ເຈົ້າໜ້າທີ່ຂອງທໍານຽບຫ້າແຈເວົ້າວ່າ ບໍ່ໄດ້ມີສິ່ງຊີ້ບອກໃຫ້ຮູ້ເລີຍວ່າ ກອງທັບຊີເຣຍ
ກຽມພ້ອມທີ່ຈະທໍາການໂຈມຕີດ້ວຍອາວຸດເຄມີອີກ ພາຍຫລັງທີ່ມີການໂຈມຕີດ້ວຍ
ລູກສອນໄຟຂີປະນາວຸດຫລາຍໆຄັ້ງຂອງສະຫະລັດ, ຝຣ່ັງ ແລະອັງກິດໃນອາທິດ
ແລ້ວນີ້.ແຕ່ວ່າເຈົ້າໜ້າທີ່ຂອງສະຫະລັດກ່າວວ່າ ວໍຊິງຕັນ ແລະພັນທະມິດຂອງຕົນ
"ຍັງຕ້ອງໄດ້ເຝົ້າລະວັງຢູ່."
ທ່ານນາງ ເດນາ ໄວທ໌ (Dana White) ຫົວໜ້າໂຄສົກປະຈໍາທໍານຽບຫ້າແຈໄດ້ບອກ
ພວກນັກຂ່າວໃນວັນພະຫັດວານນີ້ວ່າ ທ່ານບາຊາ ອາລ-ອາຊາດ (Bashar al-Asຊ
sad), ປະທານາທິບໍດີຂອງຊີເຣຍ "ຕ້ອງຮູ້ໄວ້ວ່າ ໂລກຈະບໍ່ຍອມຜ່ອນຜັນຕໍ່ການໃຊ້
ອາວຸດເຄມີ ບໍ່ວ່າຈະຢູໃນສະພາບການໃດໆ ກໍຕາມ."
ທ່ານ ເຊີເກ ລາວຣົຟ (Sergei Lavroລັດຖະມົນຕີກະຊວງການຕ່າງປະເທດຣັດເຊຍ
ກ່າວໃນວັນສຸກມື້ນີ້ ຢູ່ໃນການໃຫ້ສໍາພາດກັບສໍານັກຂ່າວ RIA Novosti ທີ່ເປັນຂອງ
ລັດນັ້ນວ່າ ຣັດເຊຍໄດ້ບອກສະຫະລັດ ແລະປະເທດພັນທະມິດຂອງສະຫະລັດກ່ອນ
ໜ້າການໂຈມຕີທາງອາກາດນັ້ນແລ້ວວ່າ ບ່ອນໃດຢູ່ໃນຊີເຣຍທີ່ຖືວ່າເປັນ "ເປັນເສັ້ນ
ແດງ" ທີ່ພວກເຂົາເຈົ້າບໍ່ຄວນຂ້າມ ຖ້າຫາກບໍ່ຢາກ ຖືກຕອບໂຕ້ຄືນ.
ທ່ານລາວຣົຟ ເວົ້າວ່າ "ຜົນອອກມາກໍໄດ້ສະແດງໃຫ້ເຫັນແລ້ວວ່າ ພວກເຂົາເຈົ້າບໍ່ໄດ້
ຂ້າມເສັ້ນແດງເຫລົ່ານີ້."
ທ່ານ ລາວຣົຟ ຍັງໄດ້ກ່າວຕໍ່ກັບສໍານັກຂ່າວ RIA ອີກວ່າທ່ານສາມາດເກ້ຍກ່ອມທ່ານ
ທຣໍາ ແລະທ່ານປູຕິນໄດ້ແລ້ວ ວ່າບໍ່ໃຫ້ມີຄວາມຂັດແຍ້ງທາງທະຫານ ລະຫວ່າງສອງ
ປະເທເກີດຂຶ້ນໄດ້.
ການໂຈມຕີທີ່ນໍາພາໂດຍສະຫະລັດໄດ້ມີຂຶ້ນເພື່ອເປັນການຕອບໂຕ້ຕໍ່ການໂຈມຕີທີ່
ສົງໄສວ່າໃຊ້ອາວຸດເຄມີ ທີ່ໄດ້ສັງຫານພົນລະເມືອງ 40 ຄົນຢູ່ໃນເມືອງ ດູມາໃນວັນທີ
7 ເມສາຜ່ານມານັ້ນ. ສະຫະລັດໄດ້ຕໍາໜິຊີເຣຍ ແຕ່ວ່າ ດາມາຄັສ (Damascus) ແລະຣັດເຊຍທີ່ເປັນພັນທະມິດຂອງປະເທດນັ້ນ ໄດ້ປະຕິເສດວ່າບໍ່ໄດ້ໃຊ້ອາວຸດແບບ
ນັ້ນ.
ທ່ານນາງໄວທ໌ ໄດ້ກ່າວພາຍຫລັງທີ່ມີການໂຈມຕີທາງອາກາດເມື່ອມໍ່ໆ ມານີ້ວ່າ "ຣັດ
ເຊຍໄດ້ເລີ້ມທໍາການໂຄສະນາບິດເບືອນຄວາມຈິງໃນທັນທີທັນໃດ ເພື່ອເຮັດໃຫ້
ເກີດຄວາມສົງໄສ ແລະຄວາມສັບສົນຂຶ້ນ ເພື່ອຈະໄດ້ເຊື່ອງຊ້ອນການສົມຮູ້ຮ່ວມຄິດ ຂອງຕົນ. ຣັດເຊຍໄດ້ກ່າວອ້າງແບບບໍ່ຖືກວ່າ ກອງທັບອາກາດຂອງຊີເຣຍໄດ້ຍິງ ລູກສອນໄຟຫລາຍໆລູກຕົກ ແຕ່ໃນຕົວຈິງແລ້ວ ລູກສອນໄຟຂອງພວກເຮົາແມ່ນ
ໄດ້ຍິງຖືກເປົ້າໝາຍຂອງຕົນທຸກລູກເລີຍ.”