ເຮືອບິນບໍ່ມີຄົນຂັບຫຼາຍລຳ ແລະລູກສອນໄຟຂອງຣັດເຊຍ ໄດ້ໂຈມຕີໂຄງລ່າງພື້ນຖານດ້ານໂທລະຄົມມະນາຄົມ ໃນພາກຕາເວັນອອກສຽງເໜືອຂອງຢູເຄຣນ ໃນວັນພະຫັດວານນີ້ ໃນອັນທີ່ປາກົດວ່າ ເປັນຄວາມພະຍາຍາມ ທີ່ຈະສະກັດກັ້ນການເຂົ້າເຖິງຂໍ້ມູນຂ່າວສານ, ເຈົ້າໜ້າທີ່ໃນນະຄອນຫຼວງ ກີຢິບ ກ່າວ.
ການໂຈມຕີດັ່ງກ່າວ ໄດ້ສົ່ງຜົນກະທົບຕໍ່ສັນຍານໂທລະພາບ ແລະວິທະຍຸ ໃນ 5 ເມືອງ ແລະບັນດາເມືອງ ໃນຂົງເຂດຊູມີ (Sumy) ແລະ ຄາກິຟ (Kharkiv), ອີງຕາມການກ່າວຂອງເຈົ້າໜ້າທີ່.
"ນອກເໜືອໄປຈາກການທຳລາຍສິ່ງທີ່ເປັນພື້ນຖານໂຄງລ່າງທາງດ້ານວັດຖຸແລ້ວ, ສັດຕູ ຍັງພະຍາຍາມເຮັດໃຫ້ສະຖານີວິທະຍຸຂອງຢູເຄຣນ ແລະສັນຍານດາວທຽມຂອງໂທລະພາບຢູເຄຣນ ຕິດຂັດ," ໜ່ວຍງານການສືສານພິເສດ ແລະການຄຸ້ມຄອງຂໍ້ມູນຂ່າວສານແຫ່ງຊາດ ກ່າວ.
ໜ່ວຍງານດັ່ງກ່າວ ຍັງໄດ້ກ່າວຕື່ມວ່າ ການໂຈມຕີໃນຊ່ວງຂ້າມຄືນ ແມ່ນສ່ວນນຶ່ງຂອງ "ສົງຄາມຂໍ້ມູນ" ຂອງ ມົສກູ ເພື່ອກີດຂວາງການເຂົ້າເຖິງ "ຂໍ້ມູນທີ່ເປັນຄວາມຈິງ" ຂອງຊາວຢູເຄຣນ.
ຜູ້ປົກຄອງເຂດ ຊູມີ (Sumy) ກ່າວວ່າ ໄດ້ມີການສ້ອມແປງເພື່ອຟື້ນຟູສັນຍານໂທລະພາບ ແລະວິທະຍຸ ແລະສັນຍານໂທລະສັບມືຖື ສ່ວນໃຫຍ່ແມ່ນໄດ້ຮັບການຟື້ນຟູເກືອບທັງໝົດແລ້ວ.
ໃນຕອນເຊົ້າວັນພະຫັດວານນີ້ ກະຊວງປ້ອງກັນປະເທດຣັດເຊຍກ່າວວ່າ ຕົນໄດ້ທຳລາຍເຮືອບິນໂດຣນຂອງຢູເຄຣນ 15 ລຳ ແລະລູກສອນໄຟ 8 ລຳ ໃນຂະນະທີ່ເຈົ້າໜ້າທີ່ຂອງຣັັດເຊຍໃນພາກພື້ນທີ່ມີຊາຍແດນຕິດກັບຢູເຄຣນ ກ່າວວ່າ ມີຜູ້ເສຍຊີວິດ 1 ຄົນ ແລະອີກຫລາຍຄົນໄດ້ຮັບບາດເຈັບຈາກການໂຈມຕີດ້ວຍເຮືອບິນບໍ່ມີຄົນຂັບຂອງຢູເຄຣນ.
ທ່ານ ເວຍເຊັລລາຟ ແກັລດກອຟ (Vyacheslav Gladkov), ຜູ້ປົກຄອງເຂດ ແບລໂກຣອດ (Belgorod) ກ່າວວ່າ ຂໍ້ມູນເບື້ອງຕົ້ນໄດ້ລະບຸວ່າ ຜູ້ຊາຍຄົນນຶ່ງທີ່ຢູ່ໃນລົດ ເສຍຊີວິດ ໃນການໂຈມຕີ ໃນຂະນະທີ່ມີຜູ້ໄດ້ຮັບບາດເຈັບອີກຫລາຍຄົນ.
ທ່ານ ແກັລດກອຟ (Gladkov) ກ່າວວ່າ ເຮືອບິນບໍ່ມີຄົນຂັບອີກລຳນຶ່ງໄດ້ຕໍາໃສ່ຕົ້ນໄມ້ ເຮັດໃຫ້ມີຄື້ນຟອງລະເບີດທີ່ໄດ້ສ້າງຄວາມເສຍຫາຍໃຫ້ເຮືອນສອງຫລັງ ແຕ່ບໍ່ມີຜູ້ບາດເຈັບ.
ຟໍຣັມສະແດງຄວາມຄິດເຫັນ