ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຣັດເຊຍ ປະຕິເສດ ຕໍ່ລາຍງານ ຂອງ ໜັງສືພິມ New York Times


ໃນພາບນີ້ ຖ່າຍເມື່ອວັນທີ 17 ກໍລະກົດ 2016, ທ່ານ Paul Manafort ຜູ້ຈັດການດ້ານການໂຄສະນາຫາສຽງ ຂອງທ່ານທຣຳ ກຳລັງລົມກັບບັນດານັກຂ່າວ ຢູ່ທີ່ກອງປະຊຸມ ແຫ່ງໃຫຍ່ ແຫ່ງຊາດຂອງພັກຣີພັບບລີກັນ ໃນນະຄອນ Cleveland ລັດ Indiana.
ໃນພາບນີ້ ຖ່າຍເມື່ອວັນທີ 17 ກໍລະກົດ 2016, ທ່ານ Paul Manafort ຜູ້ຈັດການດ້ານການໂຄສະນາຫາສຽງ ຂອງທ່ານທຣຳ ກຳລັງລົມກັບບັນດານັກຂ່າວ ຢູ່ທີ່ກອງປະຊຸມ ແຫ່ງໃຫຍ່ ແຫ່ງຊາດຂອງພັກຣີພັບບລີກັນ ໃນນະຄອນ Cleveland ລັດ Indiana.

ໃນວັນພຸດມື້ນີ້ ຣັດເຊຍ ໄດ້ປະຕິເສດ ຕໍ່ລາຍງານ ຂອງໜັງສືພິມ New York Times
ທີ່ວ່າ ບັນດາສະມາຊິກ ຄະນະໂຄສະນາຫາສຽງ ຂອງປະທານາທິບໍດີ ສະຫະລັດ ດໍໂນລ
ທຣຳ ແລະ ບັນດາເຈົ້າໜ້າທີ່ຄົນອື່ນໆ ໄດ້ຕິດຕໍ່ກັບບັນດາເຈົ້າໜ້າທີ່ສືບລັບ ຂອງຣັດເຊຍ
ກ່ອນໜ້າການເລືອກຕັ້ງສະຫະລັດ ໃນເດືອນພະຈິກ.

ໜັງສືພິມສະບັບ​ນີ້ ກ່າວອ້າງວ່າ ເຈົ້າໜ້າທີ່ສະຫະລັດ ໃນປັດຈຸບັນແລະອະດີດ 4 ຄົນ
ໂດຍກ່າວວ່າ ເຈົ້າໜ້າທີ່ຕຳຫຼວດ ແລະເຈົ້າໜ້າ​ທີ່ອົງການສືບລັບຈັບ​ໄດ້ ການຕິດຕໍ່ທາງ
ໂທລະສັບ ແລະ ມີປະຫວັດຂອງການຕິດຕໍ່ທີ່ກ່ຽວຂ້ອງກັບທ່ານ Paul Manafort ຊຶ່ງ​
ຄັ້ງນຶ່ງເຄີຍເປັນຜູ້ຈັດການດ້ານການໂຄສະນາຫາສຽງຂອງທ່ານທຣຳ ແລະເພື່ອນຮ່ວມ
ງານອີກຈຳນວນນຶ່ງ ທີ່ບໍ່ໄດ້ລະບຸຊື່.

ທ່ານ Manafort ໄດ້ເອີ້ນ ລາຍ​ງານຂອງໜັງສືພິມດັ່ງກ່າວນີ້ວ່າ “​ໄຮ້​ສາລະ.”

ນອກ​ນັ້ນ ທ່ານຍັງໄດ້ປະຕິເສດ ຕໍ່ລາຍງານທີ່ຄ້າຍຄືກັນ ຂອງອົງການຂ່າວ CNN ທີ່ວ່າ
ບັນດາຄູ່ຮ່ວມງານຂອງທ່ານທຣຳ ປະກອບດ້ວຍທ່ານ Manafort ແລະ ທ່ານ Michael
Flynn ທີ່ປຶກສາດ້ານຄວາມປອດໄພແຫ່ງຊາດ ຜູ້ທີ່ໄດ້ລາອອກໄປແລ້ວນັ້ນ ໄດ້ຕິດຕໍ່
ສື່ສານ ກັບຊາວຣັດເຊຍ​ເປັນ​ປະຈຳ ກ່ອນໜ້າການເລືອກຕັ້ງ.

ສ່ວນຢູ່ທີ່​ນະຄອນຫຼວງມົສກູ ໂຄສົກປະທານາທິບໍດີ ທ່ານ Dmitry Peskov ໄດ້ກ່າວ
ໃນວັນພຸດມື້ນີ້ວ່າ ບົດລາຍງານນີ້ “ບໍ່ໄດ້ອີງໃສ່ພື້ນຖານຂອງຄວາມເປັນຈິງໃດໆເລີຍ”
ໃນຂະນະດຽວກັນ ສື່ມວນຊົນຂອງຣັດເຊຍ ໄດ້ອ້າງຄຳເວົ້າຂອງ ອົງການສືບລັບຂອງ
ປະເທດ ທີ່ກ່າວວ່າ ລາຍງານກ່ຽວກັບຕິດຕໍ່ນັ້ນ ແມ່ນບໍ່ມີມູນຄວາມຈິງ.

ໂຄສົກກະຊວງການຕ່າງປະເທດຣັດເຊຍ ທ່ານນາງ Maria Zakharova ໄດ້ກ່າວ
ຢູ່ກອງປະຊຸມຖະແຫລງຂ່າວ ວ່າ ບັນດານັກການທູດຂອງຣັດເຊຍ ໄດ້ປະຕິບັດ
ພາຍໃຕ້ບົດບາດທຳມະດາ ຂອງການເປັນນັກການທູດ ຂອງປະເທດທັງ ຫຼາຍ.

ທ່ານ Flynn ໄດ້ລາອອກຈາກຕຳແໜ່ງ ໃນວັນຈັນຜ່ານ​ມາ ຫຼັງຈາກຂໍ້ມູນໄດ້ຖືກເປີດ ເຜີຍກ່ຽວກັບການຕິດຕໍ່ກັບ ເອກອັກຄະລັດຖະທູດຣັດເຊຍ ປະຈຳສະຫະ ລັດ ທ່ານ
Sergey Kislyak ກ່ອນໜ້າການສາບານໂຕເຂົ້າຮັບຕຳແໜ່ງຂອງທ່ານທຣຳ ເມື່ອ
ເດືອນແລ້ວນີ້.

ທຳນຽບຂາວ ໄດ້ກ່າວໃນວັນອັງຄານວານນີ້ ວ່າ ທ່ານທຣຳ ໄດ້ຮັບຄຳແນະນຳ ເມື່ອ
ເກືອບສາມສັບປະດາທີ່ຜ່ານມາ ວ່າ ທ່ານ Flynn ໄດ້ເຮັດໃຫ້ຮອງປະທາ ນາທິບໍດີ
Mike Pence ເຂົ້າໃຈຜິດ ກ່ຽວກັບ ການສົນທະນາກັບເອກອັກຄະລັດຖະທູດຣັດເຊຍ.

Spicer: Trust 'Eroded' with Flynn
please wait

No media source currently available

0:00 0:02:03 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG