ກະຊວງປ້ອງກັນປະເທດ ອັງກິດ ໄດ້ກ່າວໃນວັນອັງຄານວານນີ້ວ່າ ເຂົາເຈົ້າຄາດວ່າ ຣັດເຊຍ ຈະໃຊ້ກົນລະຍຸດດຽວກັນທີ່ເຂົາເຈົ້າໄດ້ໃຊ້ເພື່ອຍຶດເອົາແຂວງລູຮານສ໌ ຂອງຢູເຄຣນ ເກືອບທັງໝົດ ໃນຂະນະທີ່ເຂົາເຈົ້າໄດ້ທຳການຜັກດັນເພື່ອຄວບຄຸມແຂວງໂດເນັດສ໌ ແລະ ບັນລຸເປົ້າໝາຍທີ່ເຂົາເຈົ້າໄດ້ກ່າວໃນການຄວບຄຸມພາກພື້ນ ດອນບາສ ທັງໝົດ.
ກະຊວງໄດ້ກ່າວໃນຖະແຫຼງການສະບັບນຶ່ງວ່າ “ການຕໍ່ສູ້ເພື່ອພາກພື້ນດອນບາສ ແມ່ນໄດ້ຖືກອະທິບາຍວ່າ ເປັນການເຄື່ອນໄຫວໃນລະດັບທີ່ຊ້າ ແລະ ການສົ່ງປືນໃຫຍ່ຈຳນວນຫຼວງຫຼາຍຂອງ ຣັດເຊຍ, ການທຳລາຍເມືອງ ແລະ ຕົວເມືອງຕ່າງໆໃນຂະບວນການດັ່ງກ່າວ. ການຕໍ່ສູ້ໃນເຂດ ໂດເນັດສ໌ ແມ່ນເກືອບແນ່ ນອນວ່າຈະສືບຕໍ່ໄປໃນກໍລະນີນີ້.”
ປະທານາທິບໍດີ ຣັດເຊຍ ທ່ານ ວລາດິເມຍ ປູຕິນ ໄດ້ປະກາດໄຊຊະນະໃນແຂວງ ລູຮານສ໌ ເມື່ອວັນຈັນວານນີ້ ໃນຂະນະທີ່ກອງທະຫານ ຢູເຄຣນ ໄດ້ຖອນອອກຈາກເຂດທີ່ໝັ້ນແຫ່ງສຸດທ້າຍຂອງເຂົາເຈົ້າໃນເມືອງ ລີຊີຈານສ໌.
ຢູເຄຣນ ໄດ້ກ່າວວ່າກອງກຳລັງ ຣັດເຊຍ ຕອນນີ້ແມ່ນກຳລັງພະຍາຍາມທີ່ຈະເຂົ້າໄປໃນເມືອງ ຊີເວີສ໌, ເຟໂດຣິບກາ ແລະ ບາກມຸດ ໃນພາກພື້ນ ໂດເນັດສ໌, ເຊິ່ງປະມານເຄິ່ງນຶ່ງໃນນັ້ນແມ່ນຖືກຄວບຄຸມໂດຍ ຣັດເຊຍ.
ລັດຖະມົນຕີປ້ອງກັນປະເທດ ຣັດເຊຍ ທ່ານ ເຊີເກ ຊອຍກູ ໄດ້ລາຍງານຕໍ່ທ່ານ ປູຕິນ ໃນກອງປະຊຸມທີ່ຖືກຖ່າຍອອກໂທລະພາບເມື່ອວັນຈັນວານນີ້ວ່າ ກອງກຳລັງ ຣັດເຊຍ ໄດ້ຄວບຄຸມແຂວງ ລູຮານສ໌. ໃນການຕອບກັບ, ທ່ານ ປູຕິນ ໄດ້ກ່າວວ່າໜ່ວຍຕ່າງໆຂອງກອງທັບ “ທີ່ເຂົ້າຮ່ວມໃນການສົງຄາມ ແລະ ບັນລຸຄວາມສຳເລັດ, ໄຊຊະນະ” ໃນແຂວງ ລູຮານສ໌, “ຄວນພັກຜ່ອນ, ແລະ ເພີ່ມຄວາມສາມາດໃນການຕໍ່ສູ້ຂອງເຂົາເຈົ້າ.”
ເຈົ້າແຂວງລູຮານສ໌ ຂອງຢູເຄຣນ, ທ່ານ ເຊີຮີ ໄຮໄດ, ໄດ້ກ່າວຕໍ່ອົງການຂ່າວ AP ໃນວັນຈັນວານນີ້ວ່າ ກອງກຳລັງຢູເຄຣນ ໄດ້ຖອນອອກຈາກເມືອງ ລີຊີຈານສ໌ ເພື່ອຫຼີກລ່ຽງການຖືກປິດລ້ອມ.
ທ່ານ ໄຮໄດ ໄດ້ກ່າວວ່າ, ມັນມີຄວາມສ່ຽງທີ່ເມືອງລີຊີຈານສ໌ ຈະຖືກປິດລ້ອມ,” ໂດຍອະທິບາຍວ່າ ກອງທະຫານ ຢູເຄຣນ ສາມາດຢູ່ໃນທີ່ນັ້ນອີກດົນໜ້ອຍນຶ່ງ ແຕ່ມີຄວາມເປັນໄປໄດ້ທີ່ຈະຖືກໂຈມຕີບາດເຈັບ ແລະ ເສຍຊີວິດຈຳນວນຫຼວງຫຼາຍ.
ທ່ານ ໄຮໄດ ໄດ້ກ່າວວ່າ “ພວກເຮົາສາມາດທີ່ຈະທຳການການຖອນຕົວ ແລະ ອົບພະຍົບລວມສູນສຳລັບຜູ້ໄດ້ຮັບບາດເຈັບທຸກຄົນ. ພວກເຮົາໄດ້ເອົາອຸປະກອນທັງໝົດກັບມານຳ, ຈາກຈຸດນີ້, ການຖອນຕົວແມ່ນໄດ້ຖືກຈັດກັນເປັນຢ່າງດີ.”