ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣັດ​ເຊຍ ຈະ​ລະ​ນຶກ​ເຖິງ​ໄຊ​ຊະ​ນະ ​ສົງ​ຄາມ​ໂລກ​ຄັ້ງ​ທີ​ສອງ ທ່າມ​ກາງ​ການ​ບຸກ​ລຸກ ຢູ​ເຄ​ຣນ


ເຮືອ​ບິນ​ລົບ MiG-29SMT ຂອງ​ຣັດ​ເຊຍ ບິນ​ໃນ​ຮູບ​ສັນ​ຍາ​ລັກ "Z" ໃນ​ການ​ສະ​ໜັບ​ສະ​ໜູນກອງ​ທັບ​ຣັດ​ເຊຍ​ໃນ​ຢູ​ເຄ​ຣນ ບິນ​ຜ່ານ​ຈະ​ຕຸ​ລັດ​ແດງ ​ລະ​ຫວ່າງ​ການ​ຊ້ອມ​ສວນ​ສະ​ໜາມ​ວັນ​ໄຊ​ຊະ​ນະ​ຢູ່​ນະ​ຄອນຫຼວງ ມົ​ສ​ກູ. 7 ພຶດ​ສະ​ພາ, 2022.
ເຮືອ​ບິນ​ລົບ MiG-29SMT ຂອງ​ຣັດ​ເຊຍ ບິນ​ໃນ​ຮູບ​ສັນ​ຍາ​ລັກ "Z" ໃນ​ການ​ສະ​ໜັບ​ສະ​ໜູນກອງ​ທັບ​ຣັດ​ເຊຍ​ໃນ​ຢູ​ເຄ​ຣນ ບິນ​ຜ່ານ​ຈະ​ຕຸ​ລັດ​ແດງ ​ລະ​ຫວ່າງ​ການ​ຊ້ອມ​ສວນ​ສະ​ໜາມ​ວັນ​ໄຊ​ຊະ​ນະ​ຢູ່​ນະ​ຄອນຫຼວງ ມົ​ສ​ກູ. 7 ພຶດ​ສະ​ພາ, 2022.

ປະ​ທາ​ນາ​ທິ​ບໍ​ດີ ຣັດ​ເຊຍ ທ່ານ ວ​ລາ​ດິ​ເມຍ ປູ​ຕິນ ແມ່ນ​ມີ​ກຳ​ນົດ​ທີ່​ຈະ​ກວດ​ກາ​ການ​ເດີນ​ສວນ​ສະ​ໜາມ​ໃນ​ນະ​ຄອນຫຼວງ​ມົ​ສ​ກູ​ ວັນ​ຈັນ​ມື້ນີ້ ແລະ ກ່າ​ວ​ຄຳ​ປາ​ໄສ​ທີ່​ຈະ​ຖືກ​ຕິດ​ຕາມ​ເບິ່ງ​ຢ່າງ​ໃກ້​ຊິດ ຍ້ອນ​ການ​ບຸ​ກ​ລຸກ​ຢູ​ເຄ​ຣນ ​ທີ່​ກຳ​ລັງ​ດຳ​ເນີນ​ຢູ່​ໂດຍກອງ​ທັບ​ຂອງ​ທ່ານ.

ງານ​ໃນ​ວັນ​ຈັນ​ມື້ນີ້​ຈະ​ລະ​ນຶກ​ເຖິງ​ການ​ເອົາ​ຊະ​ນະ​ພວກ​ນາ​ຊີ ເຢຍ​ຣະ​ມັນ ໃນ​ສົງ​ຄາມ​ໂລກ​ຄັ້ງ​ທີ​ສອງ. ທ່ານ​ປູ​ຕິນ ໄດ້ອະ​ທິ​ບາຍ​ການ​ບຸ​ກ​ລຸກຢູ​ເຄ​ຣນ​ວ່າເປັນ​ການ​ປະ​ຕິ​ບັດ​ການ “ປາບ​ປາມ​ອິດ​ທິ​ພົນ​ນາ​ຊີ” ໃນ​ປະ​ເທດ​ດັ່ງ​ກ່າວ, ໃນ​ຂະ​ນະ​ທີ່​ຢູ​ເຄ​ຣນ ແລະ ພັນ​ທະ​ມິດ​ປະ​ເທດ​ຕາ​ເວັນ​ຕົກ​ຂອງ​ເຂົາ​ເຈົ້າ​ວ່າ ທ່ານ​ປູ​ຕິນ​ໄດ້​ເປີດ​ສົງ​ຄາມ​ທີ່ບໍ່​ມີ​ເຫດ​ຜົນ ແລະ ສົງ​ຄາມ​ທີ່ບໍ່​ໄດ້​ຖືກ​ຍຸ​ແຍ່.

ທ່ານ​ນາງ ລິນ​ດາ ທອມ​ມັ​ສ ກ​ຣີນ​ຟີ​ລ​ດ໌, ເອກ​ອັກ​ຄະ​ລັດ​ຖະ​ທູດສະ​ຫ​ະ​ລັດ ປະ​ຈຳ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ, ໄດ້​ກ່າວ​ຕໍ່​ລາຍ​ການ “State of the Union” ຂອງ​ໂທ​ລະ​ພາບ CNN ວ່າ​ຣັດ​ເຊຍ “ບໍ່​ມີ​ຫຍັງ​ທີ່​ຈະ​ຕ້ອງ​ສະ​ເຫຼີມ​ສະຫຼອງ” ດ້ວຍ​ການ​ບຸກ​ລຸກ​ຢູ​ເຄ​ຣນ​ຂອງ​ເຂົາ​ເຈົ້າ ແລະ “ມີ​ແຕ່ໄດ້​ປະ​ສົບ​ຜົນ​ສຳ​ເລັດ ​ໃນ​ການ​ແຍກ​ປ່ຽວ​ຕົນ​ເອງ” ໃນ​ປະ​ຊາ​ຄົມ​ໂລກ.

ໃນ​ຂະ​ນະ​ທີ່ກອງ​ກຳ​ລັງ​ຣັດ​ເຊຍ ໄດ້​ເພັ່ງ​ເລັງ​ການ​ໂຈມ​ຕີໃສ່​ພາກ​ພື້ນ ດອນ​ບາ​ສ ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄ​ຣນ​ນັ້ນ, ການ​ຖິ້ມ​ລະ​ເບີດ​ຂອງ​ຣັດ​ເຊຍ​ໄດ້​ເຮັດ​ໃຫ້​ໂຮງ​ຮຽນ​ແຫ່ງ​ນຶ່ງ ຖືກ​ທຳ​ລາຍ​ກ້ຽງ​ໃນ​ແຂວງ​ລູ​ຮານ​ສ໌.

ປະ​ທາ​ນາ​ທິ​ບໍ​ດີຢູ​ເຄ​ຣນ ທ່ານໂວ​ໂລ​ດີ​ເມຍ ເຊ​ເລັນ​ສ​ກີ ໄດ້​ກ່າວ​ໃນ​ຄຳ​ປາ​ໄສ​ທາງວິ​ດີ​ໂອ​ເມື່ອ​ຕອນ​ເດິກ​ຂອງວັນ​ອາ​ທິດ​ວານນີ້​ວ່າ “ດັ່ງ​ຜົນ​ຂອງ​ການ​ໂຈມ​ຕີ​ໂດຍ​ຣັດ​ເຊຍ​ໃສ່​ເມືອງ ບີ​ໂລ​ໂຮ​ຣິ​ຟ​ກາ ໃນ​ພາກ​ພື້ນ​ລູ​ຮານ​ສ໌​ນັ້ນ, ປະ​ຊາ​ຊົນ​ປະ​ມານ 60 ຄົນ​ໄດ້​ເສຍ​ຊີ​ວິດ, ພົນ​ລະ​ເຮືອນ, ຜູ້​ທີ່​ໄດ້​ລີ້​ຢູ່​ໂຮງ​ຮຽນ, ລີ້​ໄພ​ຈາກ​ການ​ຖືກ​ລະ​ດົມ​ຍິງ​ໃສ່.”

ຜູ້​ປົກ​ຄອງ​ພາກ​ພື້ນ ລູ​ຮານ​ສ໌ ທ່ານ ເຊີ​ຮີ ໄຮ​ໄດ ໄດ້​ຂຽນ​ໃນ​ແອບ​ພ​ລີ​ເຄ​ຊັ້ນ​ສົ່ງ​ຂໍ້​ຄວາມ Telegram ວ່າ ​ປະ​ຊາ​ຊົນ 30 ຄົນ​ ໄດ້​ຖືກ​ຊ່ວຍ​ເຫຼື​ອອກ​ມາ​ຈາກ​ສະ​ຖານ​ທີ່​ນັ້ນ.

ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຂອງ​ອັງ​ກິດໄດ້​ກ່າວ​ໃນ​ວັນ​ຈັນ​ມື້ນີ້​ວ່າ ຣັດ​ເຊຍ ມີ​ຄວາມ​ເປັນ​ໄປ​ໄດ້​ວ່າ ​ໄດ້​ສູນ​ເສຍ​ລູກ​ປືນນຳ​ວິ​ຖີ​ທີ່​ແມ້ນ​ຢຳ​ຂອງ​ເຂົາ​ເຈົ້າ​ຢ່າງຫຼວງຫຼາຍ, ເຮັດ​ໃຫ້​ເຂົາ​ເຈົ້າ​ຕ້ອງ​ໄດ້​ອາ​ໄສ​ລູກ​ປືນ​ເກົ່າ​ທີ່​ມີ​ຄວາມ​ເຊື່ອ​ຖື​ໄດ້​ຕ່ຳ​ກວ່າ ແລະ ບໍ່​ແມ່ນ​ຢຳ​ກວ່າ.

ກະ​ຊວງ​ໄດ້​ກ່າວ​ວ່າ “ການ​ບຸກ​ລຸກ​ຢູ​ເຄ​ຣນ​ຂອງ​ຣັດ​ເຊຍ ໄດ້​ເປີດ​ເຜີຍ​ໃຫ້​ເຫັນ​ຂໍ້​ບົກ​ຜ່ອງ​ໃນ​ຄວາມ​ສາ​ມາດ​ຂອງ​ເຂົາ​ເຈົ້າ ​ທີ່​ຈະ​ດຳ​ເນີນ​ການ​ໂຈມ​ຕີ​ທີ່​ແມ້ນ​ຢ້ຳ​ຂະ​ໜາດ​ໃຫຍ່. ຣັດ​ເຊຍ​ໄດ້​ທຳ​ການ​ໂຈ​ຕີ ​ເມືອງນ້ອຍ​ໃຫຍ່​ຕ່າງໆ​ຂອງ​ຢູ​ເຄ​ຣນ​ຢ່າງ ​ໜັກ​ໜ່ວງ ແລະ ​ຢ່າງບໍ່​ຈຳ​ແນກ​ໂດຍ ບໍ່​ຄຳ​ນຶງ​ເຖິງ​ພົນ​ລະ​ເຮືອນ​ທີ່​ເສຍ​ຊີ​ວິດ ແລະ ບາດ​ເຈັບ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG