ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣັດ​ເຊຍ ແລະ ຊີ​ເຣຍ ຖິ້ມລະ​ເບີດ ໃສ່ກຳລັງ ຊີເຣຍ ທີ່ໜຸນຫຼັງ ໂດຍ ສະຫະລັດ


ພວກ​ນັກ​ຕໍ່ສູ້​ຂອງ​ກຸ່ມ​ຝ່າຍ​ຄ້ານ ຢືນ​ຖື​ປືນ​ຢູ່ ​ໃນ​ເມືອງ​ al-Bab ທາງ​ພາກ​ເໜືອ ຂອງ​ຊີ​ເຣຍ, ຊີ​ເຣຍ, 8 ກຸມພາ, 2017.
ພວກ​ນັກ​ຕໍ່ສູ້​ຂອງ​ກຸ່ມ​ຝ່າຍ​ຄ້ານ ຢືນ​ຖື​ປືນ​ຢູ່ ​ໃນ​ເມືອງ​ al-Bab ທາງ​ພາກ​ເໜືອ ຂອງ​ຊີ​ເຣຍ, ຊີ​ເຣຍ, 8 ກຸມພາ, 2017.

ເຮືອບິນຂອງຣັດເຊຍ ແລະຊີເຣຍ ໄດ້ທຳການ​ໂຈມ​ຕີ​ຖິ້ມລະເບີດ​ດ້ວຍ​ຄວາມຜິດພາດ ​ໃສ່ສະມາຊິກຂອງກອງກຳລັງຊີເຣຍ ທີ່ໜຸນຫຼັງໂດຍສະຫະລັດ ໃກ້ໆກັບເມືອງ al-Bab
ໃນຊີເຣຍ ​ໂດຍ​ທີ່ກຳລັງສະຫະລັດ ຢູ່​ຫ່າງ​ຈາກ​ບ່ອນ​ໂຈມ​ຕີບໍ່ພຽງແຕ່ເທົ່າໃດກິໂລແມັດ
ເທົ່ານັ້ນ ອີງ​ຕາມຄຳເວົ້າຂອງນາຍພົນຜູ້ບັນຊາກຳລັງສະຫະລັດ ໃນອີຣັກ.

ພົນ​ໂທທະຫານບົກ Stephan Townsend ຜູ້ບັນຊາການພາກພື້ນດິນ ກຳລັງ​ແນວ
​ໂຮມທີ່ຕໍ່ຕ້ານກັບກຸ່ມລັດອິສລາມ ໄດ້ບອກກັບພວກນັກຂ່າວ ຜ່ານທາງໂທລະສັບ ໃນກອງປະຊຸມຖະ​ແຫຼງຂ່າວ ຈາກ Baghdad ໃນວັນພຸດວານນີ້ ທີ່ວ່າ ການ​ໂຈມ​ຕີ​ຖິ້ມລະເບີດດັ່ງກ່າວ ໃນວັນອັງຄານຜ່ານມານີ້ ມີຜູ້ຄົນບາດເຈັບຂອງກອງກຳລັງ​ແນວ
​ໂຮມອາຣັບ ທີ່ໄດ້ທຳການຕໍ່ສູ້ກັບພວກຫົວຮຸ່ນແຮງອິສລາມ ໃນໝູ່ບ້ານ ທີ່ຕັ້ງຢູ່ທາງ
“ພາກໃຕ້ ແລະທາງຕາເວັນອອກຂອງເມືອງ al-Bab.”

ທ່ານໄດ້ກ່າວເຖິງ ກອງກຳລັງຊີເຣຍ ທີ່ໄດ້ປະເຊີນກັບຜູ້ຄົນທີ່ບາດເຈັບເປັນຈຳນວນຫຼາຍ.

ທ່ານ Townsend ໄດ້ກ່າວວ່າ ກອງກຳລັງສະຫະລັດ ແມ່ນຢູ່ຫ່າງອອກໄປປະມານ
“4 – 5 ຫຼັກກິໂລແມັດ” ​ເພື່ອໃຫ້ຄຳ​ແນະນຳ “ທີ່ຄ້າຍຜູ້ບັນຊາການ ທີ່ຢູ່ຫ່າງອອກໄປ
ໄກໆກວ່ານັ້ນ” ​
ເວລາທີ່ການໂຈມຕີ ໄດ້​ເກີດຂຶ້ນ ໃນໝູ່ບ້ານດັ່ງກ່າວນັ້ນ.

“ໄດ້ມີການຮຽກຮ້ອງໃນການສອດຄ່ອງກັນນັ້ນ ແລະພວກຣັດເຊຍ ຮັບຊາບເຖິງເລື່ອງນີ້ ແລະເຊົາການລະເບີດໃນທີ່ນັ້ນ,” ຊຶ່ງທ່ານນາພົນ ໄດ້ກ່າວເຊັ່ນນັ້ນ.

ທ່ານ Townsend ໄດ້ບອກກັບພວກນັກຂ່າວວ່າ ທ່ານເຊື່ອວ່າ ເຮືອບິນຂອງຣັດເຊຍ
ແລະຊີເຣຍ ຄິດ​ວ່າ ໝູ່ບ້ານ​ເຫລົ່ານີ້ ໄດ້ຖືກຍຶດໂດຍກອງກຳລັງຂອງກຸ່ມລັດອິສລາມ.

ກະຊວງປ້ອງກັນປະເທດຣັດເຊຍ ໄດ້ປະຕິເສດວ່າ ເຮືອບິນຂອງຣັດເຊຍ ແລະຊີເຣຍ
ບໍ່ໄດ້ໂຈມຕີ ກອງກຳລັງທີ່ໜຸນຫຼັງໂດຍສະຫະລັດ. ກະຊວງດັ່ງກ່າວ ໄດ້ຕິດຕໍ່ກັບກອງທັບ
ສະຫະລັດ ກ່ອນທີ່ເຫດລະເບີດດັ່ງກ່າວໄດ້ເກີດຂຶ້ນ ແລະໄດ້ເອົາບາດກ້າວ ເພື່ອຫຼີກເວັ້ນ
ໃນຂົງເຂດທີ່ວ່ານີ້ “ທີ່ສະແດງໃຫ້ເຫັນເຖິງ ໂດຍທາງສະຫະລັດ.”

“ເພື່ອປ້ອງກັນ ອຸບປະຕິເຫດໃດໆ ຕົວແທນຂອງສະຫະລັດ ໄດ້ໃຫ້ການປະສານງານ
ຢ່າງໃກ້ຊິດ ຕໍ່ກອງກຳລັງຕໍ່ຕ້ານ ທີ່ໜຸນຫຼັງໂດຍສະຫະລັດ ໃນຂົງເຂດ ທີ່ເຈົ້າໜ້າທີ່
ກອງທັບຣັດເຊຍ,”
ຊຶ່ງນັ້ນ ແມ່ນລາຍງານຈາກກະຊວງປ້ອງກັນປະເທດ ໄດ້ລະບຸໄວ້.
“ເປັນ​ຜູ້ບັງຊາການຣັດເຊຍ ໄດ້ເອົາຂໍ້ມູນຕ່າງໆ. ເຮືອບິນຣັດເຊຍ ຫຼື ຊີເຣຍ ບໍ່ໄດ້ຍິງ
ແມ່ນກະທັ້ງລູກດຽວ ໃນຂົງເຂດ ທີ່ສະເພາະເຈາະຈົງໂດຍສະຫະລັດ.”

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມພາສາ​ອັງກິດ

XS
SM
MD
LG