ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໒ ມັງກອນ ໒໐໒໕

ຣັດເຊຍຫັນໄປຫາຈີນ ເພື່ອກ້າວເຂົ້າສູ່ການແຂ່ງຂັນ AI ກັບສະຫະລັດ


 ປະທານາທິບໍດີ ຣັດເຊຍ ວລາດີເມຍ ປູຕິນ (ກາງ ) ແລະ ຜູ້ບໍລິຫານຂອງ Sberbank ວລາດີເມຍ ເກຣເວ (ຊ້າຍ) ຢ້ຽມຢາມເທດສະການປັນຍາປະດິດໃນມົສກູ ປະເທດຣັດເຊຍເມື່ອວັນທີ 24 ພະຈິກ 2023
ປະທານາທິບໍດີ ຣັດເຊຍ ວລາດີເມຍ ປູຕິນ (ກາງ ) ແລະ ຜູ້ບໍລິຫານຂອງ Sberbank ວລາດີເມຍ ເກຣເວ (ຊ້າຍ) ຢ້ຽມຢາມເທດສະການປັນຍາປະດິດໃນມົສກູ ປະເທດຣັດເຊຍເມື່ອວັນທີ 24 ພະຈິກ 2023

ຄວາມພະຍາຍາມຂອງຣັດເຊຍໃນການຂໍຄວາມຊ່ວຍເຫຼືອຈາກຈີນໃນການປັບປຸງປັນຍາປະດິດ ຫຼື AI ແມ່ນເຫັນວ່າ ເປັນການທ້າທາຍຄວາມເປັນຜູ້ນໍາຂອງສະຫະລັດ ໃນດ້ານນີ້ ເຖິງແມ່ນວ່າ ຄະນະລັດຖະບານຂອງ ທ່ານ ໂຈ ໄບເດັນ ກຳລັງຈະອອກຈາກຕໍາແໜ່ງກໍຕາມ ຄາດວ່າ ຈະໃຊ້ມາດຕະການຄວບຄຸມການສົ່ງອອກໃໝ່ ເພື່ອສະກັດກັ້ນການເຂົ້າເຖິງຊິບ ປັນຍາປະດິດຂອງປັກກິ່ງຕື່ມອີກ ອີງຕາມລາຍງານຂອງອົງການຂ່າວຣອຍເຕີສ.

ເມື່ອປີໃໝ່ເລີ້ມຕົ້ນຂື້ນ ປະທານາທິບໍດີຣັດເຊຍ ທ່ານ ວລາດີເມຍ ປູຕິນ ໄດ້ສັ່ງໃຫ້ທະນາຄານ ສເບີແບ້ງ ( Sberbank ) ຂອງລັດເຮັດວຽກຮ່ວມກັບຈີນ ໃນການວິໄຈ ແລະ ພັດທະນາເທັກໂນໂລຈີ ປັນຍາປະດິດ ຕາມຄໍາກ່າວຂອງ ວັງເຄຣມລິນ.

“ປະທານາທິບໍດີຣັດເຊຍເຫັນວ່າ ປະເທດຂອງເຂົາກຳລັງແຂ່ງຂັນດ້ານປັນຍາປະດິດກັບສະຫະລັດ ໃນລະດັບໂລກ ແລະໄດ້ຈັດສັນຊັບພະຍາກອນຂອງລັດເພື່ອພະຍາຍາມແຂ່ງຂັນກັບສະຫະລັດ ໃນດ້ານຂໍ້ມູນແລະ ທາງໄຊເບີສ ຊຶ່ງເປັນສອງດ້ານທີ່ປັນຍາປະດິດຄວນຊ່ວຍເຫຼືອຣັດເຊຍ ໃນສີ່ງທີ່ພວກເຂົາເຫັນວ່າ ເປັນຫົວຂໍ້ຂອງເລື່ອງ ແລະອິດທິພົນຂອງຊາດຕາເວັນຕົກ” ທ່ານ ຊາມູເອລ ເບນເດຕ ນັກວິໄຈອາວຸໂສພິເສດທີ່ສູນເພື່ອຄວາມໝັ້ນຄົງຂອງອາເມຣິກາແບບໃໝ່ ກ່າວ.

ມົດສກູ ເຫັນວ່າ ຄວາມສຳເລັດຂອງປັກກິ່ງໃນດ້ານປັນຍາປະດິດເປັນຕົວຢ່າງທີ່ຕ້ອງປະຕິບັດຕາມແລະ “ ການຮ່ວມມືກັບຈີນ ຖືວ່າເປັນບາດກ້າວທີ່ຈຳເປັນໄປສູ່ການໄດ້ຮັບຊຸດທັກສະ, ຄວາມຮູ້ ແລະ ເທັກໂນໂລຈີ ທີ່ກ່ຽວຂ້ອງກັບປັນຍາປະດິດ” ທ່ານ ເບນເນຕ ກ່າວຕໍ່ວີໂອເອ ໃນຄຳເຫັນທີ່ຂຽນເປັນລາຍລັກອັກສອນ.

ປັດຈຸບັນສະຫະລັດເປັນຜູ້ນໍາດ້ານນະວັດຕະກຳປັນຍາປະດິດ ຮອງລົງມາຄືຈີນ ຊຶ່ງຍັງນໍາຫຼັງຢູ່ຫຼາຍ ຕາມການລາຍງານໃນເດືອນພະຈິິກຂອງສະຖາບັນ ສແຕນຟອດ ເພື່ອປັນຍາປະດິດທີ່ເນັ້ນໜັກມະນຸດເປັນສູນກາງ. ຣັດເຊຍຢູ່ອັນດັບ 31 ຈາກ 83 ປະເທດໃນດ້ານການນໍາໃຊ້ ປັນຍາປະດິດຢູ່ໃນວຽກງານ, ນະວັດຕະກຳ ແລະ ການລົງທືນ ຕາມດັດສະນີປັນຍາປະດິດລະດັບໂລກຂອງ ໂທຣໂທຍສ໌ ມີເດຍ (Tortoise Media)

ອ່ານຂ່າວເປັນພາສາອັງກິດດ້ານລຸ່ມ

Russia's efforts to obtain China's help in enhancing artificial intelligence is seen as a bid to challenge America's lead in the field even as the outgoing Biden administration is expected to impose new export control measures to further curb Beijing's access to AI chips.

As the new year began, Russian President Vladimir Putin ordered the country's state-owned Sberbank, to work with China in researching and developing AI technology, according to the Kremlin

"The Russian president sees his country in global competition for AI with the United States and has positioned the state resources to try and compete with the U.S. in information and cyberspace – two areas where artificial intelligence is supposed to aid Russia in what they see as Western narratives and influence," said Samuel Bendett, adjunct senior fellow at the Center for a New American Security.

Moscow views Beijing's success in AI as an example to follow, and its "cooperation with China is viewed as a necessary step towards acquiring artificial intelligence-related skill sets, knowledge and technology," Bendett told VOA in written comments.

The U.S. currently leads in AI innovation, followed by China, which is falling behind by wide margins, according to a November report by the Stanford Institute for Human-Centered Artificial Intelligence.

Russia ranks 31st out of 83 countries in AI implementation, innovation and investment, according to U.K.-based Tortoise Media's Global AI Index.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG