ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໘ ພຶດສະພາ ໒໐໒໔

ນາຍົກຍີ່ປຸ່ນ ກໍາລັງ ຢ້ຽມຢາມ ນະຄອນ ມົສກູ (ວີດິໂອ)


ທ່ານ Shinzo Abe ນາຍົກລັດຖະມົນຕີຍີ່ປຸ່ນ ພົບປະກັບປະທານາທິບໍດີຣັດເຊຍ ທ່ານ Vladimir Putin ໃນຂະນະທີ່ທ່ານ ຢ້ຽມຢາມນະຄອນມົສກູ ໃນວັນຈັນມື້ນີ້ ທີ 29 ເມສາ 2013
ທ່ານ Shinzo Abe ນາຍົກລັດຖະມົນຕີຍີ່ປຸ່ນ ພົບປະກັບປະທານາທິບໍດີຣັດເຊຍ ທ່ານ Vladimir Putin ໃນຂະນະທີ່ທ່ານ ຢ້ຽມຢາມນະຄອນມົສກູ ໃນວັນຈັນມື້ນີ້ ທີ 29 ເມສາ 2013
ທ່ານ Shinzo Abe ນາຍົກລັດຖະມົນຕີຍີ່ປຸ່ນ ກໍາລັງຢ້ຽມ
ຢາມນະຄອນມົສກູ ເພື່ອພົບປະກັບປະທານາທິບໍດີຣັດເຊຍ
ທ່ານ Vladimir Putin ກ່ຽວກັບການ ເສີມຂະຫຍາຍສາຍ
ພົວພັນດ້ານການຄ້າ ແລະດໍາເນີນຄວາມພະຍາຍາມ ໃນ ການແກ້ໄຂບັນຫາຂັດແຍ້ງດ້ານເຂດນໍ້າແດນດິນ ທີ່ເກີດຂຶ້ນ
ແຕ່ສະໄໝສົງຄາມ ໂລກຄັ້ງທີສອງ.

ຄາດກັນວ່າ ທ່ານ Abe ແລະທ່ານ Putin ຈະສົນທະນາກັນ
ກ່ຽວກັບການນໍາ ເຂົ້າອາຍແກັສຂອງຣັດເຊຍໄປຍີ່ປຸ່ນ ເມື່ອ
ພວກທ່ານພົບກັນໃນວັນຈັນມື້ນີ້ ພ້ອມທັງຊອກຫາຊ່ອງທາງ ໃນການວາງພື້ນຖານການພົວພັນທາງດ້ານການຄ້າ ແລະການທູດເພີ້ມຂຶ້ນອີກ. ທັງສອງປະ
ເທດ ຍັງບໍ່ເຄີຍໄດ້ເຊັນສັນຍາສະຫງົບ ເສິກຢ່າງເປັນທາງການເທື່ອ ໃນຕອນມ້ວນທ້າຍ
ການເປັນປໍລະປັກກັນ ລະຫວ່າງສອງຊາດໃນເວລາທີ່ສົງຄາມໂລກຄັ້ງທີສອງສິ້ນສຸດລົງ.

ສະພາບການດັ່ງກ່າວ ໄດ້ປ່ອຍໃຫ້ຊາຕາກໍາຂອງບັນດາໝູ່ເກາະດັ່ງກ່າວ ທີ່ຮູ້ກັນໃນຍີ່ປຸ່ນ
ວ່າ ດິນແດນທາງພາກເໜືອ ແລະໃນຣັດເຊຍວ່າ Kurils ທີ່ຣັດ ເຊຍໄດ້ຍຶດເອົາໄປໃນຊຸມ
ມື້ສຸດທ້າຍຂອງສົງຄາມໃນປີ 1945.

ທາງດ້ານທ່ານ Dmitry Medvedev ນາຍົກລັດຖະມົນຕີຂອງຣັດເຊຍ ໃນຂະນະທີ່ທ່ານ
ເປັນປະທານາທິບໍດີຢູ່ນັ້ນ ໄດ້ເຮັດໃຫ້ຍີ່ປຸ່ນໂກດເຄືອງ ໃນປີ 2010 ເວລາທ່ານເປັນປະທາ
ນາທິບໍດີຣັດເຊຍຄົນທໍາອິດ ທີ່ໄດ້ໄປຢ້ຽມຢາມໝູ່ເກາະດັ່ງກ່າວ.

ເຖິງແມ່ນວ່າ ບັນຫາຂັດແຍ້ງທາງເຂດນໍ້າແດນດິນ ບໍ່ໄດ້ຄາດກັນໄວ້ວ່າ ຈະໄດ້ຮັບການແກ້
ໄຂໃນໄລຍະທີ່ມີການຢ້ຽມຢາມຂອງທ່ານ Abe ຄັ້ງນີ້ ແຕ່ມັນກໍອາດເປັນການສະແດງອອກ
ອັນສໍາຄັນຂອງຄວາມທີ່ອາດເປັນໄປໄດ້ ໃນການກໍ່ສ້າງ ສັນຍາສັນຕິພາບຢ່າງເປັນທາງ
ການໃນອະນາຄົດອັນໃກ້ນີ້.

ທ່ານ Abe ຍັງມີແຜນການໄປຢຸດແຫວ່ທີ່ເທີກີ, Saudi Arabia ແລະ ສະຫະລັດ Arab
Emirates, ຊຶ່ງທັງໝົດນັ້ນ ແມ່ນແນເປົ້າໝາຍໃສ່ການສ້າງສາຍສໍາພັນທາງທຸຣະກິດ. ເວ
ລາຢູ່ເທີກີນັ້ນ ທ່ານຫວັງວ່າຈະເຮັດໃຫ້ການເຈລະຈາ ໃນການສົ່ງອອກເທັກໂນໂລຈີ ດ້ານນີວເຄລຍຂອງຍີ່ປຸ່ນ ໃຫ້ແກ່ປະເທດດັ່ງກ່າວສໍາເລັດລົງ.

ເບິ່ງວີດິໂອກ່ຽວກັບຂ່າວນີ້:

ວີດິໂອ ນາຍົກຍີ່ປຸ່ນ ຢ້ຽມຢາມມົສກູ
please wait

No media source currently available

0:00 0:00:53 0:00

XS
SM
MD
LG