ຣັດເຊຍໄດ້ປະສົບຜົນສຳເລັດໃນການຍິງທົດລອງຂັ້ນສຸດທ້າຍ ອາວຸດເລື່ອນ ທີ່ໄວ
ກວ່າສຽງ ຊຶ່ງສາມາດບັນທຸກຫົວລະເບີດນີວເຄລຍ, ອີງຕາມຄຳເວົ້າຂອງປະທານາ
ທິບໍດີວລາດິເມຍ ປູຕິນ ແຫ່ງຣັດເຊຍ.
ທ່ານປູຕິນ ທີ່ຕິດຕາມເບິ່ງການທົດລອງດັ່ງກ່າວ ໃນວັນພຸດວານນີ້ ເວົ້າວ່າອາວຸດ
ດັ່ງກ່າວ ບໍ່ມີຫຍັງທີ່ຈະສາມາດສະກັດກັ້ນໄດ້ ແລະຈະຮັບປະກັນດ້ານຄວາມໝັ້ນ
ຄົງແກ່ຣັດເຊຍໄດ້ໃນຫລາຍທົດສະວັດຂ້າງໜ້ານີ້.
ທ່ານເອີ້ນຜົນສຳເລັດຂອງການທົດລອງດັ່ງກ່າວວ່າ "ເປັນຂອງຂວັນປີໃໝ່ທີ່ດີເລີດ
ຂອງຊາດ.''
ລູກສອນໄຟທີ່ຖືກຂະໜານນາມວ່າ ອາແວນກາດ (Avangard) ໄດ້ແຍກໂຕຂອງ
ມັນເອງ ອອກຈາກຈະຫລວດ ພາຍຫລັງທີ່ມັນຖືກຍິງຂຶ້ນໄປ ແລະເລື່ອນກັບຄືນລົງ
ສູ່ໜ້າດິນ ໃນລະດັບຄວາມໄວກວ່າສຽງຂອງມັນ.
ໃນວັນພຸດວານນີ້ ອາວຸດອາແວນກາດ (Avangard) ໄດ້ຖືກຍິງຂຶ້ນໄປ ສູ່ທ້ອງຟ້າ
ຢູ່ຖານຍິງລູກສອນໄຟຂີປະນາວຸດໂດມບາຣັອຟສກີ (Dombarovskiy) ຢູ່ພູຢູຣາລ
(Ural) ທາງພາກໃຕ້ຂອງປະເທດ. ທ່ານປູຕິນເວົ້າວ່າ ມັນໄປຕຳໃສ່ເປົ້າໝາຍຂອງ
ມັນຢູ່ໃນລະດັບການຍິງທີ່ຢູ່ໄກຈາກບ່ອນຍິງ 6,000 ກິໂລແມັດ.
"ອາວຸດເລື່ອນ ອາແວນກາດ (Avangard) ບໍ່ສາມາດຖືກສະກັດກັ້ນໄດ້ງ່າຍໆ ໂດຍ
ເຄື່ອງປ້ອງກັນລູກສອນໄຟຂີປະນາວຸດໃດໆ ທີ່ມີຢູ່ ແລະອາດຈະມີໃນອະນາຄົດຂອງ
ຝ່າຍທີ່ອາດຈະເປັນປໍລະປັກ," ນັ້ນຄືຄຳເວົ້າຂອງທ່ານ ປູຕິນ ພາຍຫລັງທີ່ການທົດລອງ
ສໍາເລັດລົງ.
ທ່ານກ່າວວ່າ ອາວຸດດັ່ງກ່າວ ຈະກາຍມາເປັນສ່ວນນຶ່ງຂອງກຳລັງດ້ານລູກສອນໄພຂີປະນາວຸດທີ່ເປັນຍຸດທະສາດຂອງຣັດເຊຍ ໃນປີໜ້ານີ້.
ທຳນຽບຫ້າແຈ ກໍກຳລັງດຳເນີນການພັດທະນາອາວຸດທີ່ໄວກວ່າສຽງຢູ່ ແຕ່ວ່າ ເຈົ້າໜ້າທີ່ສະຫະລັດໄດ້ເຕືອນວ່າ ເຂົາເຈົ້າຍັງລາກຫລັງຣັດເຊຍຢູ່.
ການທົດລອງດັ່ງກ່າວມີຂຶ້ນໃນທ້າມກາງເວລາທີ່ມີຄວາມເຄັ່ງຕຶງລະຫວ່າງ ມົສກູ ແລະວໍຊິງຕັນ ກ່ຽວກັບເລື້ອງກ່າວຫາວ່າ ຣັດເຊຍແຊກແຊງເຂົ້າໃນການເລືອກຕັ້ງປະນາທິບໍດີສະຫະລັດໃນປີ 2016, ເລື້ອງຄວາມຂັດແຍ້ງໃນຢູເຄຣນ, ແລະສົງຄາມໃນຊີເຣຍ.
ເບິ່ງຄວາມເຫັນ (4)
ໂຫລດຄວາມເຫັນ ຕື່ມອີກ