ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣັດເຊຍ ຂົນສົ່ງນໍ້າມັນ ໄປທ່າເຮືອຂອງຈີນ ຜ່ານເສັ້ນທາງຂົ້ວໂລກເໜືອ ຫຼາຍຂຶ້ນ


ແຟ້ມພາບ - ເຮືອບັນທຸກນໍ້າມັນດິບລຳນຶ່ງ ໄດ້ຖືກພົບເຫັນວ່າຈອດຢູ່ທີ່ທ່າກຳປັ່ນຄອຊມິໂນ (Kozmino) ໃນອ່າວນາຄັອດກາ (Nakhodka) ໃກ້ກັບເມືອງທ່າ ນາຄັອດກາ (Nakhodka) ຂອງຣັດເຊຍ ໃນວັນທີ 4 ທັນວາ 2022.
ແຟ້ມພາບ - ເຮືອບັນທຸກນໍ້າມັນດິບລຳນຶ່ງ ໄດ້ຖືກພົບເຫັນວ່າຈອດຢູ່ທີ່ທ່າກຳປັ່ນຄອຊມິໂນ (Kozmino) ໃນອ່າວນາຄັອດກາ (Nakhodka) ໃກ້ກັບເມືອງທ່າ ນາຄັອດກາ (Nakhodka) ຂອງຣັດເຊຍ ໃນວັນທີ 4 ທັນວາ 2022.

ສະ​ຫະ​ລັດ​ກຳລັງ​ຕິດຕາມ​ເບິ່ງ​ການເພີ່ມຂຶ້ນ ຂອງການ​ຂົນ​ສົ່ງ​ນ້ຳມັນ​ດິບ​ຂອງຣັດ​ເຊຍ​ໄປທ່າ​ກຳ​ປັ່ນ​ຂອງ​ຈີນ​ໂດຍ​ຜ່ານ​ເສັ້ນທາງ​ທະ​ເລເໜືອ ຫຼືNSR ​ຢ່າງ​ໃກ້ຊິດ, ​ເຊິ່ງ​ເປັນ​ສັນຍານ​ຂອງ​ການຮ່ວມ​ມືທີ່ເພີ່ມ​ຂຶ້ນ ​ລະຫວ່າງ​ປັກ​ກິ່ງ​ກັບ​ມົສກູ ​ໃນ​ພາກ​ພື້ນ​ຂົ້ວໂລກເໜືອ​ໃນ​ຂະນະ​ທີ່ຣັດ​ເຊຍ​ປະ​ເຊີນ​ໜ້າ​ກັບ​ການ​ລົງ​ໂທດ​ຈາກ​ຝ່າຍ​ຕາ​ເວັນ​ຕົກ ​ຕໍ່​ການ​ບຸກ​ໂຈມ​ຕີຢູເຄຣນ.

“ບໍ່ມີໃຜຊອກຫາຄວາມຂັດແຍ້ງຢູ່ທີ່ນັ້ນ. ພວກ​ເຮົາ​ຈະ​ຕິດຕາມເບິ່ງ​ເລື່ອງ​ນີ້​ຢ່າງ​ໃກ້​ຊິດ​ທີ່ສຸດເທົ່າ​ທີ່​ຈະ​ເຮັດ​ໄດ້,” ທ່ານຈອນ ເຄີບີ (John Kirby) ຜູ້​ປະສານ​ງານ​ສະພາ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ​ດ້ານ​ການ​ສື່ສານ​ຍຸດ​ທະ​ສາດ ກ່າວ​ໃນ​ວັນ​ອັງຄານ​ວານ​ນີ້ ​ໃນ​ການ​ຕອບ​ຄຳ​ຖາມ​ຂອງ​ວີ​ໂອ​ເອ ລະ​ຫວ່າງ​ກອງປະຊຸມນັກ​ຂ່າວ​ຂອງ​ທຳນຽບຂາວ.

ໃນປີ​ນີ້ ​ມີ​ການ​ຂົນ​ສົ່ງ​ນ້ຳມັນ​ຂອງຣັດ​ເຊຍ​ປະມານ ຫຼາຍສິບຄັ້ງ ໂດຍ​ໃຊ້​ກຳ​ປັ່ນ​ຂອງຣັດ​ເຊຍ​ໄປ​ຍັງ​ຈີນ​ໂດຍ​ຜ່ານ NSR, ​ເຊິ່ງແຜ່ຍາວໄປຕາມ​ຊາຍ​ຝັ່ງ​ຂອງຣັດ​ເຊຍ​ຈາກ​ທະ​ເລບາເຣັນທ໌ (Barents) ຫາ​ຊ່ອງ​ແຄບ ແບຣິງ (Bering). ໃນຊຸມປີກ່ອນ ບໍ່ມີການຂົນສົ່ງນ້ໍາມັນຜ່ານຂົ້ວໂລກເໜືອ ໄປຈີນ ຍົກເວັ້ນການເດີນ ທາງທົດລອງນຶ່ງຄັ້ງ ໃນທ້າຍປີ 2022, ອີງຕາມຂໍ້ມູນຈາກ ສູນການຂົນສົ່ງທາງພາກເຫນືອຂອງມະຫາວິທະຍາໄລນອດ (Nord).

ດ້ວຍການລົງໂທດທາງເສດຖະກິດ ຂອງຊາດຕາເວັນຕົກ ເຮັດໃຫ້ຄວາມຕ້ອງ ການນ້ໍາມັນດິບຈາກຣັດເຊຍຫຼຸດລົງ ແລະຈີນເຕັມໃຈທີ່ຈະຊື້ມັນ, ມົສກູ ກໍາລັງເປີດປະຕູຂົ້ວໂລກເໜືອຂອງຕົນ ໃຫ້ແກ່ປັກກິ່ງ, ທ່ານມາລເຕ ຮຳເພີທ (Malte Humpert), ຜູ້ກໍ່ຕັ້ງສະຖາບັນອາກຕິກ (Arctic) ກ່າວ.

“ຊັບພະຍາກອນ​ທີ່​ໃນ​ເມື່ອ​ກ່ອນ​ໄດ້​ຫລັ່ງ​ໄຫລ​ໄປ​ຢູ​ໂຣບ​ ຕອນນີ້ ໄດ້​ຖືກ​ຫັນ​ໄປ​ສູ່​ເອ​ເຊຍ, ​ໂດຍ​ສະ​ເພາະ​ແມ່ນ​ຈີນ,” ທ່ານ​ກ່າວ​ຕໍ່​ວີ​ໂອ​ເອ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG