ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພັກຝ່າຍຕ່າງໆ ໃນຊີເຣຍ ພິຈາລະນາ ຂໍ້ສະເໜີຢຸດຍິງ ຂອງ ສຫລ ​ແລະ ຣັດ​ເຊຍ


Syria
please wait
Embed

No media source currently available

0:00 0:01:37 0:00

ສະຖານະການໃນຊິເຣຍ

ຫຼາຍໆພັກຝ່າຍທີ່​ພົວພັນ​ກັບ​ສົງ​ຄາມກາງ​ເມືອງ​ໃນຊິ​ເຣຍທີ່​ຍືດ​ເຍື້​ອ ຍາວ​ນານ​ມາ​ໄດ້ 5 ປີ ນັ້ນ​ ແມ່ນ​ກຳລັງ​ຊັ່ງ​ຊາ​ເບິ່ງວ່າ ຈະ​ລົງ​ນາມ​ໃນ​ຂໍ້​ຕົກລົງ​ການ​ຢຸດ​ຍິງ​ຫຼື​ບໍ່ ທີ່​ສະ​ເໜີ​ໂດຍ​ສະຫະ ລັດ ​ແລະຣັດ​ເຊຍ ຊຶ່ງ​ຈະ​ມີ​ຜົນ​ບັງຄັບ​ໃຊ້​ ໃນ​ວັນ​ເສົາ​ຈະ​ມານີ້.

ການຍຸຕິການ​ເປັນ​ປໍ​ລະ​ປັກ​ຕໍ່​ກັນນັ້ນ​ ແມ່ນ​ບໍ່​ໄດ້​ຮວມ​ເຖິງ​ກຸ່ມ​ກໍໍ່ການ
​ຮ້າຍຕ່າງໆ ​ເຊັ່ນ​ກຸ່ມ​ລັດ​ອິສລາມ ​ແລະ​ກຸ່ມ Jabhat al-Nusra
ທີ່ເປັນເຄືອ​ຂ່າຍ​ ຂອງ​ກຸ່ມ al-Qaida. ກຸ່​ມຕ່າງໆ ມີ​ເວລາ​ຈົນ​ຮອດ
​ວັນ​ສຸກທີ່​ຈະ​ມາ​ເຖິງ​ນີ້ ​ໃນການ​ຢືນຢັນວ່າພວກ​ເຂົາ​ເຈົ້າຈະ​ເຂົ້າປະ
ກອບສ່ວນ ຫຼື​ບໍ່.

ລັດຖະມົນຕີກະຊວງການຕ່າງປະເທດ ທ່ານ John Kerry ໃຫ້ການຖະແຫຼງການຕໍ່ພວກນັກຂ່າວໃນກອງປະຊຸມສື່ ກັບລັດຖະມົນຕີການຕ່າງປະເທດ Jordan ທ່ານ Nasser Judeh, ຕິດຕາມມາດ້ວລ ກອງປະຊຸມທີ່ Amman, 21 ກຸມພາ 2016.
ລັດຖະມົນຕີກະຊວງການຕ່າງປະເທດ ທ່ານ John Kerry ໃຫ້ການຖະແຫຼງການຕໍ່ພວກນັກຂ່າວໃນກອງປະຊຸມສື່ ກັບລັດຖະມົນຕີການຕ່າງປະເທດ Jordan ທ່ານ Nasser Judeh, ຕິດຕາມມາດ້ວລ ກອງປະຊຸມທີ່ Amman, 21 ກຸມພາ 2016.

​ການ​ຢຸດ​ເຊົາ​ການສູ້​ລົບ​ກັນ​ນີ້ສາມາດ​ແຜ້ວ​ທາງ​ໄປ​ສູ່​ການ​ຂະຫຍາຍ​ການ​ໃຫ້​ຄວາ​ມຊ່ອຍ​ເຫຼືອ ທາງ​ດ້ານ​ມະນຸດສະທຳ ຕໍ່ຫຼາຍໆຫົວ​ເມືອງ​ທີ່​ຖືກ​ປິດ​ລ້ອມ​ຂອງ​ຊີ​ເຣຍ ​ແລະ​ມີ​ກຳນົດ​ຈະ​ເລີ້ມການ​ເຈລະຈາກັນ​ຄືນ​ໃໝ່​ ໃນ​ການ​ມອບ​ໂອນ​ອຳນາດ​ທາງ​ການ​ເມືອງນັ້ນ.

ຢູ່ໃນ​ຖະ​ແຫລ​ງການ​ຮ່ວມໃນ​ວັນ​ຈັນ​ວານ​ນີ້ ສະຫະລັດ ​ແລະຣັດ
​ເຊຍໄດ້​ກ່າວວ່າ ພາຍໃຕ້ແຜນການ​ດັ່ງກ່າວ​ນີ້ ພັກ​ຝ່າຍ​ທີ່​ກ່ຽວຂ້ອງ​
ໃນບັນຫາ​ຂັດ​ແຍ້​ງນັ້ນ ຈະ​ສາມາດຈຳກັດການ​ໃຊ້​ກຳລັງ​ໃດໆເພື່ອ
​ການ​ຕອບ​ໂຕ້ປ້ອງ​ກັນ​ຕົວ. ພັກຝ່າຍ​ທັງຫຼາຍ ຈະ​ສາມາດ​ເຫັນ​ດີເຖິງ​
ການສະໜອງ​ຢ່າງບໍ່​ກີດ​ກັນ​ໃດໆ ຕໍ່​ການ​ເຂົ້າ​ເຖິງ​ບັນດາກຸ່ມ​ຊ່ອຍ​
ເຫຼືອເພື່ອມະນຸດສະທຳທີ່​ຈະ​ຈັດ ສົ່ງການ​ຊ່ອຍ​ເຫຼືອ​ໄປ​ໃຫ້​ເຂດ
ຕ່າງໆທີ່ຖືກ​ປິດ​ລ້ອມຢູ່​ນັ້ນ.

ຜູ້ຄົນກວດສອບເບິ່ງສະຖານທີ່ທີ່ຖືກວາງລະເບີດທີ່ເມືອງ Homs, Syria ທີ່ລັດຖະບານຄວບຄຸມນັ້ນ, ເປັນຮູບພາບທີ່ ຕີພິມ ໂດຍກຸ່ມ SANA, 21 ກຸມພາ, 2016.
ຜູ້ຄົນກວດສອບເບິ່ງສະຖານທີ່ທີ່ຖືກວາງລະເບີດທີ່ເມືອງ Homs, Syria ທີ່ລັດຖະບານຄວບຄຸມນັ້ນ, ເປັນຮູບພາບທີ່ ຕີພິມ ໂດຍກຸ່ມ SANA, 21 ກຸມພາ, 2016.

ສະຫະລັດ ​ແລະຣັດ​ເຊຍ ​ແມ່ນ​ເປັນ​ປະທານ​ຮ່ວມ​ຂອງກຳມະ​ການ​ຢຸດ​ຍິງ​ ຊຶ່ງ​ເປັນສ່ວນ​ນຶ່ງ ​ໃນການ​ເອົາ​ບາດ​ກ້າວຂອງນາໆ​ຊາດ ທັງ 17 ປະ​ເທດ ທີ່​ສະໜັບສະໜຸນຊິ​ເຣຍ. ​ກຸ່ມ​ດັ່ງ ກ່າວໄດ້ພົບ​ປະກັນໃນ​ນະຄອນ Munich ​ໃນ​ຕົ້ນ​ເດືອນ​ກຸມພາ​ນີ້ ​ແລະ​ຫວັງວ່າ ຈະ​ຈັດຕັ້ງ ປະຕິບັດ ​ການ​ຢຸດ​ຍິງຂັ້ນຕົ້ນ ພາຍ​ໃນ​ວັນ​ສຸກແລ້ວນີ້.

ບັນຫາຕ່າງໆ​ທີ່ເຊື່ອມ​ໂຍງກັບການ​ຢຸດ​ຍິງ​ນັ້ນ ແມ່ນເບິ່ງ​ຄື​ວ່າ ​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ແກ້​ໄຂ​ເທື່ອ.

​ໂຄສົກກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານ Mark Toner ​ໄດ້​ກ່າວ​ວ່າ ​ໃນ​ອີກ​ບໍ່​ເທົ່າໃດມື້​ຕໍ່​ໜ້າ​ນີ້ ຄະນະ​ກຳມະການ ຈະ​ແກ້​ໄຂ​ກ່ຽວ​ກັບ​ມາດຕະຖານ​ຂອງຂັ້ນຕອນ​ໃນ​ການ ປະຕິບັດ​ງານ​ຕ່າງໆ.

XS
SM
MD
LG