ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຣັດ​ເຊຍ ແນ​ເປົ້າ​ໃສ່ ຢູ​ເຄ​ຣນ ດ້ວຍ​ການ​ລະ​ດົມ​ຍິງ​ລູກ​ສອນ​ໄຟ​ໃສ່ ເມືອງຕ່າງໆ


ແມ່​ຍິງ​ໃນ​ທ້ອງ​ຖິ່ນ​ຄົນ​ນຶ່ງ​ຍ່າວ​ໄປ​ຈຸດ​ແຈກ​ຢາຍ​ການ​ຊ່ວຍ​ເຫຼືອ​ດ້ານ​ມະ​ນຸດ​ສະ​ທຳ ຢູ່​ຕໍ່​ໜ້າ​ເຮືອນ​ທີ່​ຖືກ​ທຳ​ລາຍ​ໂດຍ​ການ​ລະ​ດົມ​ຍິງ​ຂອງ ຣັດ​ເຊຍ, ເມືອງ ລູ​ປຽນ​ສ໌, ພາກ​ພື້ນ ຄາ​ກີບ, ຢູ​ເຄ​ຣນ, 28 ທັນ​ວາ 2022.
ແມ່​ຍິງ​ໃນ​ທ້ອງ​ຖິ່ນ​ຄົນ​ນຶ່ງ​ຍ່າວ​ໄປ​ຈຸດ​ແຈກ​ຢາຍ​ການ​ຊ່ວຍ​ເຫຼືອ​ດ້ານ​ມະ​ນຸດ​ສະ​ທຳ ຢູ່​ຕໍ່​ໜ້າ​ເຮືອນ​ທີ່​ຖືກ​ທຳ​ລາຍ​ໂດຍ​ການ​ລະ​ດົມ​ຍິງ​ຂອງ ຣັດ​ເຊຍ, ເມືອງ ລູ​ປຽນ​ສ໌, ພາກ​ພື້ນ ຄາ​ກີບ, ຢູ​ເຄ​ຣນ, 28 ທັນ​ວາ 2022.

ຣັດ​ເຊຍ ໄດ້​ໂຈມ​ຕີ ຢູ​ເຄ​ຣນ ດ້ວຍ​ການ​ລະ​ດົມ​ຍິງ​ລູກ​ສອນ​ໄຟ​ໃສ່​ ໃນ​ວັນ​ພະ​ຫັດ​ມື້ນີ້, ລວມ​ທັງຫຼາຍ​ລູກ​ທີ່​ໄດ້​ແນ​ເປົ້າ​ໃສ່​ນະ​ຄອນຫຼວງ ກີ​ຢິບ, ພ້ອມ​ກັບ​ເມືອງ ຄາ​ກີບ.

ຜູ້​ຊ່ວຍ​ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ທ່ານ ມີ​ໄຄ​ໂລ ໂປ​ໂດ​ລ​ຢັກ ໄດ້​ຂຽນ​ຂໍ້​ຄວາມ​ໃນ​ທວິດ​ເຕີ​ວ່າ ຣັດ​ເຊຍ ໄດ້​ຍິງ​ລູກ​ສອນ​ໄຟ​ຢ່າງ​ໜ້ອຍ 120 ລູກ “ເພື່ອ​ທຳ​ລາຍ​ພື້ນ​ຖານ​ໂຄງ​ລ່າງ​ທີ່​ສຳ​ຄັນ ແລະ ຂ້າ​ພົນ​ລະ​ເຮືອນ​ຈຳ​ນວນຫຼວງຫຼາຍ.”

ການ​ໂຈມ​ຕີ​ນັ້ນ​ໄດ້​ກໍ່​ໃຫ້​ເກີດ​ສັນ​ຍານ​ເຕືອນໄພ​ຂອງການ​ໂຕມ​ຕີ​ທາງ​ອາ​ກາດ ​ໃນ​ທົ່ວ​ປະ​ເທດ, ແລະ ບັນ​ດາ​ເຈົ້າ​ໜ້າ​ທີ່ ຢູ​ເຄ​ຣນ ໄດ້​ກ່າວ​ວ່າ​ ລະ​ບົບ​ປ້ອງ​ກັນ​ອາ​ກາດ​ແມ່ນ​ສາ​ມາດ​ທີ່​ຈະ​ຍິງ​ລູກ​ສອນ​ໄຟ​ທີ່​ກຳ​ລັງ​ເຂົ້າ​ມາ​ຕົກຫຼາຍລູກ.

ເຈົ້າ​ເມືອງ ຄາ​ກີບ ທ່ານ ລໍ ເຕ​ເຣ​ກອບ ໄດ້​ລາຍ​ງານວ່າ ມີ​ການ​ລະ​ເບີດ​ຂຶ້ນ ໃນ​ເມືອງ​ຂອງ​ທ່ານ ແລະ ໄດ້​ກ່າວ​ວ່າ​ບັນ​ດາ​ເຈົ້າ​ໜ້າ​ທີ່​ແມ່ນ​ກຳ​ລັງ​ພິ​ຈາ​ລະ​ນາ​ສິ່ງ​ທີ່​ຖືກ​ຍິງ ແລະ ວ່າ​ມັນ​ມີ​ຜູ້​ເສຍ​ຊີ​ວິດ ແລະ ບາດ​ເຈັບບໍ່.

ຣັດ​ເຊຍ ໄດ້​ໃຊ້​ລູກ​ສອນ​ໄຟ​ຢ່າງ​ຊ້ຳ​ແລ້ວ​ຊ້ຳ​ອີກ​ເພື່ອ​ແນ​ເປົ້າ​ໃສ່​ເມືອງ​ຕ່າງ​ໆ​ຂອງ ຢູ​ເຄ​ຣ​ນ, ລວມ​ທັງ​ການ​ໂຈມ​ຕີ​ທີ່​ໄດ້​ທຳ​ລາຍ​ສະ​ຖານ​ທີ່​ພື້ນ​ຖານ​ໂຄງ​ລ່າງ​ທີ່​ສຳ​ຄັນ.

ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ທ່ານ ໂວ​ໂລ​ດີ​ເມຍ ເຊ​ເລັນ​ສ​ກີ ແມ່ນ​ໄດ້​ສະ​ໜັບ​ສະ​ໜູນ​ແຜນ​ການ​ສັນ​ຕິ​ພາບ 10 ຈຸດ​ທີ່​ຮຽກ​ຮ້ອງ​ໃຫ້ ຣັດ​ເຊຍ ຮັບ​ຮູ້​ເຂດ​ແດນ​ຂອງ ຢູ​ເຄ​ຣນ ແລະ ຖອນກອງ​ທະ​ຫານ​ຂອງ​ເຂົາ​ເຈົ້າ​ອອກ.

ວັງ​ເຄ​ຣັມ​ລິນ ໄດ້​ກ່າວ​ຢ້ຳ​ການ​ປະ​ຕິ​ເສດ​ຂອງ​ເຂົາ​ເຈົ້າ​ຕໍ່​ຂໍ້​ສະ​ເໜີ​ດັ່ງ​ກ່າວ​ ໃນ​ວັນ​ພຸດ​ວານນີ້, ໂດຍ​ສືບ​ຕໍ່​ໃຫ້​ການ​ຢືນ​ຢັດ​ຂອງ​ເຂົາ​ເຈົ້າ​ທີ່​ວ່າ ຢູ​ເຄ​ຣນ ຕ້ອງ​ຮັບ​ເອົາ​ການ​ອ້າງ​ການ​ຄວບ​ຄຸມ​ຂອງ ຣັດ​ເຊຍ ໃນ​ເດືອນ​ກັນ​ຍາ​ທີ່​ຜ່ານ​ມາ ຫຼັງ​ຈາກ​ການ​ລົງ​ປະ​ຊາ​ມະ​ຕິ​ຫຼາຍ​ຄັ້ງ ​ທີ່​ຖືກ​ປະ​ຕິ​ເສດ​ໂດຍ ຢູ​ເຄ​ຣນ ແລະ ປະ​ເທດ​ອື່ນໆ ​ດັ່ງ​ກັບ​ການຫຼອກ​ລວງ. ລວມທັງສີ່​ພາກ​ພື້ນ​ຂອງ ຢູ​ເຄ​ຣນ ປະກອບດ້ວຍ ລູ​ຮານ​ສ ແລະ ໂດ​ເນັດ​ສ​ ໃນ​ພາກ​ຕາ​ເວັນ​ອອກ ແລະ ເຄີ​ສັນ ກັບ ຊາ​ໂປ​ຣິ​ສ​ເຊຍ ໃນ​ພາກ​ໃຕ້.

ໂຄ​ສົກ​ວັງ​ເຄ​ຣັມ​ລິນ ທ່ານ ດິ​ມິ​ທ​ຣີ ເປັ​ສກອ​ຟ ໄດ້​ກ່າວ​ໃນ​ວັນ​ພຸດ​ວານນີ້​ວ່າ “ມັນ​ບໍ່​ສາ​ມາດ​ມີ​ແຜນ​ການ​ສັນ​ຕິ​ພາບ​ສຳ​ລັບ ຢູ​ເຄ​ຣນ ທີ່ບໍ່​ພິ​ຈາ​ລະ​ນາ​ຄວາມ​ເປັນ​ຈິງ​ຂອງ​ທຸກມື້ນີ້ ກ່ຽວ​ກັບ ເຂດ​ແດນ​ຂອງ ຣັດ​ເຊຍ, ດ້ວຍ​ການ​ເອົາ​ສີ່​ພາກ​ພື້ນ​ເຂົ້າ​ເປັນຂອງຣັດ​ເຊຍ. ແຜນ​ການ​ຕ່າງໆ​ທີ່​ບໍ່​ພິ​ຈາ​ລະ​ນາ​ຄວາມ​ເປັນ​ຈິງ​ທີ່​ວ່າ​ນີ້​ ​ຈະ​ບໍ່​ສາ​ມາດ​ມີ​ສັນ​ຕິ​ພາບ​ໄດ້.”

ພ້ອມ​ກັນ​ນັ້ນ​ ໃນ​ວັນ​ພຸດ​ວານນີ້, ທ່ານ ເຊ​ເລັ​ນ​ສ​ກີ ໄດ້​ກ່າວ​ຄຳ​ປາ​ໄສ​ຕໍ່​ສະ​ພາ​ແຫ່ງ​ຊາດ ຢູ​ເຄ​ຣນ ໃນ​ການ​ປະ​ຊຸມລັບ ແລະ ໄດ້​ຮຽກ​ຮ້ອງ​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ໃຫ້​ມີ​ຄວາ​ມ​ສາ​ມັກ​ຄີ​ກັນ​ຕໍ່​ຕ້ານ​ການ​ຮຸກ​ຮານ​ຂອງ ຣັດ​ເຊຍ ຄື​ເກົ່າ, ໃນ​ຂະ​ນະ​ດຽວ​ກັນ​ໄດ້​ຍົກ​ຍ້ອງ​ປະ​ຊາ​ຊົນ ຢູ​ເຄ​ຣນ ສຳ​ລັບ​ການ​ນຳ​ພາ​ປະ​ເທດ​ຕາ​ເວັນ “ເພື່ອ​ຊອກ​ຫາ​ຄຸນ​ຄ່າ ແລະ ສິ່ງ​ທີ່​ເຂົາ​ເຈົ້າ​ຕ້ອງ​ການ​ອີກ​ຄັ້ງ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG