ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໘ ພຶດສະພາ ໒໐໒໔

ສະພາຣັດເຊຍລົງຄະແນນສຽງ ກ່ຽວກັບສົນທິສັນຍາ START ໃນວັນສຸກມື້ນີ້


ຜູ້ນຳພັກຄອມມູນິສ ທ່ານ Zyuganov ລົມກັບຜູ້ຮອງຂອງທ່ານ ໃນລະຫວ່າງກອງປະຊຸມສະພາຕໍ່າ Duma ຂອງຣັດເຊຍ ທີ່ກຸງມົສກູ (24 ທັນວາ 2010)
ຜູ້ນຳພັກຄອມມູນິສ ທ່ານ Zyuganov ລົມກັບຜູ້ຮອງຂອງທ່ານ ໃນລະຫວ່າງກອງປະຊຸມສະພາຕໍ່າ Duma ຂອງຣັດເຊຍ ທີ່ກຸງມົສກູ (24 ທັນວາ 2010)

ມີກຳນົດວ່າ ສະພາແຫ່ງຊາດຂອງຣັດເຊຍຈະໃຫ້ການ
ອະນຸມັດໃນຂັ້ນຕົ້ນ ຕໍ່ສົນທິສັນຍາຫຼຸດກຳລັງອາວຸດນິວ
ເຄລຍ ຄັ້ງປະວັດສາດກັບສະຫະລັດໃນວັນສຸກມື້ນີ້ແຕ່
ກໍເຕືອນວ່າການໃຫ້ສັດຕະຍາບັນຂັ້ນສຸດທ້າຍອາດຍັງ
ເປັນໄປຍັງບໍ່ໄດ້ ຈົນເທົ່າປີໜ້າ.

ປະທານສະພາຕໍ່າຂອງຣັດເຊຍ ທ່ານ Boris Gryzlov
ກ່າວວ່າສະພາຕໍ່າ Duma ຂອງຣັດເຊຍຈະລົງຄະແນນ
ສຽງໃນວັນສຸກມື້ນີ້ ຖ້າສົນທິສັນຍາສະບັບທີ່ຖືກຮັບຜ່ານ
ໂດຍສະພາສູງຂອງສະຫະລັດບໍ່ໄດ້ມີການປ່ຽນແປງເນື້ອ
ໄນ.

ສົນທິສັນຍາດັ່ງກ່າວນີ້ຈຳເປັນຈະຕ້ອງໄດ້ຮັບການອະນຸມັດໃນການອ່ານ 3 ຄັ້ງຢູ່ໃນສະພາ
ຕໍ່າ Duma ຂອງຣັດເຊຍ.

ທ່ານ Konstantin Kosachev ສະມາຊິກອະວຸໂສທ່ານນຶ່ງຂອງສະພາຕໍ່າຣັດເຊຍກ່າວ
ວ່າ ການດຳເນີນງານເພີ່ມຕື່ມ ກ່ຽວກັບສົນທິສັນຍາສະບັບນີ້ ຍັງຈະດຳເນີນຕໍ່ໄປ ເວລາ
ສະພາ Duma ເລີ້ມປະຊຸມກັນອີກໃນເດືອນມັງກອນ.

ໄດ້ມີການອ້າງຄຳເວົ້າຂອງທ່ານທີ່ກ່າວວ່າ ສົນທິສັນຍາ START ດັ່ງທີ່ໄດ້ມີການລົງຄະ
ແນນສຽງຮັບຮອງເອົາ ໂດຍສະພາສູງສະຫະລັດນັ້ນ ໄດ້ບັນຈຸຄຳອະທິບາຍຈຳນວນນຶ່ງ
ທີ່ຈຳເປັນຈະຕ້ອງໄດ້ສຶກສາ ແລະມີການສະແດງຄວາມເຫັນປະກອບ ຂອງສະມາຊິກສະ
ພາຣັດເຊຍ.

ສ່ວນປະທານສະພາສູງຂອງຣັດເຊຍທ່ານ Sergei Mironov ກ່າວຕໍ່ອົງການຂ່າວ Itar-
Tass ຂອງຣັດເຊຍວ່າ ທາງສະພາສູງກໍຈະລົງຄະແນນສຽງໃນວັນສຸກມື້ນີ້ຄືກັນ ຖ້າສະ
ພາຕໍ່າຫຼື Duma ໃຫ້ການອະນຸມັດຕໍ່ສົນທິສັນຍາສະບັບນີ້.

ສະພາສູງຂອງສະຫະລັດ ໄດ້ລົງຄະແນນສຽງ 71 ຕໍ່ 26 ເຫັນພ້ອມ ກັບສົນທິສັນຍາ
ສະບັບນີ້ ຊຶ່ງເປັນທີ່ຮູ້ກັນ ໃນນາມສົນທິສັນຍາຫຼຸດກຳລັງອາວຸດຍຸດທະສາດ ໃນມື້ວັນ
ພຸດຜ່ານມາ.

XS
SM
MD
LG