ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຮັດ​ເຊຍ​: ຍັງ​ໄວ​ເກີນ​ໄປ​ ທີ່​ຈະ​ພິ​ຈາ​ລະ​ນາ ແລ​ກ​ປ່ຽນ​ຜູ້​ຕ້ອງ​ສົງ​ໄສ ນັກ​ສືບ​ລັບ ສະ​ຫະ​ລັດ


ຮອງລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ ທ່ານ ​ເຊີ​​ເກ ຣຽບກັອ​ຟ ທີ່​ກະ​ຊວງ​ຕ່າງ​ປະ​ເທດ ​ສະ​ຫະ​ລັດ ວັນ​ທີ 17 ກໍ​ລະ​ກົດ 2017.
ຮອງລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ ທ່ານ ​ເຊີ​​ເກ ຣຽບກັອ​ຟ ທີ່​ກະ​ຊວງ​ຕ່າງ​ປະ​ເທດ ​ສະ​ຫະ​ລັດ ວັນ​ທີ 17 ກໍ​ລະ​ກົດ 2017.

ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຕ່າງ​ປະ​ເທດ​ ຣັດ​ເຊຍ​ ໄດ້​ປະ​ຕິ​ເສດ​ການ​ສະ​ເໜີ​ຕ່າງໆໃນ​ວັນ​
ເສົ​າ​ວານນີ້ທີ່ວ່າ ຊາວ​ ອາ​ເມ​ຣິ​ກັນ ​ທີ່ຖືກ​ຄວບ​ຄຸມ​ຕົວ​ຢູ່​ໃນ​ນະ​ຄອນຫຼວງ ​ມົ​ສ​ກູ ກ່ຽວ​ກັບ​
ການ​ສົງ​ໄສສື​ບ​ລັບນັ້​ນ ສາ​ມາດ​ແລກ​ປ່ຽນ​ກັບ​ຄົ​ນ ຣັດ​ເຊຍ ຄົນ​ນຶ່ງ.

ທ່າ​ນ​ ພອ​ລ ວີ​ແລນ ອະ​ດີດ​ທະ​ຫານ​ນາ​ວິ​ກະ​ໂຍ​ທິນ ​ສະ​ຫະ​ລັດ ຜູ້​ທີ່​ໄດ້ຖື​ສັນ​ຊາດ​ ກາ​
ນາ​ດາ ອັງ​ກິດ ແລະ​ໄອ​ເຣີ​ແລນ ດ້ວຍ​ນັ້ນ, ໄດ້ຖືກຄວບ​ຄຸມ​ຕົວ​ໃນ​ນະ​ຄອນຫຼວງ ​ມົ​ສ​ກູ
​ໃນ​ທ້າຍ​ເດືອນ​ທັນ​ວາປີ​ກາຍນີ້. ການ​ຈັບ​ກຸມ​ທ່ານ​ໄດ້​ນຳ​ໄປ​ສູ່​ການ​ຊ່າ​ລື​ວ່າ ຣັດ​ເຊຍ ​
ອາດໃຊ້​ທ່ານ​ເປັນ​ການ​ຕໍ່​ລອງສຳ​ລັບ​ຊ​າວ ​ຣັດ​ເຊຍ ຜູ້​ທີ່​ໄດ້​ສາ​ລະ​ພາບ​ຜິດ ທີ່​ດຳ​ເນີນ
​ໜ້າ​ທີ່ເປັນ​ນັກ​ສືບ​ຕ່າງ​ປະ​ເທດ​ຢູ່​ໃນ​ ສະ​ຫະ​ລັດ.

ແຕ່​ວ່າ ​ຮອງລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ ທ່ານເຊີເກ ຣຽບກັອ​ຟ ໄດ້​ກ່າວ​ວ່າ​ມີ​ການ​ ສົນ​ທະ​ນາ
​ທີ່​ອາດ​ເປັນ​ໄປ​ໄດ້ ກ່ຽວ​ກັບ ​ການ​ແລກ​ປ່ຽນທີ່​ພົວ​ພັນ​ກັບ​ທ່ານ​ວີ​ແລນ ແລະ​ນາງ​ ມາ​ເຣຍ
ບູ​ຕີ​ນາ ນັ້ນ​ແມ່ນ​ຈະ​ໄວ​ໂພດ ເພາະ​ວ່າ​ທ່ານ ​ວີ​ແລນ ບໍ່​ທັນ​ໄດ້ຖືກກ່າວ​ຫາ​ຢ່າງ​ເປັນ
​ທາງ​ການ ອີງ​ຕາມ​ບັນ​ດາອົງ​ການ​ສື່ມວນ​ຊົນ​ ຣັດ​ເຊຍ.

ທ່ານ ​ຣຽບ​ກັອ​ຟ ໄດ້​ອ້າງ​ຄຳ​ເວົ້າ​ທີ່​ກ່າວ​ໂດຍ​ອົງ​ການ​ຂ່າວ​ທາງ​ການ RIA-Novosti
ວ່າ “ສຳ​ລັບ​ຄວາມ​ເປັນ​ໄປ​ໄດ້​ໃນ​ການ​ແລກ​ປ່ຽນ​ສຳ​ລັບ​ອັ​ນ​ນຶ່ງ​ເພື່ອ​ອັນ​ນຶ່ງນັ້ນ ມັນ​ເປັນ
​ໄປ​ບໍ່​ໄດ້ ແລະ​ ມັນບໍ່​ຖືກ​ຕ້ອງ​ທີ່​ຈະ​ພິ​ຈາ​ລະ​ນ​າ​ຄຳ​ຖາມໃນ​ເວ​ລານີ້ ເມື່ອ​ການ​ກ່າວ​ຫາ​
ຢ່າງ​ເປັນທາງ​ການ​ຍັງ​ບໍ່​ທັນ​ໄດ້ມີ​ເທື່ອ.”

ທ່ານ​ກ່າວ​ວ່າ ​ອີງ​ຕາມ​ອົງ​ການ​ອິນ​ເຕີ​ແຟັກ “ການ​ກ່າວ​ຫາ​ຈະ​ຖືກ​ສ​ະ​ເໜີ​ໃນ​ອະນາຄົດ
ອັນ​ໃກ້​ນີ້.”

ລາຍ​ງານ​ຂ່າວ ​ຣັດ​ເຊຍ​ ຈຳ​ນວນ​ນຶ່ງກ່ອນ​ໜ້າ​ນີ້​ໄດ້​ໃຫ້ອ້າງ​ແຫຼ່ງຂ່າວ​ທີ່​ບໍ່​ບອກ​ຊື່ວ່າ
ທ່ານ ​ວີ​ແລນ ໄດ້​ຖືກ​ຟ້ອງ​ຮ້ອງ​ ​ກ່ຽວ​ກັບ ຂໍ້​ກ່າວ​ຫາ​ການ​ສືບ​ລັບ ທີ່ອາດ​ມີ​ໂທດ​ຂັງ​ຄຸກ
​ເຖິງ 20 ປີ.

ທ່າ​ນ​ ພອ​ລ ວີ​ແລນ ອະ​ດີດ​ທະ​ຫານ​ນາ​ວິ​ກະ​ໂຍ​ທິນ ​ສະ​ຫະ​ລັດ ທີ່​ຖືກ​ກັກ​ຂັງ​ໃນ​ນະ​ຄອນ​ມົ​ສ​ກູ ວັນທີ 1 ມັງ​ກອນ 2019.
ທ່າ​ນ​ ພອ​ລ ວີ​ແລນ ອະ​ດີດ​ທະ​ຫານ​ນາ​ວິ​ກະ​ໂຍ​ທິນ ​ສະ​ຫະ​ລັດ ທີ່​ຖືກ​ກັກ​ຂັງ​ໃນ​ນະ​ຄອນ​ມົ​ສ​ກູ ວັນທີ 1 ມັງ​ກອນ 2019.

ພວກ​ເຈົ້າ​ໜ້າ​ທີ່​ຍັງ​ບໍ່​ທັນ​ໄດ້​ໃຫ້​ລາຍ​ລະ​ອຽດ​ ກ່ຽວ​ກັບ ​ກິດ​ຈະ​ກຳທີ່​ໜ້າສົງ​ໃສ​ຂອງ​
ທ່ານ​ ວີ​ແລນ ແລະ​ ທ່ານ​ໄດ້​ພິ​ສູດ​ຂັ້ນ​ຕົ້ນ​ພຽງ​ແຕ່​ວ່າ​ ເປັນ​ຊາວ​ ອາ​ເມ​ຣິ​ກັນ. ການ​ພົບ
​ເຫັນ​ໂດຍ​ບັງ​ເອີນ​ວ່າ​ເປັນສັນ​ຊາດ ​ກາ​ນາ​ດາ ອັງ​ກິດ ແລະ​ໄອ​ເຣີ​ແລນ​ນັ້ນ ​ໄດ້​ເປັນ​ທີ່​
ຮູ້​ກັນ​ໃນ​ວັນ​ສຸກ​ທີ່​ຜ່ານ​ມາ.

ເອກ​ອັກ​ຄະ​ລັດ​ຖະ​ທູດ ​ສະ​ຫະ​ລັດ ທ່ານ​ ຈອນ ຮັ​ນ​ສ​ແມນ ຈູ​ເນຍ ໄດ້​ໄປ​ຢ້ຽມ​ຢາມ​
ທ່ານ ​ວີ​ແລນ ​ໃນ​ວັນ​ພຸດ​ອາ​ທິດ​ແລ້ວ​ນີ້ ຢູ່ໃນ​ຄຸກ ເລີ​ຟັອກ​ໂຕ​ໂຟ​ ໃນ​ນະ​ຄອນຫຼວງ ​
ມົສ​ກູ ທີ່​ມີ​ອາ​ຍຸ 130 ປີ, ເປັນ​ສະ​ຖານ​ທີ່ໆ​ທີ່​ຮູ້​ຈັກ​ກັນ​ວ່າ ​ເຄັ່ງ​ຄັດ. ອັງ​ກິດ ກາ​ນາ​ດາ
ແລະ​ໄອ​ເຣີ​ແລນ ໄດ້​ຍື່ນ​ໃບ​ສະ​ໝັກ​ການ​ເຂົ້າ​ເຖິງ​ສະ​ຖານ​ກົງ​ສຸນ​ໃຫ້​ແກ່ທ່ານແລ້​ວ.

ອ່າ​ນ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG