວ່ອງ​ໄວ ​ແລະຢ່າງ​ອັດຕະ​ໂນ​ມັດ.

ບໍລິສັດ Twitter ​ໄດ້​ປະກາດ​ຢູ່​ໃນ​ການ​ຂຽນຄໍາ​ເຫັນ ຫລື ບລັອກ ​ໃນ​ຕອນບ່າຍວັນ​ພະຫັດ​ວານນີ້ວ່າ "​ໃນ​ຈໍານວນ​ບັນຊີປະມານ 450 ອັນ​ທີ່ Facebook ​ໄດ້​ເອົາ​ໃຫ້​ພວກ​ເຮົາ​ເບິ່ງ​ຫວ່າງມໍ່ໆມາ​ນີ້ ​ຊຶ່ງ​ຢູ່​ໃນ​ສ່ວນ​ນຶ່ງ​ຂອງ​ການກວດ​ວຽກຄືນ​ຂອງ​ພວກ​ເຂົາ​ເຈົ້ານັ້ນ ພວກ​ເຮົາ​ສະຫລຸບໄດ້ວ່າ ມີ 22 ບັນຊີ​ທີ່​ຄື​ກັນກັບບັນຊີ​ຢູ່​ໃນ Twitter. ບັນຊີ​ທີ່​ພວກ​ເຮົາ​ຊອກ​ເຫັນ​ເຫລົ່ານີ້ ​ໄດ້​ຖືກ​ປິດແລ້ວ ຫລືບໍ່ກໍ​ໄດ້​ໄດ້​ຖືກ​ປິດ​ລົງໃນ​ທັນທີ​ທັນ​ໃດ​ໂລດ ຍ້ອນ​ໄດ້​ຝ່າຝືນ​ກົດ​ລະບຽບຂອງ​ພວກ​ເຮົາ. ນອກ​ຈາກນັ້ນ, ​ພວກ​ເຮົາຍັງ​ກວດ​ພົບບັນຊີ​ທີ່​ກ່ຽວຂ້ອງ ຫລື​ເຊື່ອມ​ໂຍງ​ກັບບັນຊີ​ດັ່ງກ່າວເຫລົ່ານັ້ນອີກ 179 ອັນ ​ແລະພວກ​ເຮົາ​ກໍ​ໄດ້​ດໍາ​ເນີນ​ມາດ​ຕະການ​ຕໍ່ບັນຊີ ທີ່​ພວກ​ເຮົາ​ເຫັນ​ວ່າ ໄດ້​ລະ​ເມີດລະບຽບການ​ຂອງ​ພວກ​ເຮົາ​ແລ້ວ."

ພ້ອມ​ກັນນັ້ນ ບໍລິສັດ Twitter ຍັງ​ເວົ້າວ່າ ​ເວັບ​ໄຊຂ່າວ RT ຂອງຣັດ​ເຊຍ ​ໄດ້​ໃຊ້​ຈ່າຍ​ເງິນ 274 ​ພັນ 100 ​ໂດ​ລາເຂົ້າໃນ​ການ​ໂຄສະ​ນາ​ຢູ່​ໃນເວັບ​ໄຊ​ຂອງ​ຕົນ​ໃນ​ປີ 2016.

ແຕ່​ເຖິງ​ແມ່ນ​ວ່າ ບໍລິສັດ Twitter ​ໄດ້​ເປີດ​ເຜີຍ​ຂໍ້​ມູນ​ດັ່ງກ່າວກໍ​ຕາມ ພວກ​ສະມາຊິກ​ສະພາລະດັບ​ສູງ​ເວົ້າວ່າ ພວກ​ເພິ່ນບໍ່ພໍ​ໃຈ​ຕໍ່ການ​ຮັບ​ມື​ກັບ​ບັນຫານີ້ ຂອງບໍລິສັດ. ທ່ານ Adam Schiff ສະມາຊິກ​ສະພາຈາກ​ລັດ​ຄາ​ລິ​ຟໍ​ເນຍ​ເວົ້າວ່າ "ເຖິງ​ແນວ​ໃດ​ກໍ​ຕາມ ສ່ວນ​ຫລາຍ​ຂໍ້​ມູນ​ທີ່ Twitter ​ໃຊ້​ໃນ​ການກວດ​ເບິ່ງ​ບັນຊີ ​ທີ່​ມີ​ການ​ເຊື່ອມ​ໂຍງ​ກັບຣັດ​ເຊຍນັ້ນ ​ແມ່ນ​ໄດ້​ມາ​ຈາກ​ການວິ​ໄຈ​ຂອງ​ບໍລິສັດ Facebook, ​ແລະ​ເປັນ​ທີ່​ຈະ​ແຈ້ງວ່າ Twitter ຍັງມີ​ວຽກງານ​ກວດ​ສອບທີ່​ຈະ​ຕ້ອງ​ໄດ້​ເຮັດ​ຢ່າງ​ຫລວງຫລາຍ ​ເພື່ອ​ຈະ​ເຂົ້າ​ໃຈ​ເຖິງ​ຄວາມ​ເລິກ​ເຊິ່ງ ​ແລະຄວາມ​ໜັກຂອງ​ກິດຈະ​ກໍາທີ່ຣັດ​ເຊຍ​ເຮັດຢູ່​ໃນ​ໄລຍະ​ທີ່​ມີ​ການ​ໂຄສະນາ​ຫາ​ສຽງການ​ເລືອກ​ຕັ້ງນັ້ນ."

​ໃນ​ຂະນະ​ດຽວກັນ​ສະມາຊິກ​ສະພາ​ສູງ Mark Warner ຈາກ​ລັດ Virginia ​ເວົ້າວ່າ ບໍລິ ສັດ​ດັ່ງກ່າວ "​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ຂາດ​ຄວາມ​ເຂົ້າ​ໃຈ​ຢ່າງຫລວງຫລາຍ... ​ເຖິງ​ຄວາມຮ້າຍ​ແຮງ​ຂອງ​ບັນຫານີ້, ​ເຖິງໄພ​ຂົ່ມຂູ່ຂອງ​ມັນ​ຕໍ່ສະ​ຖາ​ບັນ​ປະຊາທິປະ​ໄຕ."

ການ​ປະຊຸມ​ກັບ​ບັນດາ​ບໍລິສັດ​ເທັກ​ໂນ​ໂລ​ຈີ​ດັ່ງກ່າວ ​ຜ່ານ​ມາ​ແມ່ນເປັນແບບ​ປິດ​ລັບ ​ແຕ່​ວ່າຄະນະ​ກໍາມະການສືບ​ລັບ​ຂອງ​ທັງ​ສະພາ​ຕໍ່າ ​ແລະ​ສະພາ​ສູງກໍາລັງ​ມີ​ແຜນ​ທີ່​ຈະ​ຈັດ​ໃຫ້​ມີການ​ຮັບ​ຟັງ​ຄໍາ​ໃຫ້ການ​ກ່ຽວກັບ​ການ​ໃຊ້ເຄື່ອງມື​ອອນ​ລາຍ​ທີ່​ພົວພັນ​ກັບ​ການໃຊ້​ຄວາມພະຍາຍາມທີ່​ຈະ​ສົ່ງ​ຜົນ​ກະທົບ​ຕໍ່ການ​ເລືອກ​ຕັ້ງ ​ໃຫ້​ປະຊາຊົນ​ໄດ້​ຮູ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG