ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຣັດເຊຍ ຂັບໄລ່ ພະນັກງານ ສະຖານທູດ ສຫລ (ວີດິໂອ)


ຫ້ອງການຮັບຜິດຊອບດ້ານຄວາມປອດໄພ ຂອງລັດຖະບານກາງຣັດເຊຍ ຫລື FSB ກ່າວຫາທ່ານ Ryan Fogle ເລຂາທີສາມຢູ່ພະແນກການເມືອງຂອງສະຖານທູດສະຫະລັດ ປະຈໍາກຸງມົສກູ ທີ່ມີເທັກນິກພິເສດ, ​ເຄື່ອງ​ປອມ​ຕົວ ແລະເງິນສົດ.
ຫ້ອງການຮັບຜິດຊອບດ້ານຄວາມປອດໄພ ຂອງລັດຖະບານກາງຣັດເຊຍ ຫລື FSB ກ່າວຫາທ່ານ Ryan Fogle ເລຂາທີສາມຢູ່ພະແນກການເມືອງຂອງສະຖານທູດສະຫະລັດ ປະຈໍາກຸງມົສກູ ທີ່ມີເທັກນິກພິເສດ, ​ເຄື່ອງ​ປອມ​ຕົວ ແລະເງິນສົດ.
ຣັດເຊຍ ໄດ້ປະກາດວ່າ ພະນັກງານສະຖານທູດສະຫະລັດ
ທີ່ຕົນໄດ້ກ່າວຫາວ່າ ພະຍາຍາມທີ່ຈະ​ເກນເອົາເຈົ້າໜ້າທີ່ສືບ
ລັບຂອງຣັດເຊຍຄົນນຶ່ງ ໃຫ້ເຮັດວຽກໃຫ້ອົງການສືບ​ລັບ CIA
ນັ້ນ ເປັນ “ບຸກຄົນ​ທີ່​ບໍ່​ເພິ່ງ​ປາດ​ຖະນາ” ແລະໄດ້ອອກຄໍາສັ່ງ
ໃຫ້ຜູ້ກ່ຽວອອກຈາກປະເທດໃນທັນທີ.

ການເຄື່ອນໄຫວດັ່ງກ່າວໄດ້ມີຂຶ້ນໃນວັນອັງຄານວານນີ້ ລຸນ
ຫລັງທີ່ຫ້ອງການຮັບຜິດຊອບດ້ານຄວາມປອດໄພຂອງລັດ
ຖະບານກາງຣັດເຊຍ ຫລື FSB ໄດ້ ປະກາດວ່າ ຕົນໄດ້ກັກ
ຂັງພົນລະເມືອງສະຫະລັດຄົນນຶ່ງ ຊື່ວ່າ Ryan Fogle ​ເປັນ​ເວລາ​ສັ້ນໆ.

ຫ້ອງການ FSB ເວົ້າວ່າທ່ານ Fogle ​ແມ່ນ​ມີໜ້າ​ທີ່ເປັນເລຂາທີສາມຢູ່ໃນພະແນກ
ການເມືອງຂອງສະຖານທູດສະຫະລັດປະຈໍາກຸງມົສກູ ແລະກໍເຮັດວຽກໃຫ້ແກ່ອົງ
ການ CIA ອີກດ້ວຍ. ຫ້ອງການດັ່ງກ່າວເວົ້າວ່າ ຜູ້ກ່ຽວຖືກຈັບໄດ້ພ້ອມ ດ້ວຍອຸປະ
ກອນທີ່ມີເທັກນິກພິເສດ ​ເຄື່ອງ​ປອມ​ຕົວ ເງິນສົດເປັນຈໍານວນຫລວງຫລາຍ ແລະຈົດ
ໝາຍສະບັບນຶ່ງ ຂຽນເຖິງຄົນຣັດເຊຍທີ່ລາວພະຍາຍາມ ທີ່ຈະຊັກຊວນໄປເຮັດວຽກ
ນໍານັ້ນ. ສື່ມວນຊົນຂອງຣັດເຊຍ ໄດ້ອ້າງຄໍາເວົ້າ ຢູ່ໃນຈົດໝາຍສະບັບນັ້ນ ທີ່​ໄດ້ສະ
ເໜີເງິນຈໍານວນນຶ່ງແສນໂດລາ ໃຫ້ແກ່ເຈົ້າໜ້າທີ່ສືບລັບຣັດເຊຍຄົນນັ້ນ ເປັນຂັ້ນເລີ້ມ
ຕົ້ນ ແລະອາດ​ຈະ​ໄດ້ຮອດເຖິງ 1 ລ້ານໂດລາ ສໍາລັບ “ການໃຫ້ຄວາມຮ່ວມມືໄລຍະ
ຍາວ.”

ໂຄສົກປະຈໍາກະຊວງການຕ່າງປະເທດສະຫະລັດໄດ້ຢືນຢັນວ່າ ພະນັກງານທີ່ ສະຖານ
ທູດອາເມຣິາໄດ້ຖືກກັກຂັງ ແລ້ວຫລັງຈາກນັ້ນກໍຖືກປ່ອຍຕົວ. ໂຄສົກຄົນດັ່ງກ່າວ
ປະຕິເສດທີ່ຈະໃຫ້ລາຍລະອຽດເພີ້ມເຕີມ ຕໍ່ບັນຫານີ້.

ອົງການຂ່າວ Itar-Tass ຂອງທາງການຣັດເຊຍ ໄດ້ພິມເຜີຍແຜ່ຮູບທີ່ອ້າງວ່າ ​ເປັນ “ອຸບປະກອນ” ຂອງທ່ານ Fogle ວາງຢູ່ເທິງໂຕະ ຊຶ່ງລວມມີທັງແຜນທີ່ຫົນທາງໃນ
ນະຄອນມົສກູ ແລະຜົມປອມນໍາດ້ວຍ. ບັນດາອົງການຂ່າວຂອງຣັດເຊຍ ຍັງໄດ້ພິມ
ເຜີຍແຜ່ ສິ່ງທີ່ອົງການດັ່ງກ່າວນັ້ນເວົ້າວ່າ ຮູບຂອງການຄຸມຂັງທ່ານ Fogle ຊຶ່ງມີຊາຍ
ຄົນນຶ່ງທີ່ໝູບໜ້າຢູ່ພື້ນດິນ ແລະເອົາມືຂັດໄວ້ຢູ່ດ້ານຫລັງ.

ເບິ່ງວີດິໂອກ່ຽວກັບຂ່າວນີ້:

XS
SM
MD
LG