ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຣັດເຊຍ ກັບ ຊີເຣຍ ວາງແຜນວ່າ ຈະໂຈມຕີ ເພື່ອຍຶດຄືນ ເມືອງອາແລບໂປ ຂອງຊີເຣຍ


ພວກນັກລົບທີ່ຈົງຮັກພັກດີ ຕໍ່ປະທານາທິບໍດີ ຊີເຣຍ ສະເຫຼີມສະຫຼອງ ກັບພົນລະເມືອງ ໃນເມືອງ Nubul ແລະ al-Zahraa ຫຼັງຈາກຍຶດຄືນມາໄດ້ ເມືອງຢູ່ທາງພາກ
ເໜືອຂອງ Aleppo, ຂອງ Syria, ພາບນີ້ ສະໜອງໂດຍ SANA, ວັນທີ 4 ມີນາ 2016.
ພວກນັກລົບທີ່ຈົງຮັກພັກດີ ຕໍ່ປະທານາທິບໍດີ ຊີເຣຍ ສະເຫຼີມສະຫຼອງ ກັບພົນລະເມືອງ ໃນເມືອງ Nubul ແລະ al-Zahraa ຫຼັງຈາກຍຶດຄືນມາໄດ້ ເມືອງຢູ່ທາງພາກ ເໜືອຂອງ Aleppo, ຂອງ Syria, ພາບນີ້ ສະໜອງໂດຍ SANA, ວັນທີ 4 ມີນາ 2016.

ບົດລາຍງານອົງການຂ່າວຂອງ ຣັດເຊຍ ກ່າວວ່າ ທະຫານ ຊີເຣຍ ກຳລັງກະກຽມການ ປະຕິບັດການຄັ້ງໃຫຍ່ ພ້ອມກັບກອງກຳລັງທະຫານອາກາດ ຣັດເຊຍ ອີກຄັ້ງໜຶ່ງ ເພື່ອ ຍຶດຄືນການຄວບຄຸມເມືອງ Aleppo ທີ່ຖືກໂຈມຕີຢູ່ທາງພາກເໜືອນັ້ນ.

ໃນວັນອາທິດວານນີ້ ອົງການຂ່າວ Interfax ໄດ້ອ້າງຄຳເວົ້າຂອງນາຍົກລັດຖະມົນຕີ ຊີເຣຍ ທ່ານ Wael al-Haiqi ວ່າ ການຜັກດັນຂອງທະຫານແມ່ນ ແນເປົ້າໃສ່ການປົດ ປ່ອຍເມືອງ ແລະ ກີດກັ້ນ “ກຸ່ມຕິດອາວຸດ ທີ່ຜິດກົດໝາຍທຸກໆກຸ່ມ ເຊິ່ງບໍ່ໄດ້ເຂົ້າຮ່ວມ ຫຼື ລະເມີດສັນຍາສະຫງົບເສິກເມື່ອເດືອນກຸມພາທີ່ຜ່ານມາ.”

ນອກນັ້ນ ທ່ານ Haiqi ຍັງໄດ້ເນັ້ນຄຳເວົ້າຂອງທ່ານວ່າ ການຍຶດຄືນການຄວບຄຸມເມືອງ ດັ່ງກ່າວຈາກພວກກະບົດ ຈະເຮັດໃຫ້ກອງກຳລັງຂອງລັດຖະບານ ສາມາດເຄື່ອນຍ້າຍ ເຂົ້າໄປພາກຕາເວັນອອກ 300 ກິໂລແມັດ, ໄປຫາເມືອງ Deir Ezzor ທີ່ເປັນຖານທີ່ໝັ້ນ ຂອງພວກລັດອິສລາມນັ້ນ.

ຫຼັງຈາກຍຶດເມືອງບູຮານ Palmyra ຄືນມາໄດ້ ເມື່ອ 2 ສັບປະດາທີ່ຜ່ານມາ, ກອງກຳລັງ ຕ່າງໆທີ່ຈົງຮັກພັກດີຕໍ່ປະທານາທິບໍດີ ຊີເຣຍ ທ່ານ Bashar al-Assad ກໍໄດ້ແນເປົ້າ ໝາຍໃສ່ຂົງເຂດ Deir Ezzor, ບ່ອນທີ່ພວກຫົວຮຸນແຮງ ລັດອິສລາມ ຄວບຄຸມເຂດ ແດນທີ່ຍືດຍາວຈາກເມືອງ Raqqa ທີ່ພວກເຂົາເຈົ້າປະກາດເປັນນະຄອນຫຼວງ ຂອງ ຕົນເອງ ຫາ ເຂດຊາຍແດນ ເທີກີ ແລະ ລົງໃຕ້ໄປຫາປະເທດ ອີຣັກ.

ໃນຄັ້ງໜຶ່ງ ເມືອງ Aleppo, ເຄີຍເປັນນະຄອນຫຼວງທາງດ້ານເສດຖະກິດຂອງ ຊີເຣຍ, ຕອນນີ້ບາງສ່ວນຂອງເມືອງດັ່ງກ່າວແມ່ນນອນຢູ່ໃນຊາກຫັກພັງ, ໄດ້ຖືກແບ່ງແຍກອອກ ເປັນເຂດການຍຶດຄອງນັບຕັ້ງແຕ່ປີ 2012 ເປັນ ຕົ້ນມາ, ພ້ອມກັບກຸ່ມກະບົດໃນບາງເຂດ ໃນຂະນະທີ່ບາງສະຖານທີ່ ຍັງຕົກຢູ່ພາຍໃຕ້ການຄວບຄຸມຂອງລັດຖະບານ.

ພ້ອມກັນນັ້ນໃນວັນອາທິດວານນີ້, ອົງການສິ້ງຊອມສິດທິມະນຸດທີ່ມີຫ້ອງການ ຕັ້ງຢູ່ ນະຄອນຫຼວງ ລອນດອນ ປະເທດ ອັງກິດ ກໍໄດ້ກ່າວວ່າ ມີປະຊາຊົນຢ່າງໜ້ອຍ 35 ຄົນໄດ້ຖືກຂ້າຕາຍໃນການຕໍ່ສູ້ຂ້າມຄືນກັບແນວໜ້າຂອງພວກກະບົດຫຼາຍຄົນຂອງ ເມືອງ Aleppo. ໃນຖະແຫຼງ ການສະບັບໜຶ່ງ, ກຸ່ມສິ້ງຊອມນີ້ ໄດ້ເວົ້າວ່າ ຜູ້ທີ່ເສຍຊີວິດລວມມີ ສະມາຊິກແນວໜ້າຂອງກຸ່ມກະບົດອິສລາມ al-Nusra 19 ຄົນ ແລະ ນັກຮົບ ສະໜັບ ສະໜູນ ນະຄອນຫຼວງ Damascus 16 ຄົນ.

ອົງການສະຫະປະຊາຊາດ ກ່າວວ່າ ມີຢ່າງໜ້ອຍ 250,000 ຄົນ ໄດ້ຖືກຂ້າຕາຍ ນັບຕັ້ງ ແຕ່ການຕໍ່ສູ້ໃນ ຊີເຣຍ ໄດ້ເລີ່ມຂຶ້ນໃນເດືອນ ມີນາ 2011. ບັນດາເຈົ້າໜ້າທີ່ ສິດທິມະນຸດ ກ່າວວ່າ ປະຊາຊົນຫຼາຍກວ່າ 4 ລ້ານຄົນໄດ້ສູນເສຍທີ່ຢູ່ອາໄສຈາກການຕໍ່ສູ້ກັນທີ່ວ່ານີ້.

ອ່ານຂ່າວເລື່ອງນີ້ ເປັນພາສາອັງກິດ

XS
SM
MD
LG