ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໐ ພຶດສະພາ ໒໐໒໔

ຊີເຣຍ ຈະກັບໄປຮ່ວມ ການເຈລະຈາ ສັນຕິພາບ ຄືນອີກ (​ສະ​ໄລ​ດ໌/ວີດີໂອ)


ລັດຖະມົນຕີຕ່າງປະເທດ ຣັດເຊຍ ທ່ານ Sergey Lavrov (ຂວາ) ຕ້ອນຮັບປະ​ທານຝ່າຍ​ຕໍ່ຕ້ານ ຄືກຸ່ມ​ປະສົມ​ແຫ່ງ​ຊາດຊີ​ເຣຍທ່ານ Ahmad Jarba
ລັດຖະມົນຕີຕ່າງປະເທດ ຣັດເຊຍ ທ່ານ Sergey Lavrov (ຂວາ) ຕ້ອນຮັບປະ​ທານຝ່າຍ​ຕໍ່ຕ້ານ ຄືກຸ່ມ​ປະສົມ​ແຫ່ງ​ຊາດຊີ​ເຣຍທ່ານ Ahmad Jarba
ບັນດາ​ເຈົ້າ​ໜ້າ​ທີ່ ຣັດ​ເຊຍ ກ່າວ​ວ່າ ​ເຂົາ​ເຈົ້າ​ຄາດ​ວ່າ ລັດຖະບານ
ຊີ​ເຣຍ ຈະກັບໄປເຈລະຈາ​ສັນຕິ​ພາບ​ ກັບຝ່າຍ​ຄ້ານຕໍ່​ໄປ​ ໃນ​ອາ
ທິດ​ໜ້າ ຫລັງ​ຈາກກາ​ນ​ເຈລະ​ຈາ​ຮອບ​ທໍາ​ອິດ ​ທີ່ນະຄອນ ​Gene-
va ທີ່​ໄດ້​ສີ້​ນສຸດລົງ​ໃນ​ວັນ​ສຸກໂດຍບໍ່ມີຄວາມ​ຄືບ​ໜ້າໃດໆ.

ຄໍາ​ຖະ​ແຫລ​ງ​ໃນ​ວັນ​ອັງຄານ​ມື້​ນີ້ ​ໄດ້​ເກີດ​ຂື້ນ ​ໃນ​ຂະນະ​ທີ່ ລັດຖະ
ມົນຕີ​ຕ່າງປະ​ເທດຣັດ​ເຊຍ ທ່ານ Sergei Lavrov ​ໄດ້​ເປັນ​ເຈົ້າ
ພາບ​ຕ້ອນຮັບ ປະ​ທານຝ່າຍ​ຕໍ່ຕ້ານ ຄືກຸ່ມ​ປະສົມ​ແຫ່ງ​ຊາດຊີ​ເຣຍ
ທ່ານ Ahmad Jarba ໃນ​ການ​ປະ​ຊຸມ ​ກັນ ຢູ່​ກຸງ​ມົສກູ.

ທ່ານ Lavrov ກ່າວ​ວ່າ ຣັດ​ເຊຍ ຕ້ອງການ​ທີ່​ຈະ​ຮັກສາ​ການ​ຕິດ​ຕໍ່ພົວພັນ​ແບບເປັນ​ປົກກະ ຕິ​ກັບ​ຝ່າຍ​ຄ້ານ​ຊີ​ເຣຍນັ້ນ​ໄວ້ ​ແລະ​ກໍາລັງ​ທໍາ​ງານ​ກັບ​ທຸກ​ພັກ​ຝ່າຍ​ ເພື່ອ​ຫາ​ທາງ​ອອກ​ທາງ​ການ​ເມືອງ ຕໍ່​ວິກິດ​ການ​ໃນ​ຊີ​ເຣຍນັ້ນ.



ທ່ານ Lavrov ​ເວົ້າ​ວ່າ “ພວກ​ເຮົາ​ຮຽກຮ້ອງ​ໃຫ້ ພາຄີ​ຢູ​ໂຣບກັບ​ອາ​ເມຣິກັນ​ ຂອງ​ພວກ​ເຮົາ ​
ແລະ​ບັນດາ​ປະ​ເທດ​ໃນ​ຂົງ​ເຂດ ​ໃຫ້​ເລືອກ​ເອົາ​ທາ​ທີ​ແບບ​ດຽວກັນ​ນີ້. ​ພວກ​ເຮົາ​ເຊື່ອ​ໝັ້ນ​ວ່າ
ມັນ​ຄວນ​ຈະ​ໃຊ້​ໄດ້​ກັບ​ພັກ​ຝ່າຍ​ທັງ​ໝົດ​ໃນ​ວິ​ກິດ​ການຊີ​ເຣຍນັ້ນ ​ໂດຍ​ບໍ່​ມີ​ຂໍ້ຍົກ​ເວ້ນ ແນ່
ນອນ ຂ້າພະ​ເຈົ້າໝາຍ​ເຖິງທຸກ​ພັກ​ຝ່າຍ​ທາງ​ການ​ເມືອງ ​ແລະບໍ່​ແມ່ນ​ພວກ​ກໍ່​ການ​ຮ້າຍ.”

ທ່ານ Jarba ກ່າວ​ວ່າ ຝ່າຍ​ຄ້ານເອງ​ກໍ​ມີ​ຄວາມ​ຕັ້ງ​ໃຈ​ທີ່​ຈະ​ສືບ​ຕໍ່​ເຈລະ​ຈາ ​ແລະ ວ່າ ຣັດ​ເຊຍ​
ໄດ້​ຫລີ້ນ​ບົດບາດ​ອັນ​ສໍາຄັນ ​ໃນ​ຄວາມ​ພະຍາຍາ​ມຊອກ​ຫາ​ວິທີແກ້ ໄຂ ໂດຍ​ທາງ​ການ​ເມືອງ.
​ໃນ​ວັນ​ອັງຄານ ມື້​ນີ້​ຄື​ກັນ ສື່ຂອງ​ລັດຖະບານຣັດ​ເຊ​ຍ ​ໄດ້​ອ້າງ​ຄໍາ​ເວົ້າຂອງ​ຮອງ ລັດຖະມົນຕີ
ຕ່າງປະ​ເທດ ທ່ານ Gennady Gatilov ທີ່​ກ່າວ​ວ່າ ຊີ​ເຣຍວາງ​ແຜນ​ທີ່​ຈະກໍາຈັດ​ຖິ້ມ ອາວຸດ
​ເຄມີ ຈໍານວນ​ຫລວງຫລາຍ ​ໃນ​ເດືອນ​ນີ້.

International Community Struggles to Ease Syrian Suffering
please wait

No media source currently available

0:00 0:02:46 0:00
ລິງໂດຍກົງ
XS
SM
MD
LG