ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ສະຫະລັດ ວິຈານ ແຜນການຂອງ ຣັດເຊຍ ທີ່ຈະໂຈມຕີ ພວກກໍ່ການຮ້າຍໃນ Aleppo


ເຮືອບັນທຸກເຮືອບິນ Admiral Kuznetsov ຂອງ ຣັດເຊຍ ເດີນທາງໃນໜ້ານ້ຳ ນອກຊາຍຝັ່ງທາງພາກເໜືອຂອງປະເທດ ນໍເວ. 17 ຕຸລາ, 2016.
ເຮືອບັນທຸກເຮືອບິນ Admiral Kuznetsov ຂອງ ຣັດເຊຍ ເດີນທາງໃນໜ້ານ້ຳ ນອກຊາຍຝັ່ງທາງພາກເໜືອຂອງປະເທດ ນໍເວ. 17 ຕຸລາ, 2016.

ແຜນການຂອງ ຣັດເຊຍ ທີ່ຈະເປີດການໂຈມຕີຄັ້ງໃໝ່ ໃນຫຼາຍພາກ ສ່ວນຂອງປະເທດ ຊີເຣຍ ທີ່ຖືກທຳລາຍໂດຍສົງຄາມນັ້ນໄດ້ຖືກປະຕິ ເສດ​ໂດຍວໍຊິງຕັນ, ເຊິ່ງກ່າວຫາ ມົສກູ ກ່ຽວກັບ ການພະຍາຍາມ ທີ່ຈະໂອ້ອວດຄວາມສາມາດຂອງກອງທັບເຮືອຂອງພວກເຂົາ ເຈົ້າ ດ້ວຍການເສຍສະຫຼະພົນລະເຮືອນຜູ້ບໍລິສຸດ.

ບັນດາເຈົ້າໜ້າທີ່ໃນກະຊວງປ້ອງກັນປະເທດຂອງ ຣັດເຊຍ ໄດ້ກ່າວ ຕໍ່ອົງການຂ່າວ Interfax ໃນວັນອັງຄານວານນີ້ວ່າ ການໂຈມຕີຄັ້ງໃໝ່ຕໍ່ເປົ້າໝາຍຕ່າງໆ ຂອງກຸ່ມຫົວຮຸນ ແຮງລັດອິສລາມ ຢູ່ເຂດນອກ ເມືອງ Aleppo ທີ່ຕັ້ງຢູ່ພາກເໜືອຂອງປະເທດນັ້ນ ຈະມີຂຶ້ນ “ພາຍໃນສອງສາມຊົ່ວໂມງຂ້າງໜ້ານີ້.”

ແຫຼ່ງຂ່າວໜຶ່ງໃນກະຊວງໄດ້ກ່່າວວ່າ ການໂຈມຕີຕ່າງໆຈະລວມມີເຮືອບິນ ຈາກເຮືອບັນ ທຸກເຮືອບິນ Admiral Kuznetsov, ເຊິ່ງເປັນເຮືອບັນທຸກເຮືອບິນພຽງລຳດຽວຂອງ ຣັດ ເຊຍ, ພ້ອມກັບລູກສອນໄຟນຳວິຖີຈາກເຮືອລຳອື່ນໆ ທີ່ຕັ້ງຢູ່ນອກຊາຍຝັ່ງຂອງ ຊີເຣຍ.

ແຜນການໂຈມຕີຕ່າງໆ ອາດບັງ​ເອີນ​ມີ​ຂຶ້ນພ້ອມໆກັບການເລືອກຕັ້ງປະທານາທິບໍດີ ສະ ຫະລັດ, ເຊິ່ງອາດເປັນໄປໄດ້ວ່າ ຈະເກີດຂຶ້ນໃນຂະນະທີ່ຜົນການປ່ອນ​ບັດ​ໃນ​ຂັ້ນຕົ້ນ​ຖືກ ເປີດເຜີຍ. ແຕ່ແນວໃດກໍຕາມ, ບັນດາເຈົ້າໜ້າທີ່ ສະຫະລັດ ໄດ້ປະຕິເສດທີ່ຈະ​ໃຫ້​ຄວາມ​ເຫັນ​ໃດໆ​ກ່ຽວ​ກັບ​ກຳນົດ​ເວລາ​ດັ່ງກ່າວ.

​ແທນ​ທີ່, ເຈົ້າໜ້າທີ່ອາວຸໂສຂອງລັດຖະບານຜູ້ທີ່ບໍ່​ປະສົງຈະອອກຊື່ໄດ້ກ່າວຕໍ່ວີໂອເອ ກ່ຽວ ກັບ ຄວາມເປັນໄປໄດ້ຂອງການໂຈມຕີຕ່າງໆ ວ່າມັນສອດຄ່ອງກັບການສືບຕໍ່ສະໜັບສະ ໜູນທາງການທະຫານຂອງ ມົສກູ ຕໍ່ລະບອບການປົກຄອງຂອງປະທານາທິບໍດີ ຊີເຣຍ ທ່ານ Bashar al-Assad ແມ່ນກະທັ້ງທີ່ໄດ້ມີການເຈລະຈາ ກ່ຽວກັບ ການສະໜັບສະ ໜູນແກ້ໄຂບັນຫາທາງການເມືອງກໍຕາມ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Russia Syria Aleppo
please wait
Embed

No media source currently available

0:00 0:01:21 0:00

XS
SM
MD
LG