ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣັດເຊຍ ເລື່ອນການສະຫລອງ ວັນຄົບຮອບໄຊຊະນະ ສົງຄາມໂລກ ຄັ້ງທີ II ຂອງໂຊຫວຽດ ອອກໄປ


ປະທານາທິບໍດີ ວລາດິເມຍ ປູຕິນຂອງຣັດເຊຍເປັນປະທານຂອງກອງປະຊຸມດ້ານຄວາມປອດໄພຢູ່ບ້ານພັກ Novo-Ogaryovo ຂອງທ່ານຢູ່ນອກກະຄອນຫລວງມົສກູໃນວັນທີ 16 ເມສາ, 2020.
ປະທານາທິບໍດີ ວລາດິເມຍ ປູຕິນຂອງຣັດເຊຍເປັນປະທານຂອງກອງປະຊຸມດ້ານຄວາມປອດໄພຢູ່ບ້ານພັກ Novo-Ogaryovo ຂອງທ່ານຢູ່ນອກກະຄອນຫລວງມົສກູໃນວັນທີ 16 ເມສາ, 2020.

ປະທານາທິບໍດີ ວລາດິເມຍ ປູຕິນຂອງຣັດເຊຍ ໄດ້ສັ່ງໃຫ້ເລື່ອນການສະເຫລີມ ສະຫລອງວັນຄົບຮອບ 75 ປີ ແຫ່ງໄຊຊະນະຂອງໂຊຫວຽດຕໍ່ພວກນາຊີເຢຍຣະມັນ ໃນສົງຄາມໂລກຄັ້ງທີ II ທີ່ຈະຈັດຂຶ້ນໃນວັນທີ 9 ພຶດສະພານີ້ອອກໄປ ໂດຍອ້າງອີງໃສ່ສະພາບການລະບາດໃນລະດັບໂລກຂອງໄວຣັສໂຄໂຣນາ ທີ່ກໍາລັງມີຢູ່ໃນເວລານີ້.

ໃນການກ່າວຢູ່ທີ່ກອງປະຊຸມດ້ານຄວາມປອດໄພ ໃນວັນພະຫັດວານນີ້, ທ່ານ ປູຕິນເວົ້າວ່າ ການຈັດງານໃຫຍ່ຕ່າງໆ ຊຶ່ງລວມທັງການເດີນສວນສະໜາມຂະ ໜາດໃຫຍ່ ຢູ່ຈະຕຸລັດແດງ ຈະຖືກເລື່ອນໄປຈົນມີກໍານົດມື້ໃໝ່ອອກມາຕາມຫລັງ.

“ເພື່ອໃຫ້ມີການສວນສະໜາມຈັດຂຶ້ນໃນວັນທີ 9 ພຶດສະພານີ້ ການກະກຽມ ຕ້ອງໄດ້ເລີ້ມຕົ້ນຂຶ້ນໃນເວລານີ້ ແຕ່ວ່າ ຄວາມສ່ຽງໄພທີ່ກ່ຽວພັນກັບການລະ ບາດ ຂອງພະຍາດ ທີ່ຍັງບໍ່ທັນໄດ້ຜ່ານຈຸດສູງສຸດໄປເທື່ອນັ້ນ ແມ່ນຍັງສູງຫຼາຍ ທີ່ສຸດ ແລະສະພາບການນັ້ນ ບໍ່ໄດ້ໃຫ້ຂ້າພະເຈົ້າມີສິດ ໃນການເລີ້ມກະກຽມ ສໍາລັບການສວນສະໜາມ ແລະການຈັດງານອັນຍິ່ງໃຫຍ່ອື່ນໆຢູ່ໃນເວລານີ້,” ນັ້ນຄືຄໍາເວົ້າ ຂອງປະທານາທິບໍດີປູຕິນ.

ການຈັດງານສະຫລອງທີ່ເປັນຂີດໝາຍຂອງໄຊຊະນະຢູ່ໃນຂົງເຂດອື່ນຂອງ ປະ ເທດກໍໄດ້ຖືກເລື່ອນໄປເຊັ່ນກັນ.

ຣັດເຊຍໄດ້ຈັດຕັ້ງປະຕິບັດການປິດເມືອງໄວ້ເປັນບາງພາກສ່ວນ ຢູ່ທົ່ວປະເທດ ຈົນຮອດວັນທີ 30 ເມສານີ້ ໃນຂະນະທີ່ໄວຣັສໂຄໂຣນາ ສືບຕໍ່ເພີ້ມທະວີຂຶ້ນຢູ່ນີ້.

ຣັດເຊຍ ມີກໍລະນີຄົນຕິດເຊື້ອໄວຣັສທີ່ໄດ້ຮັບການຢືນຢັນຢູ່ປະມານ 28 ພັນຄົນ ແລະ 232 ຄົນ ໄດ້ເສຍຊີວິດໄປແລ້ວ, ອີງຕາມຂໍ້ມູນຂອງທາງການ.

ພວກຕໍາໜິທັງຫລາຍເວົ້າວ່າ ຕົວເລກຄົນຕິດເຊື້ອ ແລະເສຍຊີວິດ ອາດຈະສູງ ກວ່ານັ້ນຫລາຍ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG