ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຣັດເຊຍ ກ່າວວ່າ ຍັງ​ເປັນ​ການ​ໄວ​ເກີນ​ໄປ ​ທີ່​ຈະ​ສະຫລຸບ​ໄດ້ ​ກ່ຽວກັບ ມືສັງຫານ

ຊາຍຄົນໜຶ່ງ ທີ່ໄດ້ຖືກລະບຸໂຕ ຄື ທ້າວ Mevlut Mert Altintas ຮ້ອງຂຶ້ນ ຫຼັງຈາກທີ່ໄດ້ຍິງ ທ່ານ Andrei Karlov, ເອກອັກຄະລັດຖະທູດ ຣັດເຊຍ ປະຈຳເທີກີ, ຢູ່ທີ່ງານວາງສະແດງຮູບຖ່າຍ ໃນນະຄອນຫຼວງ Ankara, ຂອງເທີກີ, ວັນທີ 19 ທັນວາ 2016.

ຣັດ​ເຊຍ ກ່າວ​ໃນ​ວັນ​ພຸດ​ມື້ນີ້ວ່າ ຍັງ​ເປັນ​ການ​ໄວ​ເກີນ​ໄປ​ທີ່​ຈະ​ສະຫລຸບ​ໄດ້​ກ່ຽວກັບ
​ຄວາມ​ຮັບຜິດຊອບ​ຂອງ​ມືປືນ ທີ່​ຍິງ​ສັງຫານ​ເອກ​ອັກຄະ​ລັດຖະທູດຣັ​ດ​ເຊຍ ປະຈຳ​ເທີ​ກີ.

ຕຳຫຼວດ ທີ່​ບໍ່​ໄດ້​ຢູ່​ໃນ​ໜ້າ​ທີ່​ຄົນ​ນຶ່ງ ​ໄດ້​ຍິງ​ສັງຫານ​ເອກ​ອັກຄະ​ລັດຖະທູດຣັດ​ເຊຍ ທ່ານ Andrei Karlov ​ໃນ​ວັນ​ຈັນ​ຜ່ານ​ມາຢູ່​ທີ່​ນະຄອນຫຼວງອັງກາຣາ. ຜູ້​ທີ່​ເຫັນເຫດການ​
ຄົນ​ນຶ່ງ​ໄດ້​ບອກ​ກັບ VOA ວ່າ ມື​ປືນ​ຍັງ​ຮ້ອງ​ອອກ​ມາ​ວ່າ “ບໍ່​ຕ້ອງລືມ Aleppo! ບໍ່​ຕ້ອງ​ລືມຊີ​ເຣຍ! ຕາບ​ທີ່​ແຜ່ນດິນ​ຂອງ​ພວກ​ເຮົາຍັງ​ບໍ່​ປອດ​ໄພ ພວກ​ເຈົ້າ​ກໍ​ຈະ​ບໍ່​ປອດ​ໄພ.”

ລັດຖະມົນຕີການຕ່າງປະເທດຂອງຣັດເຊຍ ທ່ານ Sergey Lavrov, ກາງ, ສະແດງທ່າທີ ໃນຂະນະ ກ່າວຖະແຫລງ ຕໍ່ລັດຖະມົນຕີການຕ່າງປະເທດຂອງເທີກີ ທ່ານ Mevlut Cavusoglu, ດ້ານຂວາ ຫັນຫລັງໃຫ້ກ້ອງ, ແລະລັດຖະມົນຕີການຕ່າງປະເທດຂອງອີຣ່ານ ທ່ານ Mohammad Javad Zarif, ດ້ານຊ້າຍ ຫັນຫຼັງໃຫ້ກ້ອງ, ໃນລະຫວ່າງການເຈລະຈາຮ່ວມກັນ ຢູ່ທີ່ນະຄອນຫຼວງມົສກູ ຂອງຣັດເຊຍ.

ລັດຖະມົນຕີການຕ່າງປະເທດຂອງເທີກີ ທ່ານ Melvut Cavusoglu ​ໄດ້​ກ່າວ​ຕໍ່​ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kerry ​ໃນ​ລະຫວ່າງ ການ​
ໂອ້​ລົມ​ທາງ​ໂທລະສັບ​ວ່າ ​ເທີ​ກີ​ເຊື່ອ​ວ່າ​ມື​ປືນ ​ແມ່ນ​ພົວພັນ​ກັບ​ນັກ​ສອນສາສະ​ໜາ
ອິສລາມ ທ່ານ Fethullah Gulen ທີ່​ລີ້​ໄພ​ຢູ່​ໃນ​ສະຫະລັດ ​ແລະ​ຖືກ​ຖິ້ມ ​ໂທ​ດ​ໃສ່ ​
ໃນ​ການ​ກໍ່​ລັດຖະປະຫານ​ຢູ່​ເທີ​ກີ ​ໃນ​ເດືອນ​ກໍລະກົດ​ປີ​ກາຍ​ນີ້.

ໂຄສົກ​ຂອງ​ປະທານາທິບໍດີຣັດເຊຍ ທ່ານ Dmitry Peskov ກ່າວ​ໃນ​ວັນ​ພຸດ​ມື້
ນີ້ວ່າ ບໍ່​ຄວນ​ທີ່​ຈະ​ຮີບ​ຮ້ອນ​ທຳ​ການ​ສະຫລຸບ ກ່ອນ​ທີ່​ການ​ສືບສວນ​ຮ່ວມ​ໃນ​ການ
ຄາດ​ຕະກຳ​ສຳ​ເລັດ​ເສັດ​ສິ້ນ.

ສະຫະລັດ​ໄດ້​ປະຕິ​ເສດ​ຕໍ່​ອັນ​ທີ່​ຕົນ​ເອີ້ນວ່າ ການສະ​ເໜີ​ແນະ​ທີ່​ໜ້າ​ຢາກຫົວ​ທີ່​ວ່າ ຕົນ​ມີ​ສ່ວນ​ພົວພັນ ໃນ​ການ​ໃຫ້​ຄວາມ​ສະໜັບສະໜຸນ​ຕໍ່​ການ​ຄາດ​ຕະກຳ​ດັ່ງກ່າວ ຍ້ອນ​ການ​ມີໜ້າ​ຂອງ​ທ່ານ Gulen ຢູ່​ໃນ​ສະຫະລັດ.

​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kirby ກ່າວ​ໃນ​ວັນ​ອັງຄານ​
ວານ​ນີ້ວ່າ ລັດຖະມົນຕີ Kerry ​ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງ​ກ່ຽວ​ກັບ ຄຳ​ເວົ້າຈຳນວນ
​ນຶ່ງ ທີ່​ມາ​ຈາກ​ເທີ​ກີ ​ໃນ​ລະຫວ່າງ​ການ​ໂທລະສັບ​ຂອງ​ທ່ານ​ ໄປໂອ້​ລົມ​ກັບ​ ທ່ານ Cavusoglu ນັ້ນ.

ທ່ານ Kirby ກ່າວ​ຕໍ່​ພວກ​ນັກ​ຂ່າວ​ວ່າ “ພວກ​ເຮົາ​ຈຳ​ເປັນ​ຕ້ອງ​ໄດ້​ປ່ອຍ​ໃຫ້​ຄະນະ​
ສືບສວນ​ເຮັດ​ວຽກ​ຂອງ​ເຂົາ​ເຈົ້າ ​ແລະ​ພວກ​ເຮົາ​ຕ້ອງ​ໄດ້.. ປ່ອຍ​ໃຫ້​ຄວາມ​ຈິງ ​ແລະ​ຫລັກ​ຖານ​ຕ່າງໆ ນຳພາ​ພວກ​ເຂົາ​ເຈົ້າ​ໄປ​ຫາ ກ່ອນ​ທີ່​ພວກ​ເຮົາຈະ​ດ່ວນສະຫລຸບ.
​ແຕ່​ຄວາມ​ຄິດ​ໃດໆ​ກໍຕາມທີ່​ວ່າ​ສະຫະລັດ ​ໃຫ້ການ​ສະໜັບສະໜຸນ ​ໃນ​ທາງ​ໃດ​
ທາງ​ນຶ່ງ​ ຫຼືຢູ່​ທາງ​ຫລັງ​ເລື້ອງດັ່ງກ່າວ​ນີ້ ຫລື​ວ່າ ມີ​ສ່ວນພົວພັນ​ ໂດຍທາງ​ອ້ອມ​ນັ້ນ
​ແມ່ນ​ເປັນ​ເລື້ອງທີ່​ໜ້າ​ຢາກຫົວ​ທີ່​ສຸດ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG