ຜູ້ຍິງວາງລະເບີດສະລະຊີບຄົນນຶ່ງ ໄດ້ລະເບີດຕົນເອງຢູ່
ແຄວ້ນ Dagestan ທາງພາກໃຕ້ຂອງຣັດເຊຍ ໃນວັນເສົາ
ວານນີ້ ເຮັດໃຫ້ຢ່າງໜ້ອຍ 18 ຄົນໄດ້ຮັບບາດເຈັບ ຊຶ່ງລວມ
ທັງເດັກນ້ອຍ ແລະຕໍາຫລວດອີກຫລາຍຄົນ.
ຕໍາຫລວດເວົ້າວ່າ ຜູ້ວາງລະເບີດ ໄດ້ຈຸດຂະນວນລະເບີດ
ແຕກໃສ່ຕົນເອງ ຢູ່ ຈະຕຸລັດກາງເມືອງ Makhachkhala, ຊຶ່ງເປັນເມືອງຫລວງຂອງແຄວ້ນ Dagestan. ຢ່າງໜ້ອຍ
ສອງຄົນ ໃນຈໍານວນຜູ້ໄດ້ຮັບບາດເຈັບ ມີອາການສາຫັດ.
ຕໍາຫລວດລະບຸຊື່ຜູ້ຍິງຄົນນັ້ນ ວ່າຊື່ Madina Alieva ອາຍຸ
25 ປີ ເປັນເມຍໝ້າຍຂອງ ຊາຍອິສລາມຫົວຮຸນແຮງສອງຄົນ. ເຊື່ອກັນວ່າ ກຸ່ມອິສລາມ
ຫົວຮຸນແຮງ ໄດ້ບອກກັບບັນດາເມຍໝ້າຍຂອງນັກຕໍ່ສູ້ ທີ່ເສຍຊີວິດໄປວ່າ ພວກເຂົາເຈົ້າ
ສາມາດໄປຢູ່ກັບສາມີຂອງພວກເຂົາເຈົ້າໄດ້ ໂດຍທໍາການໂຈມຕີສະລະຊີບ. ພວກວາງ ລະເບີດແບບນັ້ນ ບາງຄົນເອີ້ນວ່າ ນັກໂຈມຕີ “ແມ່ໝ້າຍດໍາ.”
ເຫດລະເບີດແຕກອີກສອງບັ້ນ ຢູ່ໃນເມືອງ Makhachkhala ກ່ອນໜ້ານີ້ ໃນຕົ້ນອາທິດ ໄດ້ເຮັດໃຫ້ສີ່ຄົນເສຍຊີວິດ ແລະອີກຢ່າງໜ້ອຍ 40 ຄົນ ໄດ້ຮັບບາດເຈັບ.
ເບິ່ງວີດິໂອກ່ຽວກັບຂ່າວນີ້: