ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣັດເຊຍ ແນ​ເປົ້າໃສ່ນະຄອນຫຼວງກີຢິບ ໃນການໂຈມຕີທາງອາກາດ


ແຟ້ມຮູບ-ເຈົ້າຄອງນະຄອນກີຢິບ ທ່ານວິຕາລີ ກລິດຈ໌ໂກ ປາກົດໂຕຢູ່ໃກ້ກັບຕຶກອາຄານທີ່ຢູ່ອາໄສທີ່ໄດ້ຮັບຄວາມເສຍຫາຍໃນນະຄອນຫຼວງກີຢິບ, ຢູເຄຣນ, ວັນທີ 2 ມັງກອນ 2024. ທ່ານກລິດຈ໌ໂກ ກ່າວວ່າ ມີຢ່າງໜ້ອຍ 10 ຄົນໄດ້ຮັບບາດເຈັບໃນວັນທີ 21 ມີນາ 2024, ເມື່ອເສດຊິ້ນສ່ວນຂອງລູກສອນໄຟໄດ້ຕົກໃສ່ອາຄານທີ່ຢູ່ອາໄສ.
ແຟ້ມຮູບ-ເຈົ້າຄອງນະຄອນກີຢິບ ທ່ານວິຕາລີ ກລິດຈ໌ໂກ ປາກົດໂຕຢູ່ໃກ້ກັບຕຶກອາຄານທີ່ຢູ່ອາໄສທີ່ໄດ້ຮັບຄວາມເສຍຫາຍໃນນະຄອນຫຼວງກີຢິບ, ຢູເຄຣນ, ວັນທີ 2 ມັງກອນ 2024. ທ່ານກລິດຈ໌ໂກ ກ່າວວ່າ ມີຢ່າງໜ້ອຍ 10 ຄົນໄດ້ຮັບບາດເຈັບໃນວັນທີ 21 ມີນາ 2024, ເມື່ອເສດຊິ້ນສ່ວນຂອງລູກສອນໄຟໄດ້ຕົກໃສ່ອາຄານທີ່ຢູ່ອາໄສ.

ການ​ໂຈມ​ຕີ​ທາງ​ອາກາດ​ຂອງຣັດ​ເຊຍໃນວັນພະຫັດມື້ນີ້ ​ໄດ້​ແນ​ເປົ້າ​ໝາຍໃສ່​ນະ ຄອນຫຼວງກີຢິບຂອງ​ຢູ​ເຄຣນ, ​ໂດຍ​ກອງທັບ​ອາກາດ​ຢູ​ເຄຣນກ່າວ​ວ່າ ຕົນ​ໄດ້​ຍິງ​ລູກ​ສອນ​ໄຟ​ຂອງຣັດ​ເຊຍຕົກ​ທັງ​ໝົດ 31 ລູກ.

ເຈົ້າຄອງນະຄອນກີຢິບ ທ່ານວິຕາລີ ກລິດຈ໌ໂກ (Vitali Klitschko) ກ່າວຜ່ານ ທາງເທເລແກຣມວ່າ ເສດສ່ວນຂອງລູກຈະຫຼວດໄດ້ຕົກລົງຢູ່ໃນຫຼາຍຂົງເຂດ ຂອງເມືອງ, ໂດຍຕົກໃສ່ຕຶກອາຄານທີ່ຢູ່ອາໄສ ແລະເຮັດໃຫ້ເກີດໄຟໄໝ້ຫຼາຍ ແຫ່ງ.

ທ່ານ ກລິດຈ໌ໂກ ກ່າວ​ວ່າ ມີຢ່າງ​ໜ້ອຍ 10 ຄົນ​ໄດ້​ຮັບ​ບາດ​ເຈັບ.

ປະທານາທິບໍດີ​ຢູ​ເຄຣນ ທ່ານໂວໂລດີເມຍ ເຊເລັນສກີ ກ່າວ​ລະຫວ່າງ​ຄຳ​ປາ​ໄສ​ຂອງທ່ານໃນ​ຕອນ​ກາງຄືນ​ວັນ​ພຸດ​ວານ​ນີ້​ວ່າ ປະ​ເທດ​ຂອງ​ທ່ານ​ຕ້ອງການ​ຄວາມ​ຊ່ວຍ​ເຫລືອ​ທາງ​ທະຫານ ​ເພື່ອ​ຊ່ວຍ​ປ້ອງ​ກັນປະເທດ​ຕົນຈາກ​ການ​ໂຈມ​ຕີ​ດ້ວຍ​ລູກ​ສອນ​ໄຟຂອງຣັດ​ເຊຍ.

ທ່ານ ເຊເລັນສກີ ກ່າວວ່າ "ເມືອງຄາກີບ ຈໍາເປັນຕ້ອງມີລະບົບປ້ອງກັນໄພອາ ກາດທີ່ພຽງພໍ, ຢູ່ໃນພາກພື້ນ ຊູມີ (Sumy) ກໍຕ້ອງການລະບົບດັ່ງກ່າວ, ພາກ ພື້ນເຊີນີຮີບ (Chernihiv) ແລະທຸກຂົງເຂດທັງໝົດຂອງພວກເຮົາ ກໍາລັງຕົກຢູ່ ໃນຄວາມທຸກທໍລະມານຈາກການກໍ່ການຮ້າຍຂອງຣັດເຊຍ ຈໍາເປັນຕ້ອງມີລະບົບ ດັ່ງກ່າວມານັ້ນ. ຄູ່ພາຄີຂອງພວກເຮົາມີລະບົບປ້ອງກັນທາງອາກາດເຫຼົ່ານີ້. ແລະ ຄູ່ພາຄີຂອງພວກເຮົາຈໍາເປັນຕ້ອງເຂົ້າໃຈວ່າ ການປ້ອງກັນທາງອາກາດ ຕ້ອງປົກປ້ອງຫຼາຍຊີວິດ."

ໃນ​ຕອນ​ເຊົ້າ​ຂອງມື້ວັນ​ພຸດ​ວານ​ນີ້ ທ່ານ ເຊເລັນສກີ ​ໄດ້​ຕ້ອນ​ຮັບ ປຶກສາດ້ານ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ​ຂອງ​ທຳນຽບຂາວ ທ່ານ ເຈກ ຊູລລິວານ ​ເພື່ອ​ການ​ເຈ​ລະ​ຈາ​ຢູ່​ທີ່​ນະຄອນຫຼວງກີຢິບ.

ທ່ານ ຊູລລິວານ ພະຍາຍາມ​ໃຫ້​ຄວາມ​ໝັ້ນ​ໃຈ​ແກ່​ຊາວ​ຢູ​ເຄຣນອີກຄັ້ງວ່າ ສະຫະລັດ​ ຍັງ​ຄົງຈະສືບ​ຕໍ່​ໃຫ້ການ​ສະໜັບສະໜຸນ​ແກ່​ຢູ​ເຄຣນ, ​ແລະ​ວ່າ ​ເຖິງ​ແມ່ນ​ຈະ​ມີ​ການ​ຊັກ​ຊ້າຢູ່​ໃນ​ສະພາສູງ​ກໍ​ຕາມ, ​ແຕ່​ການ​ຊ່ວຍ​ເຫຼືອຫຼາຍ​ພັນ​ລ້ານ​ໂດລາ ​ຈະ​ໄປເຖິງ​ປະ​ເທດແຫ່ງນີ້.

ທ່ານ ຊູລລິວານ ກ່າວໃນລະຫວ່າງການຖະແຫຼງຂ່າວວ່າ "ພວກເຮົາຈະໄດ້ຮັບ ການລົງຄະແນນສຽງສອງຝ່າຍທີ່ເຂັ້ມແຂງຢູ່ໃນສະພາ," ໂດຍເອີ້ນວ່າ ແຜນ A.

"ພວກເຮົາຈະເອົາເງິນດັ່ງກ່າວນັ້ນມອບໃຫ້ແກ່ພວກທ່ານດັ່ງທີ່ພວກເຮົາເວົ້າ, ສະນັ້ນ ຂ້າພະເຈົ້າຄິດວ່າ ພວກເຮົາບໍ່ຈໍາເປັນຕ້ອງເວົ້າກ່ຽວກັບແຜນ B ໃນມື້ນີ້." ທ່ານ ຊູລລິວານ ຍັງຍອມຮັບອີກວ່າ ຂັ້ນຕອນຕ່າງໆ ແມ່ນ "ໃຊ້ເວລາດົນເກີນໄປ."

Russian aerial attacks targeted Ukraine’s capital, Kyiv, Thursday, with the Ukrainian air force saying it shot down all 31 Russian missiles involved.

Kyiv Mayor Vitali Klitschko said on Telegram that rocket fragments fell in multiple districts of the city, hitting residential buildings and causing several fires.

Klitschko said at least 10 people were injured.

Ukrainian President Volodymyr Zelenskyy said in his nightly address Wednesday that his country needs military aid to help defend itself from Russian missile attacks.

"Kharkiv needs an adequate number of air defense systems, Sumy region needs it, Chernihiv region and all our regions suffering from Russian terror need it," Zelenskyy said. "Our partners have these defense systems. And our partners need to understand that air defenses must protect lives."

Earlier Wednesday, Zelenskyy hosted White House national security adviser Jake Sullivan for talks in Kyiv.

Sullivan sought to reassure Ukrainians that the United States continues to support Ukraine and that despite a delay in Congress, billions in aid will get to the country.

"We will get a strong bipartisan vote in Congress," Sullivan said during a press conference, calling it Plan A.

"We will get that money to you as we should, so I don't think we need to speak about Plan B today." He also acknowledged that the process had "taken too long."

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG