ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣັດເຊຍ ກ່າວປະນາມ ການປ່ຽນນະໂຍບາຍ ໜູນຫຼັງພວກກະບົດ ຊີເຣຍ ຂອງ ສະຫະລັດ


ພວກນັກຮົບກະບົດ ອະນາໄມອາວຸດຊະນິດໜຶ່ງ ໃນເມືອງ al-Rai ທາງພາກເໜືອຂອງເມືອງ Aleppo, ຊີເຣຍ. 25 ທັນວາ, 2016.
ພວກນັກຮົບກະບົດ ອະນາໄມອາວຸດຊະນິດໜຶ່ງ ໃນເມືອງ al-Rai ທາງພາກເໜືອຂອງເມືອງ Aleppo, ຊີເຣຍ. 25 ທັນວາ, 2016.

ຣັດເຊຍ ກ່າວວ່າ ການຕັດສິນໃຈຂອງ ສະຫະລັດເມື່ອມໍ່ໆມານີ້ ທີ່ຈະບັນເທົາຂໍ້ຈຳກັດ ກ່ຽວ ກັບ ການສະໜອງອາວຸດໃຫ້ພວກກະບົດ ຊີເຣຍ ແມ່ນ “ການກະທຳທີ່ມີເຈຕະນາຮ້າຍ” ທີ່ອາດຈະເຮັດໃຫ້ກອງກຳລັງ ຂອງ ຣັດເຊຍ ແລະ ຜົນປະໂຫຍດອື່ນໆຂອງພວກເຂົາເຈົ້າ ໃນ ຊີເຣຍ ໄດ້ຮັບອັນຕະລາຍ.

ໂຄສົກຍິງປະຈຳກະຊວງການຕ່າງປະເທດ ທ່ານນາງ Maria Zakharova ໄດ້ກ່າວປະ ນາມການປ່ຽນແປງນະໂຍບາຍໃນວັນອັງຄານວານນີ້, ໂດຍກ່າວຕໍ່ອົງການຂ່າວ Reuters ວ່າ “ຄວາມເປັນໄປ ໄດ້ ກ່ຽວກັບ ການຈັດສົ່ງອາວຸດໃຫ້ພວກເຂົາເຈົ້າ,​ ລວມ ທັງລູກ ສອນໄຟຕໍ່ຕ້ານຂີປະນາວຸດ, ໄດ້ຖືກຈົດລົງໃນບັນຊີລາຍການໃໝ່ແລ້ວ.” ທ່ານນາງໄດ້ ອ້າງອີງໃສ່ມາດຕະການປ້ອງກັນປະເທດ ທີ່ຖືກເຊັນເມື່ອ ບໍ່ດົນນານໂດຍປະທານາທິບໍດີ ສະຫະລັດ ທ່ານ ບາຣັກ ໂອບາມາ, ຜູ້ທີ່ໄດ້ກ່າວວິຈານ ກ່ຽວກັບ ການມີສ່ວນຮ່ວມຂອງ ມົສກູ ໃນສົງຄາມ ຂອງ ຊີເຣຍ.

ທ່ານນາງໄດ້ກ່າວວ່າ ກອງທັບອາກາດຂອງ ຣັດເຊຍ, ພ້ອມກັບເຈົ້າໜ້າທີ່ທະຫານ ຣັດ ເຊຍ ຄົນອື່ນໆ ແລະ ສະຖານທູດຂອງ ຣັດເຊຍ ໃນນະຄອນຫຼວງ ດາມາສກັສ, ຈະໄດ້ຮັບ ໄພຂົ່ມຂູ່ໂດຍກົງ ແລະ ວ່າ ອາວຸດທຸກໆຊະນິດທີ່ຖືກສົ່ງໃຫ້ພວກກະບົດ ຈະຈົບລົງດ້ວຍ ການຕົກ ຢູ່ໃນກຳມືຂອງພວກ ຈີຮາດ ຢ່າງວ່ອງໄວ.

ລັດຖະບານຂອງປະທານາທິບໍດີ ຊີເຣຍ ທ່ານ Bashar al-Assad ໄດ້ເປັນພັນທະມິດ ຂອງ ຣັດເຊຍ ມາດົນນານ, ເຊິ່ງມີຖານທັບອາກາດຕັ້ງຢູ່ໃກ້ກັບເມືອງ Latakia ເຊິ່ງເປັນ ເມືອງແຄມຝັ່ງທະເລຂອງ ຊີເຣຍ. ຣັດເຊຍ ໄດ້ຊ່ວຍເຫຼືອ ຊີເຣຍ ຍຶດຄືນເຂດແດນທີ່ສູນ ເສຍໃຫ້ ພວກກະບົດ, ເຊິງບາງກຸ່ມໃນນັ້ນໄດ້ຮັບການສະໜັບສະໜູນໂດຍ ສະຫະລັດ.

ເມື່ອບໍ່ດົນມານີ້, ພວກກະບົດກຸ່ມສຸດທ້າຍໄດ້ເດີນທາງອອກຈາກເມືອງ ອາເລັບໂປ ທີ່ຕັ້ງຢູ່ ພາກເໜືອຂອງ ຊີເຣຍ, ເຊິ່ງກອງກຳລັງຂອງປະທານາທິບໍດີ Assad ໄດ້ຍິງຖະລົ່ມໃສ່ ດ້ວຍການໜູນຫຼັງຂອງພັນທະມິດ ຣັດເຊຍ ຂອງພວກເຂົາເຈົ້າ. ໃນກອງປະຊຸມຖະແຫຼງ ຂ່າວທ້າຍປີ ທີ່ຖືກຈັດຂຶ້ນໃນຕົ້ນເດືອນນີ້, ທ່ານ ໂອບາມາ ໄດ້ກ່າວວ່າ ໂລກຂອງພວກເຮົາ “ໄດ້ຮວມກັນດ້ວຍຄວາມຫວາດກົວ ດ້ວຍການໂຈມຕີຢ່າງປ່າເຖື່ອນ ໃສ່ເມືອງ ອາເລັບ ໂປ ໂດຍລະບອບການປົກຄອງ ຊີເຣຍ ແລະ ພັນທະມິດ ຣັດເຊຍ ແລະ ອີຣ່ານ ຂອງ ພວກເຂົາ.” ແຜນຍຸດທະສາດຂອງ ສະຫະລັດ ໃນ ຊີເຣຍ ໄດ້ເພັ່ງເລັງໃສ່ການຫຼຸດກຳລັງ ແລະ ການທຳລາຍພວກລັດອິສລາມ.

ອ່ານຂາ່ວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG