ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣັດເຊຍຈະສ້າງສະໜາມບິນ ແລະ ຝຶກທະຫານ ໃຫ້ລາວ ຊຶ່ງສໍ່ສະແດງ ເຖິງການຮັດແໜ້ນສາຍສໍາພັນທາງທະຫານ ຂອງ 2 ປະເທດ


ແຜນທີ່ສະແດງໃຫ້ຮູ້ເຖິງຄວາມກ້າວໜ້າໃນການສໍາຫລວດທາງເທັກນິກ ແລະການເກັບກູ້ UXO ທີ່ວາງສະແດງຢູ່ຫ້ອງການຂອງອົງການ MAG ໃນເມືອງໂພນສະຫວັນ, ແຂວງຊຽງຂວາງ, ວັນທີ 1 ພະຈິກ, 2019. (ພາບໂດຍ Zsombor Peter/VOA)
ແຜນທີ່ສະແດງໃຫ້ຮູ້ເຖິງຄວາມກ້າວໜ້າໃນການສໍາຫລວດທາງເທັກນິກ ແລະການເກັບກູ້ UXO ທີ່ວາງສະແດງຢູ່ຫ້ອງການຂອງອົງການ MAG ໃນເມືອງໂພນສະຫວັນ, ແຂວງຊຽງຂວາງ, ວັນທີ 1 ພະຈິກ, 2019. (ພາບໂດຍ Zsombor Peter/VOA)

ກອງທັບຣັດເຊຍ ໄດ້ຂຸດຄົ້ນລະເບີດທີ່ຍັງບໍ່ທັນແຕກຢູ່ໃນພື້ນທີ່ປະມານ 500 ເຮັກຕາຢູ່ທີ່ແຂວງຊຽງຂວາງຂອງລາວ ໂດຍມີແຜນທີ່ຈະສ້າງສະໜາມບິນໃໝ່ແລະສະຖານທີ່ທາງການທະຫານ ອັນເປັນສ່ວນນຶ່ງຂອງການຂະຫຍາຍການຊ່ວຍເຫຼືອດ້ານການທະຫານ ໃຫ້ແກ່ປະເທດເອເຊຍເວັນອອກສຽງໃຕ້ທີ່ທຸກຈົນແຫ່ງນັ້ນ, ອີງຕາມເຈົ້າໜ້າທີ່ລາວ.

ທີມງານເກັບກູ້ລະເບີດຂອງຣັດເຊຍ ໄດ້ເຮັດວຽກຮ່ວມກັບທີມງານຝ່າຍລາວເພື່ອເກັບກູ້ລະເບີດບໍ່ທັນແຕກ ນັບແຕ່ວັນທີ 5 ທັນວາປີ 2020 ເປັນຕົ້ນ, ອີງຕາມການບອກເລົ່າຂອງເຈົ້າໜ້າທີ່ຂັ້ນແຂວງ ຕໍ່ອົງການຂ່າວເອເຊຍເສຣີ ຫລື RFA ພະແນກພາສາລາວ, ໂດຍບໍ່ປະສົງອອກນາມເພາະວ່າ ພວກເຂົາເຈົ້າບໍ່ໄດ້ຮັບອະນຸຍາດໃຫ້ໂອ້ລົມກ່ຽວກັບແຜນການດັ່ງກ່າວ ກັບອົງການສື່ມວນຊົນ.

ເຈົ້າໜ້າທີ່ທ່ານນຶ່ງກ່າວວ່າ "ຊາວຣັດເຊຍມາທີ່ນີ້ເພື່ອສ້າງສະໜາມບິນທະຫານ ຢູ່ອີກຂ້າງນຶ່ງຂອງທົ່ງໄຫຫີນ", ໂດຍອ້າງອີງໃສ່ພູມສັນຖານທາງດ້ານໂບຮານນະຄະດີຢູ່ພູພຽງແຂວງຊຽງຂວາງ ທີ່ຖືກກຳນົດໃຫ້ເປັນມໍລະດົກໂລກ ຂອງອົງ ການ UNESCO ໃນປີ 2019.

"ປັດຈຸບັນພວກເຂົາເຈົ້າກຳລັງເກັບກູ້ລະເບີດບໍ່ທັນແຕກ ແລະຫຼັງຈາກນັ້ນ ພວກເຂົາກໍຈະປັບປຸງສະໜາມບິນທີ່ມີຢູ່ແລ້ວ, ເຮັດໃຫ້ມັນກວ້າງ ແລະສວຍງາມກວ່າເກົ່າ."

ເຈົ້າໜ້າທີ່ແຂວງຊຽງຂວາງອີກທ່ານນຶ່ງຊຶ່ງເປັນເຈົ້າໜ້າທີ່ທະຫານແຂວງໄດ້ໃຫ້ລາຍລະອຽດເພີ້ມເຕີມ ແກ່ RFA ກ່ຽວກັບສະໜາມບິນແຫ່ງໃໝ່.

ທ່ານກ່າວວ່າ “ກໍາລັງທະຫານຂອງຣັດເຊຍ ແລະລາວຮ່ວມກັນສ້າງສະໜາມບິນ ໃໝ່ແຫ່ງນີ້ ເຊິ່ງຈະມີຂະໜາດໃຫຍ່ກວ່າ ສະໜາມບິນທີ່ມີຢູ່ແລ້ວ ແລະຈະແບ່ງອອກເປັນສອງເຂດທີ່ແຕກຕ່າງກັນ.”

“ຂົງເຂດນຶ່ງແມ່ນສຳລັບນຳໃຊ້ທາງການທະຫານຂອງລາວ ແລະຣັດເຊຍ ແລະອີກເຂດນຶ່ງແມ່ນນຳໃຊ້ສໍາລັບພົນລະເຮືອນ.”

ເຈົ້າໜ້າທີ່ທ່ານນີ້ກ່າວອີກວ່າທະຫານຣັດເຊັຍ ມີຄວາມຕັ້ງໃຈທີ່ຈະໃຫ້ການຊ່ວຍ ເຫລືອຢ່າງຫລວງຫລາຍແກ່ລາວໃນຕໍ່ໜ້ານີ້, ລວມທັງການຝຶກອົບຮົມແລະການພັດທະນາກຳລັງປະກອບອາວຸດຂອງລາວ.

ທ່ານກ່າວວ່າ "ບາງວຽກໃນສະໜາມບິນແຫ່ງໃໝ່ ໄດ້ເລີ່ມຕົ້ນຂຶ້ນແລ້ວ, ແຕ່ວ່າ ການກໍ່ສ້າງຕົວຈິງ ຈະບໍ່ເລີ່ມຕົ້ນໃນເວລາໄວໆນີ້ໄດ້ ເພາະວ່າມັນຕ້ອງໃຊ້ເວລາໃນການເກັບກູ້ລະເບີດບໍ່ທັນແຕກ".

“ເມື່ອລະເບີດບໍ່ທັນແຕກໄດ້ຖືກເກັບອອກໄປແລ້ວ, ພວກເຮົາຈະວາງສາຍໄຟຟ້າຢູ່ໃຕ້ດິນ. ພວກເຮົາຈະເຮັດວຽກຂອງພວກເຮົາເປັນແຕ່ລະບາດກ້າວໄປ."

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG