ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຣັດເຊຍ ຂັບໄລ່ ນັກການທູດ ອັງກິດ ຕື່ມອີກ ຫຼາຍສິບຄົນ


ເອກອັກຄະລັດຖະທູດອັງກິດ ປະຈຳຣັດເຊຍ ທ່ານລໍຣີ ບຣິສໂຕ ອອກຈາກກະຊວງຕ່າງປະເທດຣັດເຊຍ ຫຼັງຈາກ ພົບປະກັບ ເຈົ້າໜ້າທີ່ຢູ່ທີ່ນັ້ນ. (ວັນທີ 30 ມີນາ 2018)
ເອກອັກຄະລັດຖະທູດອັງກິດ ປະຈຳຣັດເຊຍ ທ່ານລໍຣີ ບຣິສໂຕ ອອກຈາກກະຊວງຕ່າງປະເທດຣັດເຊຍ ຫຼັງຈາກ ພົບປະກັບ ເຈົ້າໜ້າທີ່ຢູ່ທີ່ນັ້ນ. (ວັນທີ 30 ມີນາ 2018)

ຣັດເຊຍ ໃນວັນເສົາມື້ນີ້ ໄດ້ສັ່ງໃຫ້ອັງກິດ ຫຼຸດເຈົ້າໜ້າທີ່ການທູດແລະພະນັກງານດ້ານ
ເທັກນິກຂອງຕົນ ຢູ່ໃນຣັດເຊຍ ລົງຕື່ມອີກ​ 50 ຄົນ.

ການສັ່ງໃຫ້ຫຼຸດເຈົ້າໜ້າທີ່ການທູດດັ່ງກ່າວ ຂອງຣັດເຊຍ ແມ່ນເພີ້ມຕື່ມໃສ່ມາດຕະການ
ຕອບໂຕ້ທີ່ປະເທດທັງສອງໄດ້ເອົາ ໃນຕົ້ນເດືອນນີ້ ຊຶ່ງຕ່າງຝ່າຍຕ່າງໄດ້ຂັບໄລ່ນັກການ
ທູດຂອງກັນແລະກັນ 23 ຄົນ.

ໃນວັນສຸກວານນີ້ ວັງເຄຣັມລິນໄດ້ສັ່ງໃຫ້ “ພວກນັກການທູດທີ່ບໍ່ເປັນມິດ” ຈາກຫຼາຍໆ
ປະເທດຕາເວັນຕົກ ເດີນທາງອອກຈາກຣັດເຊຍ ເພື່ອເປັນການຕອບໂຕ້ ຕໍ່ການທີ່ປະ
ເທດຕາເວັນຕົກ ຮ່ວມກັນຂັບໄລ່ ພວກນັກການທູດຣັດເຊຍ.

ເປັນທີ່ປາກົດວ່າ ພວກນັກການທູດອັງກິດ ແມ່ນເປົ້າໝາຍ ທີ່ຖືກສັ່ງໃຫ້ຂັບໄລ່ຫຼາຍທີ່
ສຸດ ໂດຍມີການແຈ້ງໃຫ້ເອກອັກຄະລັດຖະທູດອັງກິດຊາບວ່າ ທ່ານມີເວລານຶ່ງເດືອນ
ທີ່ຈະຫລຸດພະນັກງານສະຖານທູດຂອງຕົນລົງໃຫ້ທໍ່ໆກັນກັບຈຳນວນນັກການທູດຣັດ
ເຊຍ ຢູ່ໃນປະເທດອັງກິດ.

ມາດຕະການຕອບໂຕ້ດັ່ງກ່າວ ມີຂຶ້ນນຶ່ງມື້ ຫລັງຈາກຣັດເຊຍໄດ້ຂັບໄລ່ນັກການທູດສະ
ຫະລັດ 60 ຄົນ ແລະ ອັດສະຖານກົງສຸນ ທີ່ນະຄອນ ເຊນປີເຕີສເບີກ. ເອກອັກຄະລັດ
ຖະທູດຫຼືພວກຜູ້ຮອງຈາກເຢຍຣະມັນ ເນເທີແລນ ຢູເຄຣນ ຝຣັ່ງ ອີຕາລີ ໂປແລນ ໂຄຣ-
ເອເຊຍ​ ແບລຈ້ຽມ ສະວີເດັນ ອອສເຕຣເລຍ ການາດາແລະສາທາລະນະລັດເຊັກຕ່າງ
ກໍພົບເຫັນວ່າກຳລັງເດີນທາງໄປຮອດຕຶກກະຊວງການຕ່າງປະເທດຣັດເຊຍທີ່ຕັ້ງຢູ່ໃນ
ເຂດໃຈກາງນະຄອນຫຼວງມົສກູ.

ໃນຂະນະດຽວກັນ ຣັດເຊຍ ກໍໄດ້ທົດລອງຍິງ ລູກສອນໄຟຂ້າມທະວີບ ຊະນິດໃໝ່ 2 ເທື່ອໃນວັນສຸກວານນີ້ ອີງຕາມຄຳຖະແຫຼງຂອງກະຊວງປ້ອງກັນປະເທດທີ່ກ່າວຜ່ານ
ທາງທວີດເຕີ້ ໂດຍເຊື່ອມໂຍງໃສ່ວີດີໂອ ໃນການຍິງລູກສອນໄຟ Sarmat. ລູກສອນ
ໄຟຂ້າມທະວີບຊະນິດຫຼ້າສຸດນີ້ມີກຳນົດວ່າຈະນຳໄປໃຊ້ແທນລູກສອນໄຟ Veovoda ໃນສະໄໝສະຫະພາບໂຊຫວຽດ.

ຫລັງຈາກການພົບປະແລ້ວ ເອກອັກຄະລັດຖະທູດເຢຍຣະມັນ ໂຣດີເກີ ວອນ ຟຣິຕສ໌
(Roduger von Fritsch) ກ່າວວ່າ ຣັດເຊຍບໍ່ສາມາດ ຕອບຄຳຖາມ ກ່ຽວກັບ ການ
ວາງຢາພິດໃສ່ທ່ານສກຣີບປາລ ແຕ່ກໍກ່າວຕື່ມວ່າ ເບີລິນແມ່ນຍັງເປີດກວ້າງຕໍ່ການເຈ
ລະຈາກັບມົສກູ.

ກະຊວງການຕ່າງປະເທດຣັດເຊຍ ຍັງໄດ້ມອບໜັງສືປະທ້ວງ ໃຫ້ແກ່ທູດອັງກິດ​ທ່ານ

ລໍຣີ ບຣິສໂຕ ກ່ຽວກັບອັນ ທີ່ເຈົ້າໜ້າທີ່ຣັດເຊຍເອີ້ນວ່າ “ການກະທຳທີ່ທ້າທາຍເກາະ
ຜິດ” ຂອງລອນດອນ ແລະການກ່າວອ້າງ ຂອງອັງກິດ ທີ່ວ່າ ວັງເຄຣັມລິນເປັນຜູ້ໃຫ້
ການອະນຸມັດ ຕໍ່ການວາງຢາພິດ ຢູ່ອັງກິດ ໃສ່ທ່ານເຊີເກ ສກຣີບປາລ ອະດີດສອດ ແນມຂອງຣັດເຊຍ ແລະລູກສາວຂອງທ່ານ ອາຍຸ 33 ປີ.

ການເອົາມາດຕະການຕອບໂຕ້ ຂອງມົສກູ ແມ່ນຄາດກັນໄວ້ແລ້ວ ແລະມີຂຶ້ນພຽງບໍ່
ເທົ່າໃດມື້ ຫລັງຈາກປະເທດຕາເວັນຕົກ 29 ປະເທດໄດ້ຂັບໄລ່ພວກນັກການທູດຣັດ
ເຊຍ 145 ຄົນ ຊຶ່ງສ່ວນໃຫຍ່ ແມ່ນພວກທີ່ປະເທດເຫຼົ່ານີ້ສົງໄສວ່າເປັນສອດແນມທີ່
ບໍ່ໄດ້ມີການປະກາດ. ອົງການເນໂຕ້ ກໍໄດ້ຂັບໄລ່ ນັກການທູດຣັດເຊຍ 10 ຄົນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG