ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ອິ​ສ​ຣາ​ແອ​ລ ຈະ​ມອບ ຂໍ້​ມູນ ຂອງ​ຕົນ ໃຫ້​ແກ່ ​ຣັດ​ເຊຍ


ເຮືອ​ບິນ IL-20M ຂອງ​ຣັດ​ເຊຍ​ລຳ​ນຶ່ງ ພວມ​ລົງ​ຈອດ ຢ​ູ່​ສະ​ໜາມ​ບິນ ແຫ່ງ​ນຶ່ງ.
ເຮືອ​ບິນ IL-20M ຂອງ​ຣັດ​ເຊຍ​ລຳ​ນຶ່ງ ພວມ​ລົງ​ຈອດ ຢ​ູ່​ສະ​ໜາມ​ບິນ ແຫ່ງ​ນຶ່ງ.

ຜູ້​ບັນ​ຊາ​ການກອງ​ທັບ​ອາ​ກາດ​ອິ​ສ​ຣາ​ແອ​ລ ພວມ​ພົບ​ປະ​ກັບ​ເຈົ້າ​ໜ້າ​ທີ່ຢູ່​ນະ​ຄອນ​ຫຼວງ
​ມົ​ສ​ກູ​ຂອງ​ຣັດ​ເຊຍ ເພື່ອ​ຈະ​ສະ​ເໜີ​ຜົນ​ການ​ຄົ້ນ​ພົບ ​ຂອງ​ອິ​ສ​ຣາ​ແອ​ລ ກ່ຽວ​ກັບ​ການ​ຍິງ​
ເຮືອ​ບິນ​ສອດ​ແນມ​ຂອງ​ຣັດ​ເຊຍ​ຕົກ ຍ້ອນ​ລູກ​ສອນ​ໄຟ​ຂອງ​ຊີເຣຍ​ໃນ​ຕົ້ນ​ອາ​ທິດນີ້.

ພົນ​ອາ​ກາດ​ຕີ ​ອາ​ມີ​ກຳ ນໍ​ຄິນ (Amikam Norkin) ​ຈະ​ລາຍ​ງານ ​ກ່ຽວ​ກັບ “ທຸກໆດ້ານ
ຮວມ​ທັງ​ຂໍ້​ມູນ ​ກ່ອນ​ການ​ບິນ​ປະ​ຕິ​ບັດ​ງານ ແລະ ​ການ​ພົບ​ເຫັນ ໃນ​ການ​ສືບ​ສວນຂອງ
ກອງ​ທັບ​ອິ​ສ​ຣາ​ແອ​ລ ກ່ຽວ​ກັບ​ເຫດ​ການ​ດັ່ງ​ກ່າວ” ອີງຕາມ​ຖະ​ແຫຼງ​ການ ​ຂອງກອງ​ທັບ
​ອິ​ສ​ຣາ​ແອ​ລ.

ເຈົ້າ​ໜ້າ​ທີ່​ທະ​ຫານຣັດ​ເຊຍ 15 ຄົນ​ໄດ້​ເສຍ​ຊີ​ວິດ​ໃນ​ຄືນວັນ​ຈັນ​ຜ່ານ​ມາ ເວ​ລາເຮືອ​ບິນ​
ຂອງ​ພວກ​ເຂົາ​ເຈົ້າ ຖືກ​ລູກ​ສອນ​ໄຟ​ຂອງ​ຊີ​ເຣຍທີ່​ຍິງ​ໃສ່​ເຮືອ​ບິນ​ລົບອິ​ສຣາ​ແອ​ລ.

ອິ​ສ​ຣາ​ແອ​ລ​ກ່າວ​ວ່າ ເຮືອ​ບິນ​ຂອງ​ຕົນ​ໄດ້​ໂຈມ​ຕີ​ຄ້າຍ​ທະ​ຫານ​ຊີ​ເຣຍ​ແຫ່ງ​ນຶ່ງ​ທີ່​ສະ​ໜອງ
ອາ​ວຸດ​ໃຫ້​ແກ່​ກຸ່ມ​ຫົວ​ຮຸນ​ແຮງ​ເຮັ​ສ​ໂບ​ລ​ລາໃນ​ເລ​ບາ​ນອນ ແລະ​ເຮືອບິນ​ລົບ​ທັງ​ໝົດ​ຂອງ
​ຕົນ ໄດ້​ກັບ​ຄືນ ​ສູ່​ເຂດ​ນ່ານ​ຟ້າ​ ຂອງ​ອິ​ສ​ຣາ​ແອ​ລ​ດ້ວຍ​ຄວາມປອດ​ໄພ ໃນ​ເວ​ລາ​ທີ່​ຊີ​ເຣຍ
​ຍິງ​ລູກ​ສອນ​ໄຟ​ຖືກ​ເຮືອ​ບິນ​ສອດ​ແນມ​ຂອງ​ຣັດ​ເຊຍ.

ກຳ​ລັງ​ປ້ອງ​ກັນ​ຕົວ​ ຂອງ​ອິ​ສ​ຣາ​ແອ​ລ​ ກ່າວ​ວ່າ ນອກນັ້ນ ນາຍ​ພົນ​ນໍ​ຄິນ ຍັງ​ຈະ​ຫາລື ​ກັບ​
ຣັດ​ເຊຍ ກ່ຽວ​ກັບ “ຄວາມ​ພະ​ຍາ​ຍາມ​ຂອງ​ອີ​ຣ່ານ ທີ່​ຈະ​ໂອນ​ອາ​ວຸດ​ຍຸດ​ທະສາດໃຫ້​ແກ່
ກຸ່ມ​ກໍ່​ການ​ຮ້າຍເຮັ​ສ​ໂບ​ລ​ລາແລະ​ສ້າງ​ຕັ້ງ​ການ​ມີ​ໜ້າ​ທາງ​ທະ​ຫານ​ຂອງ​ອີ​ຣ່ານໃນ​ຊີ​ເຣຍ.

ອິ​ສ​ຣາ​ແອ​ລ​ບໍ່​ມັກ​ຈະ​ໃຫ້​ຄວາມ​ເຫັນ​ໃດໆ​ກ່ຽວ​ກັບ​ການ​ໂຈມ​ຕີ​ທາງ​ອາ​ກາດ​ຂອງ​ຕົນ​ຢູ່​ໃນ
​ຊີ​ເຣຍ ແຕ່​ໄດ້​ທຳ​ການ​ໂຈມ​ຕີເພື່ອ​ບັນ​ທອນ​ອິດ​ທິ​ພົນ​ຂອງ​ອີ​ຣ່ານຊຶ່ງເປັນ​ພັນ​ທະ​ມິດ​ຂອງ​
ຊີ​ເຣຍ ພ້ອມໆ​ກັບ​ຍຸ​ຕິ​ການ​ຈັດ​ສົ່ງ​ອາ​ວຸດ​ຂອງ​ອີ​ຣ່ານ​ໃຫ້​ແກ່ກຸ່ມ​ເຮັ​ສ​ໂບ​ລ​ລາ.

ຊີ​ເຣຍ​ໄດ້​ຖິ້ມ​ໂທດ​ເຫດ​ການ​ໃນ​ວັນ​ຈັນ​ຜ່ານ​ມານີ້ ໃສ່ “ກາ​ນ​ຮຸກ​ຮານ​ຂອງ​ອິ​ສ​ຣາແອ​ລ.”

ກອງ​ທັບ​ຂອງ​ຣັດ​ເຊຍ​ກໍ​ໄດ້​ຖິ້ມ​ໂທດ​ໃສ່​ອິ​ສ​ຣາ​ແອ​ລໂດຍ​ກ່າວ​ວ່າ ອິ​ສ​ຣາ​ແອ​ລ​ໄດ້​ໃຊ້​ເຮືອ
​ບິນ​ຣັດ​ເຊຍ ເພື່ອ​ບົດ​ບັງ​ລະ​ບົບ​ປ້ອງ​ກັນ​ທາງ​ອາ​ກາດ​ຂອງ​ຊີ​ເຣຍ.

ແຕ່​ໃນ​ການ​ໂທ​ລະ​ສັບ​ໂອ້​ລົມ​ກັນ ລະ​ຫວ່າງ​ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ ທ່ານວ​ລາ​ດີເມຍ ປູ
​ຕິນ ແລະ​ ນາ​ຍົກ​ລັດ​ຖະ​ມົນ​ຕີ ​ອິ​ສ​ຣາ​ແອ​ລ ທ່ານ​ເບັນ​ຈະ​ມິນ ເນ​ຕັນ​ຢາ​ຮູ​ນັ້ນ ທ່ານ​ປູ​ຕິນ
​ເອີ້ນ​ສິ່ງ​ທີ່​ເກີດ​ຂຶ້ນນັ້ນ​ວ່າ “ກໍ​ລະ​ນີ​ຕ່ອງ​ໂສ້ ຂອງ​ອຸ​ບັດ​ຕິ​ເຫດ ທີ່ໜ້າ​ເສົ້າ​ເສຍ​ໃຈ.”

Israel's air force chief is meeting Thursday with officials in Moscow to present Israeli findings on the downing of a Russian military surveillance plane by a Syrian rocket earlier this week.

Major General Amikam Norkin will report on "all aspects, including the pre-mission information and the findings of the IDF inquiry regarding the event," an Israel Defense Forces statement said.

Fifteen Russian military personnel died Monday night after their plane was struck as Syrian air defense systems fired at Israeli war planes.

Israel said its forces carried out an attack on a Syrian military facility used to provide weapons for the Lebanon-based Hezbollah militant group, and that the jets were back in Israeli airspace by the time the Syrian rocket hit the Russian plane.

The IDF said Norkin will also discuss with Russia "Iranian attempts to transfer strategic weapons to the Hezbollah terror organization and to establish an Iranian military presence in Syria."

Israel has seldom commented on its airstrikes in Syria, but has acted to push back on the influence of Syrian ally Iran as well as to stop deliveries of arms to Hezbollah.

Syria blamed Monday's events on "Israeli aggression."

Russia's military also blamed Israel, saying it used the Russian plane as cover from Syrian air defenses.

But in a phone call between Russian President Vladimir Putin and Israeli Prime Minister Benjamin Netanyahu, Putin called what happened a "chain of tragic accidental circumstances."

Netanyahu expressed his sorrow at the deaths of the Russian service members and blamed Syria for the incident.

XS
SM
MD
LG