ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຣັດ​ເຊຍ ຈະ​ຍ້າຍ​ຫົວ​ລະ​ເບີດ​ນິວ​ເຄ​ລຍ​ສະ​ໜາມ ຈຳ​ນວນ​ນຶ່ງ ໄປ​ ປະ​ເທດເບ​ລາ​ຣຸ​ສ


​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ​ຣັດ​ເຊຍ ທ່ານ​ເຊີ​ເກ ຊອຍ​ກູ ແລະ​ຄູ່​ຕຳ​ແໜ່ງ​ຝ່າຍ​ເບ​ລາ​ຣຸ​ສ ທ່ານ​ວິກ​ເຕີ ເຄ​ຣ​ນິນ ຈັບ​ມື​ ຫຼັງ​ຈາກ​ເຊັນ​ຂໍ້​ຕົກ​ລົງ ເພື່ອ​ຍ້າຍ​ຫົວ​ລະ​ເບີດ​ນິວ​ເຄ​ລຍ​ສະ​ໜາມ​ຈຳ​ນວນ​ນຶ່ງ​ໄປ​ເບ​ລາ​ຣຸ​ສ ເມື່ອ​ວັນ​ທີ 25 ພຶດ​ສະ​ພາ 2023. (Russian Defense Ministry via AFP)
​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ​ຣັດ​ເຊຍ ທ່ານ​ເຊີ​ເກ ຊອຍ​ກູ ແລະ​ຄູ່​ຕຳ​ແໜ່ງ​ຝ່າຍ​ເບ​ລາ​ຣຸ​ສ ທ່ານ​ວິກ​ເຕີ ເຄ​ຣ​ນິນ ຈັບ​ມື​ ຫຼັງ​ຈາກ​ເຊັນ​ຂໍ້​ຕົກ​ລົງ ເພື່ອ​ຍ້າຍ​ຫົວ​ລະ​ເບີດ​ນິວ​ເຄ​ລຍ​ສະ​ໜາມ​ຈຳ​ນວນ​ນຶ່ງ​ໄປ​ເບ​ລາ​ຣຸ​ສ ເມື່ອ​ວັນ​ທີ 25 ພຶດ​ສະ​ພາ 2023. (Russian Defense Ministry via AFP)

ຣັດ​ເຊຍແລະ​ເບ​ລາ​ຣຸ​ສ ໄດ້​ລົງ​ນາມ​ໃນ​ຂໍ້​ຕົກ​ລົງ​ເມື່ອ​ວັນ​ພະ​ຫັດ​ວານນີ້ອະ​ນຸ​ຍາດ​ໃຫ້​ມົ​ສ​ກູເກັບ​ຮັກ​ສາຫົວລະ​ເບີດນິວ​ເຄ​ລຍ​ສະ​ໜາມທີ່​ບໍ່​ໄດ້​ແຈ້ງ​ຈຳ​ນວນ​ໃຫ້​ຊາບ ໄວ້ໃນ​ເບ​ລາ​ຣຸ​ສ ໃນ​ຂະ​ນະ​ທີ່ ​ການ​ຮຸກ​ຮານ​ຂອງ​ຣັດ​ເຊຍ ​ຕໍ່​ປະ​ເທດ​ເພື່ອນ​ບ້ານ ກ້າວ​ເຂົ້າ​ສູ່​ເດືອນ​ທີ 16 ແລ້ວ.

ວັງ​ເຄ​ຣັມ​ລິນ ​ຈະ​ເປັນ​ຜູ້​ຄວບ​ຄຸມ​ຫົວ​ລະ​ເບີດ​ນິວ​ເຄ​ລຍ​ໄລ​ຍະ​ໃກ້ ຢູ່​ໃນ​ເບ​ລາ​ຣຸ​ສ. ບໍ່​ໄດ້​ມີ​ການ​ແຈ້ງ​ໃຫ້​ຊາບ​ວ່າ ເວ​ລາ​ໃດ​ຈຶ່ງ​ຈະ​ມີ​ການ​ສົ່ງ​ຫົວ​ລະ​ເບີ​ດ​ດັ່ງ​ກ່າວ​ໄປ​ຍັງ​ເບ​ລາ​ຣຸ​ສ ແຕ່​ປ​ະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ ທ່ານວ​ລາ​ດີ​ເມຍ ປູ​ຕິນກ່າວ​ວ່າ ສະ​ຖານ​ທີ່​ເກັບ​ຮັກ​ສາ ຢູ່​ເບ​ລາ​ຣຸ​ສ​ ຈະ​ແລ້ວ​ສຳ​ເລັດ​ພາຍ​ໃນ​ວັນ​ທີ 1 ກໍ​ລະ​ກົດ.

ສະ​ຫະ​ລັດ ແລະ​ບັນ​ດາ​ພັນ​ທະ​ມິດ​ຕາ​ເວັນ​ຕົກ ໄດ້​ເຕືອນ​ຣັດ​ເຊຍ ຕໍ່​ການ​ນຳ​ໃຊ້​ຫົວ​ລະ​ເບີດ​ນິວ​ເຄ​ລຍ​ສະ​ໜາມ ຢູ່​ໃນ​ບັນ​ຫາ​ຂັດ​ແຍ້ງ​ຢູ​ເຄ​ຣນ ແຕ່​ໃນ​ຂະ​ນະ​ດຽວ​ກັນ​ກໍ​ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ບໍ່​ເຊື່ອ​ວ່າ​ມົ​ສ​ກູ​ກຳ​ລັງ​ຈະ​ເຮັດ​ສິ່ງນັ້ນ.

ຫົວ​ລະ​ເບີດ​ນິວ​ເຄ​ລຍ​ສະ​ໜາມ​ແມ່ນ​ຕັ້ງ​ໃຈ​ສຳ​ລັບ​ນຳ​ໃຊ້​ເພື່ອ​ສັງ​ຫານ​ທະ​ຫານ​ສັດ​ຕູ​ ແລະ​ທຳ​ລາຍ​ອາ​ວຸດ​ຍຸດ​ທະ​ພັນ​ໃນ​ສະ​ໜາມ​ລົບ. ຫົວ​ລະ​ເບີດ​ດັ່ງ​ກ່າວ​ສາ​ມາດ​ຕິດ​ຕັ້ງສຳ​ລັບ​ການ​ໂຈມ​ຕີ​ໄລ​ຍະ​ໃກ້ ແລະ​ມີ​ຄວາມ​ແຮງ​ທີ່​ຕ່ຳ​ກວ່າ​ຫົວ​ລະ​ເບີດ​ສຳ​ລັບ​ລູກ​ສອນ​ໄຟ​ຍຸດ​ທະ​ສາດ​ໄລ​ຍະ​ໄກ ທີ່​ສາ​ມາດ​ທຳ​ລາຍ​ຫົວ​ເມືອງ​ຕ່າງໆ​ໄດ້​ນັ້ນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG