ໃນສັນຍານນຶ່ງທີ່ປະທານາທິບໍດີ ວລາດິເມຍ ປູຕິນ ອາດສືບຕໍ່ການທົດລອງລະເບີດນິວເຄລຍນັ້ນ, ບັນດານັກການເມືອງ ຣັດເຊຍ ແມ່ນມີເວລາຈົນຮອດວັນທີ 18 ຕຸລານີ້ ເພື່ອພິຈາລະນາວິທີຕ່າງໆເພື່ອຍົກເລີກການໃຫ້ສັດຕະຍາບັນຂອງ ມົສກູ ກ່ຽວກັບ ສົນທິສັນຍາຫ້າມທົດລອງລະເບີດນິວເຄລຍຮອບດ້ານ ຫຼື CTBT, ເຊິ່ງແມ່ນການຫ້າມທົດລອງລະເບີດນິວເຄລຍທົ່ວໂລກ.
ບາດກ້າວທີ່ເປັນໄປໄດ້ແມ່ນຖືກປະກາດໃນວັນສຸກທີ່ຜ່ານມາໂດຍທູດພິເສດຂອງ ຣັດເຊຍ ປະຈຳອົງການສົນທິສັນຍາຫ້າມການທົດລອງລະເບີດນິວເຄລຍຮອບດ້ານ ຫຼື CTBTO.
ໃນຖະແຫຼງການສະບັບນຶ່ງຂອງວັນຈັນວານນີ້, ຫົວໜ້າອົງການ CTBTO, ທ່ານ ໂຣເບີດ ຟລອຍດ໌ ໄດ້ສະແດງຄວາມເປັນຫ່ວງ ກ່ຽວກັບ ຄວາມຄືບໜ້າດັ່ງກ່າວ. ທ່ານໄດ້ກ່າວວ່າ “ການຫ້າມທົດລົງລະເບີດນິວເຄລຍຍັງຄົງມີຄວາມສຳຄັນເພື່ອປ້ອງກັນການແຜ່ລາມຂອງອາວຸດນິວເຄລຍ ແລະ ເພື່ອປ້ອງກັນລຸ້ນຄົນໃນປັດຈຸບັນ ແລະ ອະນາຄົດຈາກການໄດ້ຮັບຜົນກະທົບທີ່ອັນຕະລາຍຈາກການທົດລອງລະເບີດນິວເຄລຍ.”
ວໍຊິງຕັນ ໄດ້ກ່າວປະນາມການເຄື່ອນໄຫວຂອງ ຣັດເຊຍ ວ່າເປັນອັນຕະລາຍຕໍ່ “ບັນທັດຖານໂລກ” ສຳລັບການທົດລອງລະເບີດນິວເຄລຍ.
ແນວໃດກໍ່ຕາມ, ທ່ານ ປູຕິນ ໄດ້ກ່າວວ່າ ການດຳເນີນການທີ່ເປັນໄປໄດ້ຂອງ ຣັດເຊຍ ເພື່ອຖອນການໃຫ້ສັດຕະຍາບັນຂອງສົນທິສັນຍາຫ້າມທົດລອງລະເບີດນິວເຄລຍນັ້ນຈະນຳເອົາຕົນມາຢູ່ໃນຖັນແຖວດຽວກັບ ສະຫະລັດ, ເຊິ່ງໄດ້ເຊັນແຕ່ບໍ່ໄດ້ໃຫ້ສັດຕະຍາບັນຕໍ່ຂໍ້ຕົກລົງດັ່ງກ່າວ.