ເທີກີກ່າວວ່າ ການໂຈມຕີທາງອາກາດຂອງຣັດເຊຍ ບັງເອີນໄດ້ສັງຫານທະຫານ ເທີກີ 3 ຄົນໃນພາກເໜືອຂອງຊີເຣຍ.
ຖະແຫຼງການຂອງກອງທັບກ່າວວ່າ ເຮືອບິນທະຫານຣັດເຊຍໄດ້ທຳການໂຈມຕີເປົ້າໝາຍຂອງກຸ່ມລັດອິສລາມ ໃນເວລາທີ່ເຫດການດັ່ງກ່າວເກີດຂຶ້ນ.
ປະທານາທິບໍດີຣັດເຊຍ ທ່ານ Vladimir Putin ໄດ້ໂທລະສັບໄປຫາປະທານາທິບໍດີເທີກີ
ທ່ານ Recep Tayyip Erdogan ເພື່ອສະແດງຄວາມເສົ້າສະຫຼົດໃຈ.
ວັງເຄຣັມລິນກ່າວວ່າ ທັງສອງຝ່າຍໄດ້ຕົກລົງກັນທີ່ຈະເພີ້ມການປະສານງານທາງທະຫານຢູ່ໃນ ຊີເຣຍ.
ຣັດເຊຍແລະເທີກີແມ່ນໃຫ້ການສະໜັບສະໜູນຄົນລະຝ່າຍ ຢູ່ໃນບັນຫາຂັດແຍ້ງຊີເຣຍທີ່ດຳເນີນມາເປັນເວລາເກືອບ 6 ປີແລ້ວນັ້ນ ໂດຍທີ່ມົສກູໃຫ້ການໜູນຫຼັງ ຕໍ່ປະທານາທິບໍດີຊີເຣຍ ທ່ານ Bashar al-Assad ຂະນະທີ່ອັງກາຣາໜູນຫຼັງ ພວກຕໍ່ຕ້ານລັດຖະບານ.
ແຕ່ວ່າປະເທດທັງສອງໄດ້ເຮັດວຽກຮ່ວມກັນ ໃນໄລຍະສອງສາມເດືອນຜ່ານມານີ້ ແລະຊ່ວຍ
ໄກ່ເກ່ຍການເຈລະຈາສັນຕິພາບໃນຊີເຣຍ ທີ່ກາຊັກສະຖານ ເມື່ອ ເດືອນແລ້ວນີ້.
ຣັດເຊຍແລະເທີກີ ພ້ອມກັບປະເທດອີຣ່ານ ໄດ້ຕົກລົງຮັບເອົາແຜນການສັງເກດການໃນການຢຸດຍິງເປັນບາງສ່່ວນຢູ່ໃນຊີເຣຍ ແລະສະໜັບສະໜູນການດຳເນີນ ຄວາມພະຍາຍາມເພື່ອຊອກຫາຊ່ອງທາງໃນການແກ້ໄຂບັນຫາຂັດແຍ້ງດັ່ງກ່າວ ໂດຍທາງການເມືອງ.