ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສຫລ ວາງມາດຕະການລົງໂທດ ຕໍ່ເຈົ້າໜ້າທີ່ ເກົາຫຼີເໜືອ 2 ຄົນ ທີ່ກ່ຽວຂ້ອງກັບ ໂຄງການ ນິວເຄຼຍ


ຕຶກ ຂອງກະຊວງການເງິນ ຢູ່ທີ່ ນະຄອນຫຼວງ ວໍຊິງຕັນ, ວັນທີ 16 ຕຸລາ 2013.
ຕຶກ ຂອງກະຊວງການເງິນ ຢູ່ທີ່ ນະຄອນຫຼວງ ວໍຊິງຕັນ, ວັນທີ 16 ຕຸລາ 2013.

ສະຫະລັດ ໄດ້ວາງມາດຕະການລົງໂທດ ຕໍ່ເຈົ້າໜ້າທີ່ເກົາຫຼີເໜືອ ສອງຄົນ ສຳລັບ
ບົດບາດຂອງພວກເຂົາ ໃນໂຄງການລູກສອນໄຟ ຂີປະນາວຸດ ຂອງພຽງຢາງ.

ຖະແຫລງການ ສະບັບນຶ່ງ ຂອງກະຊວງການເງິນ ໄດ້ກ່າວວ່າ ກິມ ຈົງ ສິກ ແລະ
ຣີ ປີຢົງ ໂຈລ ເປັນ “ຜູ້ນຳທີ່ສຳຄັນ ຂອງໂຄງການອາວຸດຂອງເກົາຫຼີເໜືອ ທີ່ຜິດ
ກົດໝາຍ.”

ກະຊວງການຕ່າງປະເທດ ກ່າວວ່າ “ກິມ ຈົງ ສິກ ຖືກລາຍງານວ່າ ເປັນເຈົ້າໜ້າທີ່
ສຳຄັນ ໃນການພັດທະນາລູກສອນໄຟຂີປະນາວຸດ ຂອງເກົາຫຼີເໜືອ ລວມທັງ
ພະຍາຍາມ ຈະປ່ຽນພະລັງງານ ທີ່ເປັນຂອງແຫຼວ ມາເປັນຂອງແຂງ ແລະ ຣີ ປີຢົງ
ໂຈລ ຖືກລາຍງານວ່າ ເປັນເຈົ້າໜ້າທີ່ສຳຄັນ ທີ່ກ່ຽວຂ້ອງກັບ ການພັດທະນາ ລູກສອນໄຟຂີປະນາວຸດ ຂ້າມທະວີບ ຂອງເກົາຫຼີເໜືອ.”

ລັດຖະມົນຕີ ການຕ່າງປະເທດ ສະຫະລັດ ທ່ານ ເຣັກສ໌ ທິລເລີຊັນ (Rex Tillerson) ກ່າວຖະແຫລ່ງ ໃນລະຫວ່າງ ກອງປະຊຸມ ລະດັບສູງ ສະພາຄວາມໝັ້ນຄົງ ກ່ຽວກັບ ສະຖານະການໃນ ເກົາຫຼີເໜືອ ຢູ່ທີ່ສຳນັກງານໃຫຍ່ ອົງການສະຫະປະຊາຊາດ, ວັນທີ 15 ທັນວາ 2017.
ລັດຖະມົນຕີ ການຕ່າງປະເທດ ສະຫະລັດ ທ່ານ ເຣັກສ໌ ທິລເລີຊັນ (Rex Tillerson) ກ່າວຖະແຫລ່ງ ໃນລະຫວ່າງ ກອງປະຊຸມ ລະດັບສູງ ສະພາຄວາມໝັ້ນຄົງ ກ່ຽວກັບ ສະຖານະການໃນ ເກົາຫຼີເໜືອ ຢູ່ທີ່ສຳນັກງານໃຫຍ່ ອົງການສະຫະປະຊາຊາດ, ວັນທີ 15 ທັນວາ 2017.

​ລັດຖະມົນຕີ ກະຊວງການເງິນ ທ່ານ ສຕີບວ໌ ມນູຈິນ (Steve Mnuchin) ກ່າວວ່າ
“ກະຊວງການເງິນ ກຳລັງແນເປົ້າໝາຍໃສ່ ບັນດາຜູ້ນຳ ຂອງໂຄງການລູກສອນ
ໄຟຂີປະນາວຸດ ອັນເປັນສ່ວນນຶ່ງ ຂອງການປະຕິບັດການກົດດັນຂັ້ນສູງສຸດ ຂອງ
ພວກເຮົາ ເພື່ອແຍກ ເກົາຫຼີເໜືອ ໃຫ້ໂດດດ່ຽວ ແລະ ບັນລຸຜົນຢ່າງເຕັມສ່ວນ
ເພື່ອເຮັດໃຫ້ແຫຼມເກົາຫຼີ ປອດອາວຸດນິວເຄລຍ.”
ທ່ານກ່າວຕໍ່ໄປວ່າ “ມາດຕະການ
ທັງຫຼາຍເຫຼົ່ານີ້ ມີຂຶ້ນຫຼັງຈາກ ທີ່ສະພາຄວາມໝັ້ນຄົງ ອົງການສະຫະປະຊາຊາດ
ລົງມະຕິ ໃນວັນສຸກຜ່ານມາ ເຊິ່ງໄດ້ວາງມາດຕະການໃໝ່ ທີ່ໜັກຂຶ້ນ ຕໍ່ເກົາຫຼີເໜືອ
ເພື່ອຍຸຕິ ຄວາມອາດສາມາດຂອງ ພວກເຂົາ ທີ່ຈະລະດົມທຶນຮອນຕໍ່ໄປໄດ້.”

ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ ໄດ້ຮັບຮອງເອົາມະຕິດັ່ງກ່າວ ຢ່າງເປັນ
ເອກກະສັນ ໃນວັນສຸກຜ່ານມາ ໂດຍການຈຳກັດ ປະລິມານ ຂອງນ້ຳມັນເຊື້ອໄຟ ແລະ
ນ້ຳມັນກາຊ້ວນ ທີ່ເກົາຫຼີເໜືອ ສາມາດນຳເຂົ້າໄດ້ ແລະ ເຂັ້ມງວດໃນການກວດກາ
ພວກກຳປັ່ນ ທີ່ຖືກສົງໄສວ່າ ບັນທຸກເຄື່ອງຂອງຕ້ອງຫ້າມ ທີ່ຜິດກົດໝາຍ ໄປຍັງ ຫຼື
ນຳອອກຈາກ ເກົາຫຼີເໜືອ.

ໃນຂະນະດຽວກັນ ຣັດເຊຍ ກໍກ່າວວ່າ ລັດຖະມົນຕີການຕ່າງປະເທດ ທ່ານ ເຊີເກ
ລາເວີຣອບວ໌ ຂອງຕົນ ໄດ້ບອກຄູ່ຕຳແໜ່ງຂອງທ່ານ ຈາກອາເມຣິກາ ໃນວັນອັງຄານ
ວານນີ້ ວ່າ “ວາທະສິນທີ່ຮຸນແຮງຂອງວໍຊິງຕັນ” ໄດ້ເພີ່ມທະວີ ຄວາມເຄັ່ງຕຶງ ຢູ່ໃນ
ແຫຼມເກົາຫຼີ.

US NOKOR
please wait
Embed

No media source currently available

0:00 0:00:41 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG