ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣັດເຊຍ ຍົກລະດັບການໂຈມຕີ ດ້ວຍໂດຣນ ຕໍ່ກີຢິບ


ການລະເບີດຂອງໂດຣນ ໄດ້ຖືກເຫັນ ຢູ່ເທິງທ້ອງຟ້າ ລະຫວ່າງການໂຈມຕີດ້ວຍໂດຣນຂອງຣັດເຊຍ ທ່າມກາງການໂຈມຕີຢູເຄຣນຂອງຣັດເຊຍ ໃນນະ​ຄອນກີຢິບ ຂອງຢູເຄຣນ ວັນທີ 19 ພະຈິກ 2023.
ການລະເບີດຂອງໂດຣນ ໄດ້ຖືກເຫັນ ຢູ່ເທິງທ້ອງຟ້າ ລະຫວ່າງການໂຈມຕີດ້ວຍໂດຣນຂອງຣັດເຊຍ ທ່າມກາງການໂຈມຕີຢູເຄຣນຂອງຣັດເຊຍ ໃນນະ​ຄອນກີຢິບ ຂອງຢູເຄຣນ ວັນທີ 19 ພະຈິກ 2023.

ຣັດ​ເຊຍ​ໄດ້​ທໍາ​ການ​ໂຈມ​ຕີ​ດ້ວຍ​ເຮືອບິນ​ບໍ່​ມີ​ຄົນ​ຂັບ​ຫຼາຍ​ຄັ້ງໃສ່​ນະຄອນຫຼວງກີຢິບ ​ໃນ​ຕອນ​ເຊົ້າ​ວັນ​ອາທິດວານ​ນີ້ ​ເປັນ​ຄືນ​ທີ​ສອງ​ຕິດຕໍ່​ກັນ ໂດຍໄດ້​ເພີ່ມການ​ໂຈມ​ຕີ​ນະຄອນຫຼວງ​ຂອງ​ຢູ​ເຄຣນ ຫຼັງຈາກ​ໄດ້​ຢຸດ​ຊົ່ວຄາວ​ຫຼາຍ​ອາທິດ, ຝ່າຍບໍລິຫານທາງທະຫານຂອງເມືອງກ່າວ.

"UAVs ຫຼື ເຮືອບິນບໍ່ມີຄົນຂັບ ຂອງສັດຕູ ໄດ້ຖືກປ່ອຍຂຶ້ນເປັນຫຼາຍກຸ່ມ ແລະ ໄດ້ໂຈມຕີນະຄອນຫຼວງກີຢິບຫຼາຍຄັ້ງ, ຈາກທິດທາງທີ່ແຕກຕ່າງກັນ, ໃນເວລາດຽວກັນ ກໍປ່ຽນແປງເສັ້ນທາງການເຄື່ອນທີ່ ຕະຫຼອດເສັ້ນທາງຢ່າງຕໍ່ເນື່ອງ," ທ່ານເຊີຮີ ປັອບໂກ (Serhiy Popko), ຫົວໜ້າຝ່າຍບໍລິຫານທາງທະຫານຂອງກີຢິບ ກ່າວໃນແອັບສົ່ງຂໍ້ຄວາມ Telegram.

ກອງທັບ​ອາກາດ​ຢູ​ເຄຣນ​ກ່າວ​ວ່າ ລະບົບ​ປ້ອງ​ກັນໄພທາງ​ອາກາດ​ຂອງ​ຕົນ​ໄດ້​ທຳລາຍໂດຣນກາມິກາເຊ ຊາເຮດ 15 ລຳ​ໃນ​ຈຳນວນທັງໝົດ 20 ທີ່ຣັດເຊຍສົ່ງຂຶ້ນ ​ຢູ່​ເທິງ​ເຂດກີຢິບ, ໂພລຕາວາ (Poltava) ແລະ ເຊີກາຊີ (Cherkasy).

ໃນເມືອງເຄີສັນ (Kherson) ມີຜູ້ເສຍຊີວິດ 5 ຄົນ ລວມທັງເດັກຍິງອາຍຸ 3 ປີຄົນນຶ່ງ ໄດ້ຮັບບາດເຈັບຈາກການຍິງປືນໃຫຍ່ຂອງຣັດເຊຍ ໃນຕອນເຊົ້າວັນອາທິດ, ລັດຖະມົນຕີກະຊວງພາຍໃນຂອງຢູເຄຣນ ທ່ານ ອິກໍ ໄຄຣເມນໂກ (Igor Klymenko) ກ່າວ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG